ຍສໝ - ເມື່ອວັນທີ 4 ເມສາ, ກະຊວງຍຸຕິທໍາ ສ.ເກົາຫຼີ (MOJ) ໃຫ້ຮູ້ວ່າ ໃນ 6 ເດືອນຕົ້ນປີນີ້, ຈະມີແຮງງານ ເຂົ້າປະເທດ ສ.ເກົາຫຼີ ກວ່າ 12.000 ຄົນ, ສິ່ງດັ່ງກ່າວຊ່ວຍແກ້ໄຂສະພາບການຂາດແຮງງານໃນຂົງເຂດກະສິກໍາ ແລະຫາປາ.
ຍສໝ - ໃນໂອກາດບຸນປີໃໝ່ສົງການຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 2022, ຕອນບ່າຍວັນທີ 4 ເມສານີ້ ທ່ານ ຫງວ໊ຽນມິ່ງວູ໊ ຮອງລັດຖະມົນຕີ, ຜູ້ປະຈຳການ ກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນກະຊວງການຕ່າງປະເທດມາອວຍພອນປີໃໝ່ສະຖານທູດລາວປະຈຳຫວຽດນາມ.
ຍສໝ - ວັນທີ 31 ມີນາ ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ເປັນປະທານເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງການສະໝັກໃຈໃນການປະຕິບັດຂໍ້ສະເໜີ UPR Cycle III ທີ່ຫວຽດນາມໄດ້ຮັບຮອງ ແລະ ຂໍ້ມູນກ່ຽວກັບຜູ້ລົງສະໝັກຂອງຫວຽດນາມ ເຂົ້າຮ່ວມໃນສະພາສິດທິມະນຸດສະຫະປະຊາຊາດ ສະໄໝ 2023-2025.
ຍສໝ - ຕາມຂໍ້ມູນຈາກກົມຄຸ້ມຄອງການເຂົ້າ-ອອກເມືອງ ແລະ ພັກອາໄສຂອງຍີ່ປຸ່ນ, ໄລຍະຊ່ວງທ້າຍປີ 2021 ມີຄົນຫວຽດນາມ 432.934 ຄົນ ຢູ່ຍີ່ປຸ່ນ ກວມ 15,7% ຈຳນວນຄົນຕ່າງປະເທດຢູ່ໃນປະເທດນີ້.
ຍສໝ - ຫວ່າງແລ້ວນີ້, ຢູ່ສຳນັກງານກະຊວງການຕ່າງປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ ໄດ້ມີການພົບປະກັບທ່ານ Wendy Sherman - ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ.
ຍສໝ - ໃນຂອບເຂດການເຄື່ອນໄຫວຂອງຄະນະກຳມະການອາຊຽນຢູ່ ແຄນເບີຣາ (ACC) ມຸ່ງໄປເຖິງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງອາຊຽນ, ວັນທີ 27 ມີນາ, ສະຖານທູດຫວຽດນາມ ປະຈຳ ອົດສະຕຣາລີ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນ, ແຂ່ງຂັນ bowling ມິດຕະພາບ ອາຊຽນ 2022.
ຍສໝ - ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud ເຂົ້າຢ້ຽມຂ່ຳນັບ.
ຍສໝ - ຕອນບ່າຍວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ເມັກຊິໂກ ປະຈຳ ຫວຽດນາມ Alejandro Negrín ມາຢ້ຽມຢາມພົບປະ.
ຍສໝ - ຕອນບ່າຍວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ໂດຍຕາງໜ້າການນຳຄະນະໂຄສະນາສຶກສາສູນກາງ, ສະຫາຍ ເຈີ່ນແທງເລິມ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງໄດ້ມອບມະຕິຕົກລົງແຕ່ງຕັ້ງ ສະຫາຍ ຫງວຽນເກ໊ເລິມ, ຮອງຫົວໜ້າກົມໃຫຍ່ທະເລ ແລະໝູ່ເກາະຫວຽດນາມ, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ເປັນຫົວໜ້າກົມຖະແຫຼງຂ່າວພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ ນັບແຕ່ວັນທີ 10 ມີນາ 2022.
ຍສໝ - ສະມາຄົມຊາວໜຸ່ມ ແລະ ນັກສຶກສາ ຫວຽດນາມ ຫາກໍ່ ສົມທົບກັບສະມາຄົມນັກສຶກສາສາກົນ ຫວຽດນາມ ຢູ່ ສາທາລະນະລັດ ເຊັກໂກ ຈັດຕັ້ງເວທີປາໄສການໄປສຶກສາຢູ່ຕ່າງປະເທດ ສາທາລະນະລັດ ເຊັກໂກ 2022 (ຢູ່ນະຄອນ Prague) ດ້ວຍຮູບແບບອອນລາຍ.
ວັນທີ 28 ກຸມພາ, ທີ່ສໍານັກງານກະຊວງການຕ່າງປະເທດ, ຄະນະພະນັກງານພັກ ແລະຄະນະພັກກະຊວງການຕ່າງປະເທດ ຈັດຕັ້ງກອງປະຊຸມ “ຄົ້ນຄວ້າ, ຮໍ່າຮຽນ, ຊາບຊຶມມະຕິກອງປະຊຸມສູນກາງ ສະໄໝທີ XIII ແລະຮໍ່າຮຽນຫົວເລື່ອງສະເພາະປີ 2022 ກ່ຽວກັບແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນປີ 2022” ໃຫ້ພະນັກງານ, ສະມາຊິກພັກ, ພາລະກອນ, ລັດຖະກອນສັງກັດກະຊວງທັງຢູ່ພາຍໃນ ແລະບັນດາອົງການຕ່າງໜ້າຫວຽດນາມ ຢູ່ຕ່າງປະເທດ.
ກອງປະຊຸມຜັນຂະຫຍາຍ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດປີ 2022 ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 23/2, ຢູ່ຮ່າໂນ້ຍ, ໂດຍການເປັນປະທານຂອງທ່ານ ຫງວຽນຈ້ອງເງ້ຍ.ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ, ຫົວໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ.
ຍສໝ - ປະຊາຊົນ, ວິສາຫະກິດການທ່ອງທ່ຽວ ແລະ ອໍານາດການປົກຄອງແຂວງ ແຄງຮວ່າ ກຳລັງຮີບຮ້ອນສ້າງແຜນການ, ກະກຽມຢ່າງພຽບພ້ອມທາງດ້ານບຸກຄະລາກອນທີ່ມີຄຸນນະພາບສູງ ແລະ ປັບປຸງຄືນພື້ນຖານສິ່ງອຳນວຍສະດວກບັນດາໂຮງແຮງ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ,… ເພື່ອກຽມພ້ອມເປີດການເຄື່ອນໄຫວທ່ອງທ່ອງຢ່າງຄົບຖ້ວນ.
ຍສໝ - ຫວ່າງແລ້ວນີ້, ທີ່ການປະຊຸມຂ່າວສະໄໝສາມັນ ປະຈໍາຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງ ການຕ່າງປະເທດຫວຽດນາມ ຢັ້ງຢືນເທື່ອໜຶ່ງອີກວ່າ ການສົ່ງພົນລະເມືອງຊາວ ຫວຽດນາມ ຢູ່ຕ່າງປະເທດທີ່ມີຄວາມຕ້ອງການ, ມີສະພາບການທີ່ປະສົບຄວາມ ຫຍຸ້ງຍາກ ພິເສດ ກັບເມືອປະເທດໃນສະພາບການພະຍາດໂຄວິດ-19 ຜ່ານມາ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ ແລະມະນຸດສະທຳຂອງພັກ ແລະລັດ.
ຍສໝ - ວັນທີ 17 ກຸມພາ, ທີ່ກອງປະຊຸມຂ່າວປະຈຳໄລຍະກະຊວງການຕ່າງປະເທດ, ເມື່ອຕອບຄຳຖາມກ່ຽວກັບວຽກງານປົກປ້ອງພົນລະເມືອງໃນສະພາບການຢູ່ຢູແກຼນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
ຍສໝ - ຕອນເຊົ້າວັນທີ 16 ກຸມພາ, ຢູ່ນະຄອນໂຮ່ຈິມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນໂຮ່ຈິມິນ (HUFO) ໄດ້ຈັດຕັ້ງກອງປະຊຸມກຸ່ມປະຕິບັດງານວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຄັ້ງທີ 1 ປີ 2022. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການລາຍງານກ່ຽວກັບວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປີ 2021 ແລະ ແຜນການ ແລະທິດທາງໃນປີ 2022.
ຍສໝ - ນີ້ແມ່ນຂໍ້ສັງເກດທີ່ບົດຂຽນໃນເວັບໄຊ ETF Trends ຂອງອາເມລິກາ ຫາກໍ່ລົງພິມ.
ຕອນບ່າຍວັນທີ 8 ກຸມພາ, ຄະນະຫົວໜ້າສະພາທີ່ປຶກສາການພົວພັນຕ່າງປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຂອງສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບ ທ່ານ ຮວ່າງຢຸຍຮຸ່ງ, ທະນາຍຄວາມ ອາເມລິກາ ເຊື້ອຊາດຫວຽດນາມ.
ຍສໝ - ນີ້ແມ່ນຂໍ້ກຳນົດໃຫມ່ ໃນຈົດໝາຍລັດຖະການ 50/2021/TT-BGDDT ອອກໂດຍກະຊວງສຶກສາທິການ ແລະ ບຳລຸງສ້າງ, ເຊິ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 15 ກຸມພາ 2022.
ຍສໝ - ດ້ວຍທິດນຳຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຍາມໃດກໍ່ແມ່ນຄູ່ຮ່ວມມື, ເປັນເພື່ອນຮ່ວມເດີນທາງ ແລະ ຮັບໃຊ້ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ເຄື່ອນໄຫວຢູ່ ຫວຽດນາມ; ເລື່ອງລາວທີ່ໜ້າຈົດຈຳທີ່ສຸດໃນປີທີ່ຜ່ານມາແມ່ນ VUFO ໄດ້ໜູນຊ່ວຍແຕ່ລະພະນັກງານ, ລັດຖະກອນຂອງບັນດາອົງການດັ່ງກ່າວ ໃຫ້ມີການສັກຢາປ້ອງກັນພະຍາດ Covid-19 ຢ່າງປອດໄພ, ສະດວກ, ມ່ວນຊື່ນ.