ການຮ່ວມມືດ້ານປ້ອງກັນຊາຍແດນລະຫວ່າງ ຫວຽດນາມ - ລາວ ຈະກາຍເປັນຈຸດພົ້ນເດັ່ນໃນການພົວພັນການຕ່າງປະເທດດ້ານປ້ອງກັນຊາຍແດນ

20:50 | 26/09/2022

ຍສໝ - ເມື່ອເວົ້າເຖິງສາຍພົວພັນມິດຕະພາບທີ່ສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ - ລາວ ນັ້ນຄົງຈະບໍ່ອາດບໍ່ເວົ້າເຖິງສາຍພົວພັນຢ່າງແໜ້ນແຟ້ນລະຫວ່າງກໍາລັງປ້ອງກັນຊາຍແດນຂອງສອງປະເທດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ, ວາລະສານ ຍຸກສະໄໝ ໄດ້ມີການພົບປະແລກປ່ຽນກ່ຽວກັບບັນດາຜົນງານໃນການສົມທົບກັນລະຫວ່າງທະຫານປ້ອງກັນຊາຍແດນສອງປະເທດ ແລະ ບັນດາແຜນການຮ່ວມມືໃນໄລຍະຈະມາເຖິງກັບ ທ່ານ ພົນຈັດຕະວາ ຫງວຽນແອງຕັ໋ວນ, ເລຂາຄະນະພັກ, ຜູ້ຮັບຜິດຊອບການເມືອງທະຫານປ້ອງກັນຊາຍແດນ.

ບິ່ງເຢືອງ ເປັນເຈົ້າພາບຈັດເວທີປາໄສການຮ່ວມມືເສດຖະກິດອິນເດຍ Horasis 2022 ບິ່ງເຢືອງ ເປັນເຈົ້າພາບຈັດເວທີປາໄສການຮ່ວມມືເສດຖະກິດອິນເດຍ Horasis 2022
ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືທາງດ້ານພຸດທະສາສະໜາ ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືທາງດ້ານພຸດທະສາສະໜາ
ການຮ່ວມມືດ້ານປ້ອງກັນຊາຍແດນລະຫວ່າງ ຫວຽດນາມ - ລາວ ຈະກາຍເປັນຈຸດພົ້ນເດັ່ນໃນການພົວພັນການຕ່າງປະເທດດ້ານປ້ອງກັນຊາຍແດນ

ທ່ານ ພົນຈັດຕະວາ ຫງວຽນແອງຕັ໋ວນ, ເລຂາຄະນະພັກ, ຜູ້ຮັບຜິດຊອບການເມືອງທະຫານປ້ອງກັນຊາຍແດນ.

ຮຽນທ່ານພົນຈັດຕະວາ, ວຽກງານການຕ່າງປະເທດດ້ານປ້ອງຊາຍແດນຫວຽດນາມ - ລາວ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກກໍາລັງປ້ອງກັນຂອງສອງປະເທດ. ຂໍຮຽນສະເໜີ ທ່ານ ພົນຈັດຕະວາ ໃຫ້ຮູ້ວ່າບັນດາໝາກຜົນສໍາຄັນທີ່ບັນລຸໄດ້ໃນໄລຍະມໍ່ໆນີ້ມີຄືແນວໃດ?

- ທ່ານ ພົນຈັດຕະວາ ຫງວຽນແອັງຕັ໋ວນ: ໃນຊຸມປີຜ່ານມາ, ທະຫານປ້ອງກັນຊາຍແດນຫວຽດນາມ ແລະ ກໍາລັງປ້ອງກັນຊາຍແດນລາວ ໄດ້ນຳໃຊ້ບັນດາຫຼັກການຂອງກົດໝາຍສາກົນບົນພື້ນຖານມິດຕະພາບພິເສດເພື່ອພ້ອມກັນຊີ້ນຳບັນດາຫົວໜ່ວຍສົມທົບກັນປະຕິບັດສັນຍາວ່າດ້ວຍການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຫວຽດນາມ - ລາວ, ກໍຄືບັນດາການຕົກລົງກ່ຽວກັບການຮ່ວມມືລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ກໍາລັງປະຕິບັດໜ້າທີ່ຂອງປະເທດເພື່ອນລາວ ແລະ ບົດບັນທຶກກອງປະຊຸມປະຈຳປີຄັ້ງທີ 31 ຂອງຄະນະຜູ້ແທນເຂດຊາຍແດນສອງປະເທດຫວຽດນາມ - ລາວ ໃຫ້ເປັນຢ່າງດີ.

ໃນ 2 ປີຜ່ານມາ, ບັນດາກົມກອງທະຫານປ້ອງກັນຊາຍແດນ ຫວຽດນາມ ແລະ ກຳລັງປະຕິບັດໜ້າທີ່ຢູ່ຝ່າຍກົງກັນຂ້າມກໍໄດ້ຈັດຕັ້ງການເຈລະຈາ ແລະ ການພົບປະວົງແຄບນັບເປັນສິບຄັ້ງຢູ່ເຂດຊາຍແດນ; ປະຕິບັດການລາດຕະເວນກວດການສອງຝ່າຍເພື່ອປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກແດນແຫ່ງຊາດ ກວ່າ 200 ຄັ້ງ ດ້ວຍພະນັກງານ, ນັກຮົບເຂົ້າຮ່ວມ 2.500 ເທື່ອຄົນ; ຈັດຕັ້ງຄະນະປະຕິບັດງານບັນດາຂັ້ນໄປພົບປະຢູ່ເຂດຊາຍແດນ ເພື່ອປຶກສາຫາລືກ່ຽວກັບສະພາບການ 231 ຄະນະ ດ້ວຍພະນັກງານກວ່າ 1.600 ເທື່ອຄົນ; ສົມທົບກັນໃນການໂຄສະນາການປ້ອງກັນ ແລະ ຕ້ານໂລກລະບາດ, ແຈກໃບປິວສອງພາສາ ຫວຽດນາມ - ລາວ 73.000 ກວ່າໃບ ແລະ ໜູນຊ່ວຍອຸປະກອນການແພດ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ຝ່າຍເພື່ອນເພື່ອຮັບໃຊ້ວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ ແລະ ປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ດ້ວຍຍອດມູນຄ່າກວ່າ 12.3 ຕື້ດົ່ງ.

ສອງຝ່າຍໄດ້ສົມທົບກັນເພື່ອເຮັດລະບຽບການເຂົ້າ-ອອກເມືອງໃຫ້ 306.495 ເທື່ອຄົນ, ພາຫະນະ 300.451 ຄັນ; ປະສານສົມທົບກັນຕໍ່ສູ້ກັບອາດຊະຍາກຳທຸກປະເພດຢ່າງມີປະສິດທິຜົນ, ຈັບເຂົ້າຄຸກ 224 ຄະດີ/807 ເປົ້າໝາຍ, ຢຶດຢາເສບຕິດຊະນິດຕ່າງໆນັບສິບໆກິໂລ, ປືນ 4 ກະບອກ, ລູກປືນ 157 ລູກ, ລູກລະເບີດ 1 ລູກ ແລະ ຂອງກາງຕ່າງໆ; ຮັບຄະດີໂດຍຝ່າຍລາວ ມອບສົ່ງກັບຄືນປະເທດ 190 ຄະດີ/724 ເປົ້າໝາຍ, ມອບສົ່ງກັບຄືນປະເທດ 28 ຄະດີ/75 ເປົ້າໝາຍທີ່ເຂົ້າ-ອອກເມືອງຜິດກົດໝາຍ.

ປະຈຸບັນ, ກອງບັນຊາການທະຫານປ້ອງກັນຊາຍແດນໄດ້ລາຍງານຕໍ່ກະຊວງປ້ອງກັນປະເທດເພື່ອອະນຸມັດຜ່ານໂຄງການໜູນຊ່ວຍການກໍ່ສ້າງກອງບັນຊາການທະຫານປ້ອງກັນຊາຍແດນ 320/ກົມທະຫານປ້ອງກັນຊາຍແດນລາວ ດ້ວຍມູນຄ່າ 20 ຕື້ດົ່ງ; ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ ຢູ່ແຂວງ ກວາງບິ່ງ ຢ່າງສໍາເລັດຜົນ; ທະຫານປ້ອງກັນຊາຍແດນແຂວງ ຮ່າຕິ້ງ ໄດ້ສົມທົບກັບກອງບັນຊາການທະຫານແຂວງ ບໍລິຄໍາໄຊ/ລາວ ຈັດຕັ້ງການເຝິກຊ້ອມຕໍ່ສູ້ ສະກັດກັ້ນການອົບພະຍົບຢ່າງເສລີ ແລະ ການເຂົ້າ-ອອກຢ່າງຜິດກົດໝາຍ.

ບົນເສັ້ນຊາຍແດນລະຫວ່າງສອງປະເທດ ມີຄ້າຍທະຫານຊາຍແດນ 66/95 ຄ້າຂອງຫວຽດນາມ ທີ່ໄດ້ຈັດຕັ້ງການແຮກສ່ຽວກັບ 25/30 ກອງຮ້ອຍທະຫານປ້ອງກັນຊາຍແດນຂອງ ລາວ ແລະ 10 ຄ້າຍທະຫານຂອງດ່ານຊາຍແດນຫວຽດນາມ ໄດ້ແຮກສ່ຽວກັບ 10 ຄ້າຍຕໍາຫຼວດຂອງດ່ານຊາຍແດນລາວ. ຍ້ອນແນວນັ້ນ, ສອງຝ່າຍໄດ້ຮັກສາຊ່ອງທາງການຕິດຕໍ່ສື່ສານ ແລະ ແລກປ່ຽນຂໍ້ມູນຢ່າງລຸລ່ວງ ແລະ ແໜ້ນແຟ້ນ ເພື່ອແກ້ໄຂບັນດາ ບັນຫາທີ່ເກີດຂຶ້ນຢູ່ເຂດຊາຍແດນ ແລະ ດ່ານຊາຍແດນຢ່າງທັນການ ແລະ ມີປະສິດທິຜົນ; ສົມທົບກັນຄຸ້ມຄອງ ແລະ ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງ ຢູ່ເຂດຊາຍແດນຂອງແຕ່ລະປະເທດ, ເພື່ອສະແດງໃຫ້ເຫັນນໍ້າໃຈສາມັກຄີ, ຄວາມກ້າຫານ ແລະ ຄວາມສະຫຼາດຫຼັກແຫຼມຂອງນາຍທະຫານປ້ອງກັນຊາຍແດນ ຫວຽດນາມ - ລາວ.

ທ່ານພົນຈັດຕະວາຕີລາຄາແນວໃດຕໍ່ການພົວພັນມິດຕະພາບຂອງປະຊາຊົນຢູ່ເຂດຊາຍແດນສອງປະເທດ ຫວຽດນາມ-ລາວ?

- ທ່ານ ພົນຈັດຕະວາ ຫງວຽນແອັງຕັ໋ວນ: ໃນຕະຫຼອດໄລຍະປະຫວັດສາດອັນຍາວນານແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງສອງປະເທດ, ປະຊາຊົນສອງຟາກຊາຍແດນ ຫວຽດນາມ - ລາວ ໄດ້ມີການພົວພັນທີ່ສະໜິດຕິດພັນເປັນເວລາດົນນານ. ພິເສດແມ່ນນັບແຕ່ເມື່ອມີການນໍາພາຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ການພົວພັນທີ່ສະໜິດຕິດພັນຢ່າງແໜ້ນແຟ້ນນັ້ນ ໄດ້ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງເຂັ້ມແຂງ ເໝືອນດັ່ງ ທ່ານປະທານ ໂຮ່ຈີມິນ ຢືນຢັນວ່າ: “ສອງຊາດລາວ - ຫວຽດນາມ ໄດ້ ຝັງຄວາມຮັກຢູ່ໃນໃຈ ຮົງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”.

ເຂດຊາຍແດນຫວຽດນາມ - ລາວ ສ່ວນຫຼາຍແມ່ນເຂດຫ່າງໄກສອກຫຼີກ, ຊີວິດການເປັນຢູ່ ແລະ ເສດຖະກິດຍັງມີຫຍຸ້ງຍາກຫຼາຍຢ່າງ, ແຕ່ປະຊາຊົນຢູ່ສອງຟາກຊາຍແດນຍາມໃດກໍຕິດພັນກັນ, ສາມັກຄີ, ແບ່ງປັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຄວາມຮັກແພງກັນ. ພວກເຂົາຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຊີວິດປະຈໍາວັນ, ການຜະລິດ, ການພັດທະນາເສດຖະກິດ ແລະ ເຮັດໃຫ້ຊີວິດການເປັນຢູ່ມີຄວາມໝັ້ນຄົງ.

ຈາກຄວາມສາມັກຄີ, ມິດຕະພາບແບບພິເສດນັ້ນ ໄດ້ເຮັດໃຫ້ເຂດຊາຍແດນຫວຽດນາມ - ລາວ ກາຍເປັນຈຸດລິເລີ່ມເກີດມີຮູບແບບແຮກສ່ຽວແບບບ້ານຕໍ່ບ້ານ ແລະ ໄດ້ຮັບການສົມທົບຈາກກອງບັນຊາການທະຫານປ້ອງກັນຊາຍແດນກັບບັນດາຂັ້ນ, ອຳນາດການປົກຄອງບັນດາແຂວງຂອງເຂດຊາຍແດນ ທະວີຄູນ, ຍົກລະດັບຮູບແບບຂຶ້ນເປັນຂະບວນການ "ແຮກສ່ຽວກຸ່ມຊຸມຊົນຢູ່ສອງຟາກຊາຍແດນ" ໃນທົ່ວເຂດເສັ້ນຊາຍແດນ.

ພິເສດໃນ 2 ປີຜ່ານມາ, ປະຊາຊົນຢູ່ສອງຟາກຂອງເຂດຊາຍແດນໄດ້ພົບປະແລກປ່ຽນ ຂໍ້ມູນກ່ຽວກັບສະພາບການລະບາດຂອງໂລກລະບາດຂອງແຕ່ລະຝ່າຍຢ່າງເປັນປະຈໍາ; ໂຄສະນາເຜີຍແຜ່ ແລະ ຂົນຂວາຍປະຊາຊົນໃນແຕ່ລະກຸ່ມຊຸມຊົນໃຫ້ປະຕິບັດຂໍ້ກໍານົດ ຂອງແຕ່ລະປະເທດໃນການປ້ອງກັນ ແລະ ຄວບຄຸມໂລກລະບາດຢ່າງເຂັ້ມງວດ; ຕັ້ງໜ້າເຂົ້າຮ່ວມພ້ອມກັບກຳລັງປ້ອງກັນຊາຍແດນໃນການລາດຕະເວນກວດກາ ແລະ ສະກັດກັ້ນການຂ້າມແດນແບບຜິດກົດໝາຍ. ພິເສດແມ່ນບັນດາກຸ່ມ, ຈຸດປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຂອງທະຫານປ້ອງກັນຊາຍແດນ ໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນຢູ່ສອງຟາກຊາຍແດນ. ໃນການປ້ອງກັນ ແລະ ຕ້ານໂລກລະບາດ, ບັນດາກອງບັນຊາການທະຫານປ້ອງກັນຊາຍແດນໄດ້ພົບປະ, ແລກປ່ຽນ ແລະ ສົມທົບກັບກຳລັງຄຸ້ມຄອງ ແລະ ປ້ອງກັນຊາຍແດນຂອງລາວ ຈັດຕັ້ງການລາດຕະເວນກວດກາ, ຄວບຄຸມກວດກາການປ້ອງກັນຊາຍແດນ.

ການຮ່ວມມືດ້ານປ້ອງກັນຊາຍແດນລະຫວ່າງ ຫວຽດນາມ - ລາວ ຈະກາຍເປັນຈຸດພົ້ນເດັ່ນໃນການພົວພັນການຕ່າງປະເທດດ້ານປ້ອງກັນຊາຍແດນ
ທະຫານປ້ອງກັນຊາຍແດນແຂວງເງ້ອານປະຕິບັດໜ້າທີ່ການລາດຕະເວນ. ພາບ: ເລແທກ - ທະຫານປ້ອງກັນຊາຍແດນແຂວງເງ້ອານ

ພ້ອມກັນນັ້ນ, ບັນດາກົມກອງກໍ່ໄດ້ປະກອບຄໍາເຫັນໃຫ້ອໍານາດການປົກຄ້ອງທ້ອງຖິ່ນຈັດຕັ້ງການແຮກສ່ຽວ ແລະ ຮັກສາການພົວພັນຄວາມສາມັກຄີ, ມິດຕະພາບ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງຄູ່ກຸ່ມຊຸມຊົນ 103 ຄູ່; ບັນດາກົມກອງທະຫານປ້ອງກັນຊາຍແດນຫວຽດນາມ ໄດ້ໜູນຊ່ວຍການກໍ່ສ້າງ ແລະ ສ້ອມແປງກຸ່ມບ້ານລາວຈຳນວນໜຶ່ງ ແລະ ຮັບເປັນຜູ້ອຸປະກາລະໃຫ້ນັກຮຽນລາວ 81 ຄົນທີ່ມີສະພາບຫຍຸ້ງຍາກທີ່ສຸດ ດ້ວຍລະດັບໜູນຊ່ວຍ 500.000 ດົ່ງ/ເດືອນ/ຄົນ.

ດ້ວຍຄວາມສະໜິດຕິດພັນ, ຄວາມສາມັກຄີຂອງປະຊາຊົນສອງຟາກຊາຍແດນ ໄດ້ປະກອບສ່ວນໂດຍກົງເຂົ້າໃນການຍົກສູງສະຕິຄວາມຮັບຜິດຊອບຂອງປະຊາຊົນກ່ຽວກັບປະເທດຊາດ, ເສັ້ນຊາຍແດນແຫ່ງຊາດ, ຮ່ວມແຮງຮ່ວມໃຈ, ປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນຂອງປະເທດຊາດ, ຮັບໃຊ້ໜ້າທີ່ພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ, ຍົກສູງຄວາມຮູ້ຂອງປະຊາຊົນ, ລົບລ້າງຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່. ໂດຍຜ່ານນັ້ນ, ກໍສືບຕໍ່ຢືນຢັນນໍ້າໃຈຕິດພັນກັນຢ່າງແໜ້ນແຟ້ນ, ແບ່ງທຸກແບ່ງສຸກລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ໃຫ້ເໝືອນດັ່ງຈິດໃຈ “ເກືອເມັດຫັກ, ຜັກເສັ້ນຫນຶ່ງກໍແບ່ງປັນກິນ".

ຂໍຮຽນສະເໜີ ທ່ານພົນຈັດຕະວາ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກອງບັນຊາການທະຫານ ປ້ອງກັນຊາຍແດນຈະສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມືກັບບັນດາກໍາລັງປ້ອງກັນຊາຍແດນ ສປປ ລາວ ຄືແນວໃດ?

- ທ່ານ ພົນຈັດຕະວາ ຫງວຽນແອັງຕັ໋ວນ: ເພື່ອປະກອບສ່ວນເຂົ້າໃນການສ້າງຊາຍແດນ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຮັດແໜ້ນນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງກອງທັບສອງປະເທດ ເວົ້າລວມ ແລະ ກໍາລັງປ້ອງກັນ ຊາຍແດນເວົ້າສະເພາະ ກວ່າອີກນັ້ນ, ໃນໄລຍະຈະມາເຖິງ, ກອງ ບັນຊາການທະຫານປ້ອງກັນຊາຍແດນຈະສືບຕໍ່ຜັນຂະຫຍາຍບັນດາໂຄງການ, ແຜນການຮ່ວມມືກັບບັນດາກຳລັງປ້ອງກັນຊາຍແດນຂອງປະເທດເພື່ອນລາວຢ່າງຮອບດ້ານ.

ໃນນັ້ນ, ຕ້ອງເອົາໃຈໃສ່ເປັນພິເສດເຖິງການຜັນຂະຫຍາຍ, ຫັນບັນດາຄໍາສັ່ງ, ດໍາລັດ, ໂຄງການ, ແຜນຮ່າງ, ແຜນການຂອງພັກ, ລັດ, ຄະນະພັກທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ ກ່ຽວກັບການຮ່ວມມືກັບລາວເປັນອັນລະອຽດ ແລະ ຊຸກຍູ້ການໂຄສະນາເຜີຍແຜ່, ຍົກສູງຄວາມຮັບຜິດຊອບຂອງລະບົບການເມືອງທັງໝົດໃນການກໍ່ສ້າງ ແລະ ປັບປຸງຊາຍແດນໃຫ້ໝັ້ນຄົງ.

ສືບຕໍ່ປັບປຸງຄຸນນະພາບ, ປະສິດທິຜົນຂອງການຄາດເດົາ, ການວິເຄາະສະຖານະການ ເພື່ອປະກອບຄຳເຫັນ, ວາງແຜນຍຸດທະສາດ, ທິດທາງ, ໜ້າທີ່ໃນ ການຮ່ວມມືດ້ານປ້ອງກັນປະທດ ແລະ ການຮ່ວມມືດ້ານປ້ອງກັນຊາຍແດນໃນສະພາບການໃໝ່. ໂດຍຜັນຂະຫຍາຍປະຕິບັດສັນຍາວ່າດ້ວຍການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກລະຫວ່າງ ຫວຽດນາມ-ລາວ ຢ່າງເຂັ້ມງວດ; ສົມທົບກັນໃນການຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນ, ລະບົບຫຼັກແດນແຫ່ງຊາດ ແລະ ຮັກສາຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ດ່ານຊາຍແດນຢ່າງແໜ້ນແຟ້ນ; ເພີ່ມທະວີການປະຕິຮູບລະບຽບການບໍລິຫານ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ, ພາຫະນະເຂົ້າ-ອອກ ແລະ ສິນຄ້າທີ່ນຳເຂົ້າ ແລະ ສົ່ງອອກຕາມຂໍ້ກໍານົດ.

ພິເສດ, ເພື່ອສະເຫຼີມສະຫຼອງການພົວພັນແບບພິເສດ ຫວຽດນາມ - ລາວ ຄົບຮອບ 60 ປີ ແລະ ສະເຫຼີມສະຫຼອງປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ - ລາວ - ຫວຽດນາມ 2022, ກໍາລັງທະຫານປ້ອງກັນຊາຍແດນສອງປະເທດໄດ້ເຫັນດີເປັນເອກະພາບກັນຢ່າງສູງກ່ຽວກັບການຊຸກຍູ້ການພົບປະແລກປ່ຽນມິດຕະພາບເຂດຊາຍແດນກັບລາວ, ພົບປະນາຍທະຫານໜຸ່ມຂອງທະຫານຊາຍແດນສອງປະເທດ; ຈັດຕັ້ງບັນດາກິດຈະກໍາພົບປະແລກປ່ຽນ, ແຮກສ່ຽວ, ຊ່ວຍເຫຼືອໃນການພັດທະນາເສດຖະກິດເຂດຊາຍແດນຂອງປະເທດເພື່ອນ; ເພີ່ມທະວີການຮ່ວມມື, ກຽມພ້ອມທີ່ຈະສົ່ງກຳລັງ, ພາຫະນະ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການກູ້ຊີບກູ້ໄພຢູ່ເຂດຊາຍແດນ ແລະ ເຂດຕິດກັບຊາຍແດນຂອງແຕ່ລະະເທດໃນເວລາທີ່ເກີດ ໄພທຳມະຊາດ, ໄພພິບັດ; ຜັນຂະຫຍາຍບັນດາເນື້ອໃນໃນຂອບເຂດກົນໄກການຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ໃຫ້ມີປະສິດທິຜົນ; ເຂົ້າຮ່ວມປະສານສົມທົບເພື່ອສ້າງສັນຍາລະຫວ່າງລັດຖະບານຂອງສອງປະເທດກ່ຽວກັບການຜັນຂະຫຍາຍຮູບແບບການກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານຊາຍແດນສາກົນລາວບາວ/ກວາງຈີ້ - ແດນສະຫວັນ/ສະຫວັນນະເຂດ; ເປັນເສນາທິການໃນການຈັດຕັ້ງພິທີປະກາດຄູ່ດ່ານຊາຍແດນສາກົນລ໋ອງເຊີບ/ຫວຽດນາມ - ປ່າຮາງ/ລາວ ແລະ ເຂົ້າຮ່ວມການວາງແຜນກຳນົດລະບົບດ່ານຊາຍແດນຫວຽດນາມ - ລາວ ໄລຍະ 2022 – 2030, ວິໄສທັດ ປີ 2050...

ຂໍຂອບໃຈ!

ເລເຊີນ

ເຫດການ
302 Found

Found

The document has moved here.