ປິດຊຸດຝຶກອົບຮົມ ແລະ ວິຊາສະເພາະການພິມ ສຳລັບພະນັກງານໂຮງງານການພິມ - ກອງທັບປະຊາຊົນລາວ | |
ປິດຊຸດຝຶກອົບຮົມ ພາສາລາວ ໃຫ້ພະນັກງານ ລັດຖະກອນ ເຂດຊາຍແດນ ດ່ານສາກົນ ນຳ້ກັ່ນ |
ກ່າວຄຳເຫັນທີ່ພິທີປິດ, ທ່ານ ດິງຮ່ວາງລິງ, ຫົວໜ້າກົມຖະແຫຼງຂ່າວ ແລະ ວັດທະນະທຳ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ, ພາຍຫຼັງ 2 ອາທິດເຄື່ອນໄຫວ, ມີຄູອາຈານເກືອບ 70 ຄົນທີ່ມາຈາກ 9 ປະເທດ ແລະ ເຂດແຄ້ວນ ໄດ້ສຳເລັດເນື້ອໃນການຝຶກອົບຮົມການສິດສອນພາສາຫວຽດນາມ ໃຫ້ແກ່ຄູສອນຫວຽດນາມ ຢູ່ຕ່າງປະເທດ.
ບັນດານັກສຳມະນາກອນ ໄດ້ປະກອບທັກສະການສອນ, ວິທີສອນພາສາຫວຽດນາມ ຕາມຫຼັກສູດ ແລະ ເປັນມືອາຊີບ. ຜ່ານບັນດາການບົດສອນ, ຄູອາຈານ ແລະ ນັກສຳມະນາກອນໄດ້ຮັບການປະກອບບັນດາຄວາມຮູ້ທີ່ເປັນປະໂຫຍດຕື່ມອີກ ກ່ຽວກັບວັດທະນະທຳ ແລະ ປະຫວັດສາດຫວຽດນາມ ພ້ອມທັງເພີ່ມທະວີຄວາມຮັ່ງມີສວຍງາມຂອງພາສາຊາດ.
![]() |
ປິດຊຸດຝຶກອົບຮົມ ການສິດສອນພາສາຫວຽດນາມ ໃຫ້ຄູຫວຽດນາມຢູ່ຕ່າງປະເທດ. (ພາບ: hanoimoi) |
ນອກຈາກນັ້ນ, ບັນດານັກສຳມະນາກອນ ຍັງໄດ້ສະໜອງ ແລະ ແບ່ງປັນເອກະສານການສອນອັນລ້ຳຄ່າ, ເຊິ່ງໂດຍນັກຊ່ຽວຊານດ້ານພາສາ ທີ່ມີປະສົບການຈາກມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ແລະ ມະຫາວິທະຍາໄລວິທະຍາສາດສັງຄົມ ແບະ ມະນຸດສາດ ໄດ້ຮຽບຮຽງ ເພື່ອໜູນຊ່ວຍຍົກສູງທັກສະສິດສອນພາສາຫວຽດນາມ.
ກ່າວຄຳເຫັນທີ່ພິທີປິດ, ຄູອາຈານຫຼາຍທ່ານ ຢືນຢັນວ່າ ຊຸດຝຶກອົບຮົມໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ນຳມາໃຫ້ນັກສຳມະນາກອນມີຄວາມຈຳເປັນ, ມີຄວາມຮູ້ດ້ານວິຊາຊີບທີ່ມີປະໂຫຍດ, ສືບຕໍ່ຖ່າຍທອດພາສາປະຈຳຊາດ ໃຫ້ແກ່ລຸ້ນໜຸ່ມຫວຽດນາມຢູ່ຕ່າງປະເທດ.
ນອກຈາກນັ້ນ, ຊຸດຝຶກອົບຮົມຍັງເປັນໂອກາດເພື່ອໃຫ້ຄູໄດ້ຮຽນຮູ້, ແລກປ່ຽນ ແລະ ແບ່ງປັນປະສົບການການສອນ ຫຼື ຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານ.
ຄຳຮຸ່ງ