ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາສະໜາ

00:00 | 09/08/2023

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 5-9 ມິຖຸນາ ຂອງຄະນະກຳມະການສູນກາງແນວລາວສ້າງຊາດ, ຕອນເຊົ້າ 6 ມິຖຸນາ, ທ່ານຮອງລັດຖະມົນຕີກະຊວງພາຍໃນ ວຸຈຽນທັງ ໄດ້ພົບປະເຈລະຈາກັບ ທ່ານຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ຈັນເພັງ ສຸດທິວົງ, ຫົວໜ້າຄະນະ. Trong khuôn khổ chuyến thăm, làm việc tại Việt Nam từ ngày 5 - 9/6 của Đoàn Ủy ban Trung ương Mặt trận Lào Xây dựng Đất nước, sáng 6/6, Thứ trưởng Nội vụ Vũ Chiến Thắng đã hội đàm với Phó Chủ tịch Ủy ban Trung ương Mặt trận Lào Xây dựng Đất nước Chanpheng Sutthivong, Trưởng đoàn.

​ສາສະໜາພຸດ: ສາດສະໜາ ມີຄວາມສຳພັນກັບຊີວິດຂອງຄົນລາວ ​ສາສະໜາພຸດ: ສາດສະໜາ ມີຄວາມສຳພັນກັບຊີວິດຂອງຄົນລາວ
ກອງປະຊຸມກ່ຽວກັບເສລີພາບໃນການເຊື່ອຖື ແລະ ສາສະໜາ ລະຫວ່າງລາວ - ຫວຽດນາມ ກອງປະຊຸມກ່ຽວກັບເສລີພາບໃນການເຊື່ອຖື ແລະ ສາສະໜາ ລະຫວ່າງລາວ - ຫວຽດນາມ

ທີ່ການພົບປະເຈລະຈາ, ສອງຝ່າຍຕີລາຄາສູງສາຍພົວພັນສາມັກຄີທີ່ເປັນມູນ​ເຊື້ອແບບພິເສດ ​​ທີ່​ໄດ້​ຮັບ​ການ​ເພີ່ມພູນຄູນສ້າງ​ໂດຍ​ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດຫຼາຍລຸ້ນຄົນ, ກາຍ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທົ່ວໄປຂອງແຕ່ລະປະເທດ; ​ແລກ​ປ່ຽນ​ສະ​ພາບການ​ສາ​ສະ​ຫນາ​, ບົດຮຽນປະ​ສົບ​ການ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາ​ສະ​ຫນາ​, ໝາກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍຂໍ້ຕົກລົງ​ຮ່ວມ​ມື​ດ້ານ​ສາສະໜາ ​ແລະ ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

ທັງສອງຝ່າຍຮັບຮູ້ການຈັດຕັ້ງປະຕິບັດຂໍ້ຕົກລົງ​ຮ່ວມ​ມື​ທີ່ບັນລຸ​ໄດ້​ໝາກຜົນໃດໜຶ່ງທີ່​​ແນ່ນອນ​ ໂດຍ​ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ການ​ຮ່ວມ​ມື​ໃນ​ການບຳລຸງພະນັກງານທີ່ເນັດວຽກໃນວຽກງານສາສະໜາ, ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ແລກປ່ຽນ​ປະສົບ​ການ​ໃນ​ວຽກ​ງານ​ສາສະໜາ ​ລະຫວ່າງ​ບັນດາ​ແຂວງ​​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ຢ່າງ​ສຳ​ເລັດ​ຜົນ; ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ອົງການ​ພຸດທະ​ສາສະໜາ​ຂອງ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື.

ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາສະໜາ

ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາສະໜາ

ຕາມທ່ານຮອງລັດຖະມົນຕີກະຊວງພາຍໃນ ວຸຈຽນທັ໋ງ ແລ້ວ, ​ໃນສະຖານະການພາຍໃນ ​ແລະ ໂລກ​ທີ່​ມີ​ຄວາມ​ຫຍຸ້ງຍາກ ​ແລະ ເສຍຜົນປະໂຫຍດ, ພັກ ​ແລະ ລັດຖະບານ​ຫວຽດນາມ ໄດ້ຊີ້ນຳຢ່າງຂ້ຽວຂາດ ​​ເພື່ອແກ້ໄຂ​ຄວາມ​ຫຍຸ້ງຍາກ,ກະຕຸ້ນການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຮັບ​ປະ​ກັນຊີວິດ​ສັງ​ຄົມ, ຮັກ​ສາ​ການ​ປ້ອງກັນຊາດ, ຄວາມໝັ້ນຄົງເຂັ້ມແຂງ. ປະຊາຊົນ​ເຊື່ອ​ໝັ້ນ​ການ​ນຳພາ​ຂອງ​ພັກ ​ແລະ ລັດຖະບານ, ບໍ່​ເກີດມີ​ບັນຫາ​ສັບສົນ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ.

ທ່ານຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ຈັນເພັງ ສຸດທິວົງ ໃຫ້ຮູ້ໂດຍພື້ນຖານບັນດາ ອົງການຈັດຕັ້ງທາງສາສະໜາ ແລະ ສາສະນິກະຊົນປະຕິບັດຕາມຂໍ້ກຳນົດກົດໝາຍ, ບໍ່ມີການແບ່ງແຍກທາງສາສະຫນາ. ບັນດາສາສະໜາ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ສັງຄົມ, ຮັກສາວັດທະນະທຳອັນດີງາມຂອງຊາດລາວ.

ໂດຍປະຕິບັດ​ຕົກລົງກັນຮ່ວມມືໃນຂົງເຂດສາສະໜາ, ໃນໄລຍະຈະມາເຖິງ ,ກະຊວງພາຍໃນ (ຄະນະສາສະໜາລັດຖະບານ) ເເລະ ຄະນະກຳມະການສູນກາງແນວລາວສ້າງຊາດ ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ພະນັກງານ​ໃນຂົງເຂດວຽກງານສາສະໜາ, ສະໜັບສະໜູນສະມາຄົມພຸດທະສາສະໜາ​ຂອງ​ສອງ​ປະ​ເທດ​ໃນ​ການ​ເຄື່ອນ​ໄຫວ​ທາງ​ສາສະໜາ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.