ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ

11:17 | 25/07/2022

ຍສໝ - ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍຈໍາ​ກ່ຽວ​ກັບ​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ສອງ​ຝ່າຍ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ​ໄດ້​ເຫັນ​ດີ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 5 ຢູ່ ຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7 ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດ  ອິນໂດເນເຊຍ ແລະ ບຣູໄນ ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ແລະ ບຣູໄນ

ຂໍ່ານັບຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ມາ​ຢ້ຽມຢາມ ອິນ​ໂດ​ເນ​ເຊຍ ​ແລະ ເປັນປະທານ​ຮ່ວມ JCBC-4, ທ່ານນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Retno Marsudi ຕີ​ລາຄາ​ການ​ຢ້ຽມຢາມ​ຂອງ​ທ່ານ ​ບຸ່ຍແທັງເຊີນ ​ແມ່ນມີຄວາມໝາຍ​ສຳຄັນ​ໃນ​ສະພາບ​ທີ່ 2 ຝ່າຍ​ຫາ​ກໍ່​ເປີດ​ປະຕູປະເທດພາຍຫຼັງ ​ໂລກ​ລະບາດ​ໂຄວິດ-19 ແຜ່ລະບາດ, ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ, ຮ່ວມ​ກັນ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ມຸ່ງ​ໄປ​ເຖິງ​ການສະເຫຼີມສະຫຼອງ 10 ປີແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ (2013-2023).

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ. ພາບ: baoquocte.vn

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ບັນດາ​ສາຍ​ການບິນ​ເພີ່ມ​ຄວາມ​ຖີ່ ​ແລະ ພິ​ຈາ​ລະ​ນາ​ເປີດ​ສາຍ​ການບິນ​ໃໝ່, ​ເຊື່ອມ​ຕໍ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ການ​ຄ້າ ​ແລະ ທ່ອງ​ທ່ຽວ...

​ເມື່ອ​ປຶກສາ​ຫາລື​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສອງ​ລັດຖະມົນຕີ​ໄດ້​ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຂອງ​ສອງ​ປະ​ເທດ​ຢູ່​ບັນດາ​ອົງການ ​ແລະ ​ເວທີ​ປາ​ໄສ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ບົດບາດ​ໃຈກາງ​ຂອງອາ​ຊຽນ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ກໍ່ຄື​ຢູ່​ໃນ​ໂລກ​.

2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ໃນ​ຂອບ​ເຂດອາ​ຊຽນ, ສະຫະ​ປະຊາ​ຊາດ ​ແລະ ບັນດາ​ກົນ​ໄກ​ພາກ​ພື້ນ ​ແລະ ສາກົນ​ອື່ນໆ. 2 ຝ່າຍ​ຢືນຢັນ​ຄືນ​ໃໝ່ການ​ສະໜັບສະໜູນ​ການ​ຮັກສາ​ຄວາມ​ສາມັກຄີ​ຂອງ​ອາ​ຊຽນ ​ແລະ ບັນດາ​ຫຼັກໝັ້ນ​ທີ່​ເປັນ​ເອກະ​ພາບ​ກັນ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າດ້ວຍທະ​ເລ​ປີ 1982 (UNCLOS). ກອງປະຊຸມຄັ້ງທີ 5 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ ຈະໄດ້ຈັດຂຶ້ນຢູ່ຫວຽດນາມ ໃນປີ 2024 ຫຼື 2025.

ບູນມີ

ເຫດການ
302 Found

Found

The document has moved here.