ໂຄສະນາໝາກລຳໄຍ ຮຶງອຽນ ກັບລູກຄ້າຕ່າງປະເທດ

17:21 | 24/08/2022

ຍສໝ - ຕາແສງຮົ່ງນາມ, ໂດຍແມ່ນສະຖານທີ່ມີລຳໄຍຖະຫວາຍເຈົ້າຊີວິດແຫ່ງອຳທິດຢູ່ ຮຶງອຽນ, ປັດຈຸບັນມີເນື້ອທີ່ປຸກລຳໄຍຕາມມາດຖານ VietGap ເກືອບ 150 ເຮັກຕາ. ປັດຈຸບັນ ສວນຈຳນວນໜຶ່ງ ໄດ້ອອກລະຫັດເຂດສົ່ງອອກໄປຍັງຕະຫຼາດ ອາເມລິກາ.

ກຸ່ມບໍລິສັດ Central ຂອງ ໄທມີແຜນການເປີດກວ້າງການລົງທຶນຢູ່ ຫວຽດນາມ ກຸ່ມບໍລິສັດ Central ຂອງ ໄທມີແຜນການເປີດກວ້າງການລົງທຶນຢູ່ ຫວຽດນາມ
ຊຸກຍູ້ວຽກງານການທູດເສດຖະກິດຫວຽດນາມ - ລາວ ຊຸກຍູ້ວຽກງານການທູດເສດຖະກິດຫວຽດນາມ - ລາວ
ໂຄສະນາໝາກລຳໄຍ ຮຶງອຽນ ກັບລູກຄ້າຕ່າງປະເທດ
ໂຄສະນາໝາກລຳໄຍ ຮຶງອຽນ ກັບລູກຄ້າຕ່າງປະເທດ. ພາບ: TTXVN

ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດຫວຽດນາມ ແລະ ຄະນະແຂກທ່ອງທ່ຽວສາກົນ ໄດ້ມາຢ້ຽມຊົມ, ລົງພຶດຕິກຳຕົວຈິງ, ພົບປະແລກປ່ຽນ ແລະ ເຊື່ອມຕໍ່ຢູ່ນະຄອນຮຶງອຽນ. ເຂົ້າຮ່ວມເຫດການມີທ່ານເອກອັກຄະລັດຖະທູດ ບັນດາປະເທດ: ປາແລັດສະຕິນ, ອູຣູກວາຍ, ລາວ, ຈີເລ, ເວນາຊູເອລາ, ອາບຟຼິກກາໃຕ້, ກຳປູເຈຍ, ມຽນມາ…ພ້ອມກັບຜູ້ແທນ ເກືອບ 100 ທ່ານ ໂດຍເປັນຜູ້ຕາງໜ້າສະຖານທູດ, ອົງການຈັດຕັ້ງສາກົນ, ສະຫະພັນວິສາຫະກິດທີ່ມາຈາກ ກ່ວາ 20 ປະເທດ…

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນມິງຫວູ້ ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍ, ຊ່ວຍໃຫ້ນະຄອນແນະນຳ, ໂຄສະນາວັດທະນະທຳ, ການທ່ອງທ່ຽວ, ມະນຸດ ແລະ ຜະລິດຕະພັນພົ້ນເດັ່ນໄປຍັງເພື່ອນມິດສາກົນ. ບັນດາຜະລິດຕະພັນທີ່ໄດ້ແນະນຳກັບເພື່ອນມິດສາກົນບໍ່ພຽງແຕ່ສ້າງເຄື່ອງໝາຍການຄ້າ ແລະ ສີສັນຂອງນະຄອນເທົ່ານັ້ນ ຫາກຍັງພວມກາຍເປັນຜະລິດຕະພັນສົ່ງອອກຫຼັກແຫຼ່ງຂອງແຂວງ ໄປຍັງຕະຫຼາດພາກພື້ນ ແລະ ສາກົນອີກດ້ວຍ.

ເນື່ອງໃນໂອກາດນີ້, ຄະນະໄດ້ໄປຢ້ຽມຢາມ ແລະ ລົງພຶດຕິກຳຕົວຈິງຢູ່ສວນລຳໄຍ ຕາແສງຮົ່ງນາມ, ໂດຍແມ່ນສະຖານທີ່ມີລຳໄຍຖະຫວາຍເຈົ້າຊີວິດແຫ່ງອຳທິດຢູ່ ຮຶງອຽນ, ປັດຈຸບັນມີເນື້ອທີ່ປຸກລຳໄຍຕາມມາດຖານ VietGap ເກືອບ 150 ເຮັກຕາ, ຄາດວ່າຈະເກັບກ່ຽວລຳໄຍສົດໄດ້ ກ່ວາ 2000 ໂຕນ.

ໄຊພອນ

ເຫດການ
302 Found

Found

The document has moved here.