ຫວຽດນາມ - ລາວ ແບ່ງປັນປະສົບການໃນວຽກງານໃຫ້ການຊ່ວຍເຫຼືອເຊື້ອຊາດຕົນເອງຢູ່ຕ່າງປະເທດ

11:08 | 08/09/2023

ຍສໝ - ຫວຽດນາມ ແລະ ລາວແບ່ງປັນປະສົບການໃນວຽກງານໃຫ້ການຊ່ວຍເທເຊື້ອຊາດຕົນເອງຢູ່ຕ່າງປະເທດ ເພື່ອເພີ່ມທະວີການຮ່ວມມືລະຫວ່າງອົງການປົກຄອງລັດຕໍ່ກັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນເຊື້ອຊາດລາວຢູ່ຕ່າງປະເທດ.

ແມ່ຍິງເຊື້ອຊາດຫວຽດນາມຄົນໜຶ່ງ ໄດ້ຮັບລາງວັນອັນສູງສົ່ງທີ່ສຸດຈາກສ.ເກົາຫຼີ ກ່ຽວກັບບັນດາການເຄື່ອນໄຫວທຳການກຸສົນ ແມ່ຍິງເຊື້ອຊາດຫວຽດນາມຄົນໜຶ່ງ ໄດ້ຮັບລາງວັນອັນສູງສົ່ງທີ່ສຸດຈາກສ.ເກົາຫຼີ ກ່ຽວກັບບັນດາການເຄື່ອນໄຫວທຳການກຸສົນ
ບັນດາອະນຸສອນສະຖານ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະລາວ ໃນດິນແດນຫວຽດ ບັນດາອະນຸສອນສະຖານ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະລາວ ໃນດິນແດນຫວຽດ

ຕອນເຊົ້າຂອງວັນທີ 7/9/2023, ຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ທ່ານນາງ ເລຖິທູຮັງ ໄດ້ພົບປະເຮັດວຽກຮ່ວມກັບຮອງລັດຖະມົນຕີການຕ່າງປະເທດລາວ ທ່ານ ຕິ່ງ ສຸກສັນ ກ່ຽວກັບການຮ່ວມມືລະຫວ່າງສອງປະເທດ.

ໃນການພົບປະ ແລະ ເຮັດວຽກຮ່ວມກັນຄັ້ງນີ້, ສອງຝ່າຍໄດ້ເປັນເອກະພາບກັນ ໃນການຈັດຄັ້ງປະຕິບັດກົນໄກການຮ່ວມມືສອງຝ່າຍເພື່ອເສີມຂະຫຍາຍຜົນສຳເລັດຂອງການປຶກສາຫາລືລະດັບສູງຂອງສອງປະເທດ, ໂດຍສະເພາະແມ່ນຂົງເຂດການສຶກສາ, ການທ່ອງທ່ຽວ, ວັດທະນະທຳ, ການພົບປະຂອງປະຊາຊົນທ້ອງຖິ່ນນຳກັນ ທັງນີ້ກໍເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອດບ້ານຫວຽດນາມ - ລາວ. ຮອງລັດຖະມົນຕີການຕ່າງປະເທດຫວຽດນາມໄດ້ແບ່ງປັນຂໍ້ມູນກ່ຽວກັບສະພາບຂອງຊາວຫວຽດນາມຢູ່ຕ່າງປະເທດວ່າ, ມີຊາວຫວຽດນາມດຳລົງຊິວິດຢູ່ຕ່າງປະເທດປະມານ 6 ລ້ານຄົນໃນ 130 ປະເທດທົ່ວໂລກ, ຊາວຫວຽດນາມທີ່ດຳລົງຊິວິດຢູ່ຕ່າງປະເທດນັ້ນ ສາມາດຮັບຮູ້ໄດ້ພາລະບົດບາດທີ່ຕັ້ງຂອງຕົນໃນປະເທດທີ່ຕົນດຳລົງຊິວິດຢູ່, ມີຖານະທາງດ້ານກົດໝາຍຢ່າງຖືກຕ້ອງ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ...ທັງເປັນຂົວຕໍ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດໃນໂລກ. ໂດຍສະເພາະແມ່ນຊາວຫວຽດນາມທີ່ດຳລົງຊີວິດຢູ່ປະເທດ ແຊກບີ ແລະ ສະໂລວາກີ ໄດ້ຖືກປະເທດເຈົ້າພາບຮັບຮອງວ່າເປັນຊົນເຜົ່າໜຶ່ງຂອງປະເທດຕົນໄປແລ້ວ.

ຫວຽດນາມ - ລາວ ແບ່ງປັນປະສົບການໃນວຽກງານໃຫ້ການຊ່ວຍເຫຼືອເຊື້ອຊາດຕົນເອງຢູ່ຕ່າງປະເທດ
ບັນຍາກາດການເຮັດວຽກຂອງສອງຄະນະ.

ນີ້ເປັນຂີດໝາຍທາງປະຫວັດສາດຕໍ່ກັບຊາວຫວຽດນາມທີ່ດຳລົງຊິວິດຢູ່ສອງປະເທດດັ່ງກ່າວ, ນີ້ແມ່ນການຕີລາຄາ ແລະ ການຮັບຮູ້ຂອງປະເທດເຈົ້າພາບຕໍ່ກັບຄວາມພະຍາຍາມບຸກບືນ ແລະ ການມີສ່ວນຮ່ວມຂອງຊາວຫວຽດນາມຜ່ານຫຼາຍທົດສະວັດທີ່ຜ່ານມາ ຊຶ່ງມັນໄດ້ນຳເອົາຜົນປະໂຫຍດ ແລະ ທັງເປັນການສ້າງຊຸມຊົນຄົນຫວຽດນາມໃຫ້ນັບມື້ເຂັ້ມແຂງ. ພັກ ແລະ ລັດຖະຍານຫວຽດນາມຍາມໃດກໍຖືວ່າຊາວຫວຽດນາມດຳລົງຊິວິດຢູ່ຕ່າງປະເທດນັ້ນ ເປັນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກຊາດຫວຽດນາມໄດ້ ຊຶ່ງມັນເປັນກຳລັງແຮງໃນການສ້າງສາພັດທະນາປະເທດຊາດ, ພ້ອມດຽວກັນນັ້ນກໍໄດ້ຫັນເອົາທິດທາງດັ່ງກ່າວມາເປັນນະໂຍບາຍ, ເປັນກົດໝາຍໃຫ້ສອດຄ່ອງກັບສະຖານະການ ແລະ ເງື່ອນໄຂຕົວຈິງຂອງປະເທດ ແລະ ຈຸດພິເສດຂອງຂອງຊາວຫວຽດນາມດຳລົງຊິວິດຢູ່ຕ່າງປະເທດ.

ຊາວຫວຽດນາມທີ່ດຳລົງຊີວິດຢູ່ລາວໃນປັດຈຸບັນມີຫຼາຍກວ່າ 100.000 ຄົນ ຊຶ່ງເປັນຊຸມຊົນທີ່ໃຫ່ຍສົມຄວນ ແລະ ນັບມື້ມີການພັດທະນາ, ເສີມຂະຫຍາຍມູນເຊື້ອຮັກຊາດ, ສະໜິດຕິດພັນກັບປະເທດຊາດຫວຽດນາມ, ສາມັກຄີກັນ ແລະ ພ້ອມກັນປົກປັກຮັກສາສີສັນວັດທະນະທຳຂອງຊາດ, ປະຕິບັດກົດໝາຍຂອງລາວ ທັງເປັນເສັ້ນໄໝຮັດແໜ້ນສາຍພົວພັນມິດຕະພາບແບບພິເສດຂອງສອງຊາດຫວຽດນາມ - ລາວ. ນະໂອກາດນີ້, ຮອງລັດຖະມົນຕີໄດ້ກ່າວສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນລາວທີ່ໄດ້ສ້າງເງື່ອນໄຂ ແລະ ໃຫ້ການຊ່ວຍເຫຼືອໃຫ້ແກ່ຊາວຫວຽດນາມຢູ່ລາວໄດ້ດຳລົງຊີວິດແບບຖາວອນ, ໄດ້ຮັບການສຶກສາ, ດຳເນີນທຸລະກິດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສ້າງສາພັດທະນາປະເທດລາວໃຫ້ວັດທະນາຖາວອນ. ພ້ອມນີ້ ຮອງລັດຖະມົນຕີຍັງໄດ້ຮຽກຮ້ອງໃຫ້ຝ່າຍລາວສືບຕໍ່ສ້າງເງື່ອນໄຂໃຫ້ຊາວຫວຽດນາມໄດ້ດຳລົງຊີວິດ, ໄດ້ເຮັດວຽກງານ, ຮໍ່າຮຽນຢູ່ລາວຢ່າງຖາວອນ, ຊ່ວຍໜູນໃຫ້ເຂົາເຈົ້າປົກປັກຮັກສາສີສັນວັດທະນະທຳຂອງຊາດ, ໄດ້ຮຽນພາສາຫວຽດນາມຢູ່ຕາມສະຖາບັນແຫ່ງຕ່າງໆໃນລາວ.

ຫວຽດນາມ - ລາວ ແບ່ງປັນປະສົບການໃນວຽກງານໃຫ້ການຊ່ວຍເຫຼືອເຊື້ອຊາດຕົນເອງຢູ່ຕ່າງປະເທດ
ສຳລັບວຽກງານເຊື້ອຊາດຕົນເອງຢູ່ຕ່າງປະເທດນັ້ນ, ສອງຝ່າຍເຫັນດີໃຫ້ມີການຊຸກຍູ້ຂໍ້ຕົກລົງຮ່ວມມືນຳກັນລະຫວ່າງຄະນະກຳມະການແຫ່ງຊາດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນເຊື້ອຊາດລາວຢູ່ຕ່າງປະເທດຂອງລາວ.

ຕໍ່ກັບວຽກງານເຊື້ອຊາດຂອງຕົນຢູ່ຕ່າງປະເທດນັ້ນ, ສອງຝ່າຍເຫັນດີໃຫ້ຄະນະກຳມະການແຫ່ງລັດກ່ຽວກັບວຽກງານຊາວຕ່າງປະເທດຂອງຫວຽດນາມ ແລະ ຄະນະກຳມະການພົວພັນເຊື້ອຊາດລາວຢູ່ຕ່າງປະເທດຂອງລາວ ສືບຕໍ່ແລກປ່ຽນກັນອີກຄັ້ງພາຍຫຼັງການລະບາດຂອງພະຍາດ Covid-19 ເພື່ອຖອດຖອນບົດຮຽນຊຶ່ງກັນ ແລະ ກັນກ່ຽວກັບວຽກງານວາງນະໂຍບາຍ, ໃຫ້ການຊ່ວຍເຫຼືອ, ການປຸກລະດົມເພື່ອດຶງດູດເອົາເຊື້ອຊາດຂອງຕົນກັບຄືນປະເທດຊາດບ້ານເກີດເມືອງນອນ, ປົກປັກຮັກສາສີສັນວັດທະນະທຳ ແລະ ພາສາຂອງຊາດຕົນ. ຮອງລັດຖະມົນຕີ ເລຖິທູຮັງ ໄດ້ເຊື້ອເຊີນຄະນະກຳມະການພົວພັນເຊື້ອຊາດລາວຢູ່ຕ່າງປະເທດໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນເວລາອັນເໝາະສົມ.

ລູກເມືອງພວນ

ເຫດການ
302 Found

Found

The document has moved here.