ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ

07:33 | 05/10/2022

ຍສໝ - ທ່ານ ເຈຶ່ອງກວ່າງຫວ່າຍນາມ, ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ບົດບາດ​ຂອງ ອີ​ຢິບ ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ອາ​ຟຣິກາ. ດ້ວຍ​ຈຳນວນ​ພົນລະ​ເມືອງ​ກວ່າ 100 ລ້ານ​ຄົນ, ອີ​ຢິບ ​ແມ່ນ​ຕະຫຼາດ​ໃຫຍ່ ​ແລະ ​ເປັນ​ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ຂອງ​ຫວຽດນາມ.

ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ
ຫວຽດ​ນາມ - ອີ​ຢິບ ຕັ້ງ​ໜ​້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື ຫວຽດ​ນາມ - ອີ​ຢິບ ຕັ້ງ​ໜ​້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື

ໃນຂອບເຂດການຢ້ຽມຢາມເອຢິບ ແຕ່ວັນທີ 27 ຫາວັນທີ 29 ກັນຍາ, ຄະນະຜູ້ແທນຂັ້ນສູງຫວຽດນາມ ນຳໂດຍຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ມີການພົບປະກັບ ບັນດາສະມາຊິກສະພາ ແລະ ຜູ້ແທນຂອງພັກການເມືອງ ໃນເອຢິບ. ເຂົ້າຮ່ວມກອງປະຊຸມເຮັດວຽກຂອງຄະນະປະຕິບັດງານຄະນະພົວພັນຕ່າງປະເທດສູນກາງ ມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຢິບ ຫງວຽນຮຸຍຢຸງ.

ທີ່​ການ​ເຮັດວຽກ, ທ່ານ​ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ເຈຶ່ອງກວ່າງຫວ່າຍນາມ ​ໄດ້ ແຈ້ງໂດຍສັງເຂບກ່ຽວກັບ​ສະພາບ​ການ​ການ​ເມືອງ, ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ຂອງ ຫວຽດນາມ ​ໃນ​ໄລຍະ 35 ປີ​ຜ່ານ​ມາ​ຂອງການປ່ຽນໃໝ່, ພ້ອມ​ທັງ​ແນະນຳ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ.

ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ
ທ່ານ​ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ເຈຶ່ອງກວ່າງຫວ່າຍນາມ ເນັ້ນໜັກ ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ.
ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ

ທ່ານ​ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ບົດບາດ​ຂອງ ອີ​ຢິບ ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ອາ​ຟຣິກາ. ດ້ວຍ​ຈຳນວນ​ພົນລະ​ເມືອງ​ກວ່າ 100 ລ້ານ​ຄົນ, ອີ​ຢິບ ​ແມ່ນ​ຕະຫຼາດ​ໃຫຍ່ ​ແລະ ​ເປັນ​ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ຂອງ​ຫວຽດນາມ.

ທ່ານ ​ເຈຶ່ອງກວ່າງຫວ່າຍນາມ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ຫວຽດນາມ ​ແລະ ອີ​ຢິບ ຈະ​ສືບ​ຕໍ່​ຍູ້​ແຮງການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພາກ​ພື້ນ ​ແລະ ສາກົນ ເພື່ອຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເພື່ອ​ຄວາມສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື​ ແລະ​ ການ​ພັດ​ທະ​ນາ.

ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ
ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ

ທີ່​ການ​ພົບ​ປະ, ຜູ້ຕາງໜ້າ​ບັນດາ​ພັກ​ການ​ເມືອງ ​ແລະ ສະມາຊິກລັດຖະ​ສະພາ​ ອີ​ຢິບ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​ເສດຖະກິດ - ສັງຄົມ​ທີ່ໜ້າ​ປະ​ທັບ​ໃຈ​ຂອງ ຫວຽດນາມ ​ແລະ ມີ​ຄວາມ​ສົນ​ໃຈ​ເຖິງ​ນະ​ໂຍບາຍ​ປ່ຽນແປງໃໝ່ ກໍຄືປະສົບ​ການ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ສັງຄົມ, ວຽກ​ງານກໍ່ສ້າງ​ພັກ ​ແລະ ​ການບຳລຸງສ້າງ​ພະ​ນັກ​ງານ​.

ຝ່າຍ​ອີ​ຢິບ ​ກໍ​ໄດ້​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ ກໍ່ຄື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທີ່ອີຢິບ​ ພວມ​ປະ​ເຊີນ​ໜ້າ​ຢູ່. ແລະຖືວ່າ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ປະຈຸ​ບັນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ຍັງ​ບໍ່​ທັນ​ແທດ​ເໝາະ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ, ຝ່າຍ​ອີ​ຢິບ ​ສະ​ເໜີ​ວ່າ ຫວຽດນາມ ​ແລະ ອີ​ຢິບ ຕ້ອງ​ຊອກ​ຫາ​ວິທີ​ແກ້​ໄຂ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ປະ​ເທດ​ໃນ​ຂົງ​ເຂດທີ່ສອງ​ຝ່າຍ​ມີ​ທ່າແຮງ.

ຄະນະປະຕິບັດງານຄະນະພົວພັນ​ຕ່າງປະ​ເທດ​ສູນ​ກາງ​ ແລະ ​ຝ່າຍ​ຕ່າງໆ​ ກໍ່​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ​ທີ່​ຕ່າງ​ຝ່າຍ​​ຕ່າງມີ​ຄວາມ​ສົນ​ໃຈ ​ເຊັ່ນ ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ແລະ​ ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ.

ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ
ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ
ບັນດາຜູ້ແທນ ໄດ້ຖ່າຍຮູບທີ່ລະນຶກ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ວ່າ ຫວຽດນາມ ​ແລະ ອີ​ຢິບ ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ບັນດາຂັ້ນ ​ແລະ ຕັ້ງໜ້າ​ຊຸກຍູ້​ການ​ເຊື່ອມຕໍ່​ລະຫວ່າງ​ປະຊາ​ຄົມ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ, ມີ​ທິດ​ທາງ ​ແລະ ວິທີ​ແກ້​ໄຂ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຊຸກຍູ້​ການ​ຮ່ວມ​ມື​ໃນທຸກ​ຂົງ​ເຂດ​ໃນ​ໄລຍະ​ຍາວ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການທ່ອງທ່ຽວ ​ແລະ ການ​ແລກປ່ຽນ​ປະຊາຊົນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.