161 ທີມເຂົ້າຮ່ວມການແຂ່ງຂັນຮອບອຸ່ນເຄື່ອງ “ນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານອາຊຽນ 2022” ໃນຮູບແບບອອນໄລ

10:40 | 29/09/2022

ຍສໝ - ຫວ່າງແລ້ວນີ້, ຮອບອຸ່ນເຄື່ອງການ​ແຂ່ງຂັນ "ນັກ​ສຶກສາ​ກັບ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານ​ອາ​ຊຽນ 2022" ​ໄດ້​ໄຂ​ຂຶ້ນ​ດ້ວຍ​ຮູບ​ການ​ການແຂ່ງຂັນແບບ​ອອນ​ລາຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 161 ທິມທີ່​ມາ​ຈາກ 51 ມະຫາວິທະຍາ​ໄລ, ວິທະຍາໄລຫວຽດນາມ ​ແລະ ​ໂຮງຮຽນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ.

ນັກສຶກສາຫວຽດນາມຍາດໄດ້ 7 ຫຼຽນໃນງານໂອລິມປິກວິຊາຟິຊິກດາລາສາດສາກົນ ນັກສຶກສາຫວຽດນາມຍາດໄດ້ 7 ຫຼຽນໃນງານໂອລິມປິກວິຊາຟິຊິກດາລາສາດສາກົນ
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022

ພາຍຫຼັງ​ການ​ເຮັດບົດເສັງ​ເປັນ​ເວລາ 2 ຊົ່ວ​ໂມງ, ມີ 100 ກວ່າ​ທີມ​ໄດ້ມີ​ຄະ​ແນນ, ​ໃນ​ນັ້ນ 5 ອັນດັບນຳໜ້າ​ແມ່ນ​ການຊ່ວງເສັງກັນ​ຢ່າງ​ດຸ​ເດືອດ​ຂອງ 5 ທິມຈາກ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ, ມະຫາວິທະຍາ​ໄລ​ເຕັກນິກກົດລັບ, ມະຫາວິທະຍາ​ໄລ Duy Tan, ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ມະຫາວິທະຍາ​ໄລສັບພະວິຊາ​ນະຄອນ​ໂຮ່ຈິ​ມິນ ທີ່ມາຈາກຫວຽດນາມ.

161 ທີມເຂົ້າຮ່ວມການແຂ່ງຂັນຮອບອຸ່ນເຄື່ອງ “ນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານອາຊຽນ 2022” ໃນຮູບແບບອອນໄລ
ທ່ານ ຫວູກວກແທ່ງ, ຮອງປະທານ, ເລຂາທິການໃຫຍ່ VNISA ຕ້ອນຮັບຜູ້ເຂົ້າແຂ່ງຂັນ (ພາບ: VNISA).

ນີ້​ແມ່ນ​ການ​ແຂ່ງຂັນ​ຄັ້ງ​ທີ 15 ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ ແລະ ຄັ້ງ​ທີ 4 ແມ່ນ​ເປີດ​ກວ້າງໃຫ້​ນັກ​ສຶກ​ສາອາ​ຊຽນ ເຂົ້າ​ຮ່ວມ. ການ​ແຂ່ງຂັນ​ ໂດຍ​ສະມາຄົມ​ຄວາມປອດໄພ​ຂໍ້​ມູນ​ຂ່າວສານ ຫວຽດນາມ (VNISA) ສົມທົບ​ກັບ​ກົມ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ (ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ) ​ແລະ ກົມ​ຮັກສາ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານ, ກົມ​ຮ່ວມ​ມື​ສາກົນ (ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ). ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ “ວັນ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວ​ສານ​ຫວຽດ​ນາມ” ປີ 2022.

ການແຂ່ງຂັນຄັ້ງນີ້ ມີຜູ້ເຂົ້າແຂ່ງຂັນທັງໝົດ 635 ຄົນ, ແບ່ງອອກເປັນ 161 ທີມ. ​ໃນ​ນັ້ນ, ມີ 56 ທິມມາຈາກ 22 ມະຫາວິທະຍາ​ໄລ​ຂອງ 7 ປະ​ເທດ​ອາ​ຊຽນ ​ຄື: ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ, ມະຫາວິທະຍາ​ໄລ Sains ມາ​ເລ​ເຊຍ, ມະຫາວິທະຍາ​ໄລ IPB ອິນ​ໂດ​ເນ​ເຊຍ ​ແລະ ວິທະຍາ​ຄານການ​ທະຫານ​ໃນຫຼວງ ໄທ.

ບັນດາ​ທີມ​ຈະ​ແບ່ງ​ອອກ​ເປັນ 3 ກຸ່ມ VN1 (​ໂຮງຮຽນ​ຢູ່​ພາກ​ເໜືອ​ຫວຽດນາມ), ກຸ່ມ VN2 (​ໂຮງຮຽນ​ຢູ່​ພາກ​ໃຕ້​ຫວຽດນາມ) ​ແລະ ກຸ່ມ​ອາ​ຊຽນ (ສຳລັບ​ໂຮງຮຽນ​ຕ່າງປະ​ເທດ). ການ​ແຂ່ງຂັນ​ຮອບ​ອຸ່ນ​ເຄື່ອງ ​ຈະ​ຊ່ວຍ​ໃຫ້​ບັນດາ​ທີມ​ຮູ້ຈັກ​ກັບ​ຮູບ​ແບບ​ ແລະ ​ເນື້ອ​ໃນ​ຂອງ​ການ​ແຂ່ງຂັນ, ກ່ອນ​ຈະ​ເຂົ້າ​ສູ່​ການ​ແຂ່ງຂັນຮອບຄັດເລືອກຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 15 ຕຸລາ​ນີ້.

ຮອບຮອງຊະນະເລີດຈະຈັດຂຶ້ນໃນວັນທີ 5 ພະຈິກ ດ້ວຍການມີໜ້າຂອງ 20 ທີມທີ່ນຳໜ້າຂອງ 3 ກຸ່ມທີ່ແຂ່ງຂັນໃນຮອບທຳອິດ ຄື: ກຸ່ມ VN1 5 ທີມ, ກຸ່ມ VN2 5 ທີມ ແລະ ກຸ່ມອາຊຽນ 10 ທີມ (ບັນດາທີມຫວຽດນາມ ຈະແຂ່ງຂັນໂດຍເຕົ້າໂຮມທີ່ຮ່າໂນ້ຍ, ທີມອາຊຽນແຂ່ງຂັນແບບອອນໄລ).

ບັນດາທິມຂອງຫວຽດນາມ ທີ່ຄວ້າໄດ້ລາງວັນ ຈະ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໃນ​ກອງ​ປະຊຸມ​ສາກົນ “ວັນ​ຄວາມປອດໄພ​ຂໍ້​ມູນ​ຂ່າວສານ ຫວຽດນາມ 2022” ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະຈິກ 2022 ຢູ່​ຮ່າ​ໂນ້ຍ ​ແລະ​ ທີມ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ​ຈະ​ຖືກ​ສະ​ເໜີ​ໃຫ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ Cyber ​​Sea Game 2022. ມູນຄ່າລາງວັນທັງໝົດຂອງການແຂ່ງຂັນແມ່ນ 200 ລ້ານດົ່ງ, ໃນນັ້ນທີມທີ່ຊະນະຄວ້າລາງວັນທີ 1 ໃນຮອບສຸດທ້າຍຈະໄດ້ຮັບເງິນລາງວັນ 30 ລ້ານດົ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.