ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກກັບບັນດາອົງການຕາງໜ້າການຄ້າ ຫວຽດນາມ ປະຈຳຕ່າງປະເທດ

07:00 | 21/08/2022

ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ, ສະພາບເສດຖະກິດ - ສັງຄົມໃນໄລຍະ 7 ເດືອນຕົ້ນປີ 2022 ຂອງ ຫວຽດນາມ ສືບຕໍ່ມີຄວາມຈະເລີນເຕີບໂຕ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບນາຍົກລັດຖະມົນຕີ ລາວ ແລະ ການນຳ ອາຊຽນ ຈຳນວນໜຶ່ງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບນາຍົກລັດຖະມົນຕີ ລາວ ແລະ ການນຳ ອາຊຽນ ຈຳນວນໜຶ່ງ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຕ້ອງສິ້ນສຸດການສັກວັກຊິນເຂັມທີ 2 ໃຫ້ແກ່ຜູ້ມີອາຍຸ 18 ປີຂຶ້ນໄປໃນປີ 2021 ໂດຍພື້ນຖານ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຕ້ອງສິ້ນສຸດການສັກວັກຊິນເຂັມທີ 2 ໃຫ້ແກ່ຜູ້ມີອາຍຸ 18 ປີຂຶ້ນໄປໃນປີ 2021 ໂດຍພື້ນຖານ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງໄກກັບບັນດາອົງການຕາງໜ້າການຄ້າ ຫວຽດນາມ ປະຈຳຕ່າງປະເທດ. ກອງປະຊຸມໄດ້ເຊື່ອມຕໍ່ລະຫວ່າງສຳນັກງານກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ກັບ 62 ສະຖານທີ່ເຊື່ອມຕໍ່ຮັບຜິດຊອບ 176 ຕະຫຼາດຢູ່ຫຼາຍປະເທດໃນໂລກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖືວ່າ, ສະພາບການໂລກມີການຜັນແປຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນໄດ້, ສົ່ງຜົນສະທ້ອນເຖິງເສດຖະກິດທົ່ວໂລກ ກໍຄືແຕ່ລະປະເທດ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ, ສະພາບເສດຖະກິດ - ສັງຄົມໃນໄລຍະ 7 ເດືອນຕົ້ນປີ 2022 ຂອງ ຫວຽດນາມ ສືບຕໍ່ມີຄວາມຈະເລີນເຕີບໂຕ, ບັນລຸຜົນງານຕັ້ງໜ້າຢູ່ເກືອບທຸກຂົງເຂດ, ເຊິ່ງໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ, ວິສາຫະກິດ, ນັກລົງທຶນ.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ສະພາບການໂລກ, ພາກພື້ນໃນໄລຍະຈະມາເຖິງສືບຕໍ່ມີການຜັນແປຢ່າງໄວ, ຍາກທີ່ຈະຄາດຄະເນໄດ້ນັ້ນ, ຮຽກຮ້ອງໃຫ້ຂະແໜງອຸດສາຫະກຳ-ການຄ້າ ຫວຽດນາມ ເວົ້າລວມ ແລະ ທັງລະບົບອົງການການຄ້າປະຈຳຕ່າງປະເທດເວົ້າສະເພາະ ຕ້ອງຕັ້ງໜ້າ, ເປັນເຈົ້າການໃນວຽກງານໜູນຊ່ວຍວິສາຫະກິດ, ນຳໃຊ້ກາລະໂອກາດຈາກບັນດາສັນຍາການຄ້າເສລີລຸ້ນໃໝ່ ເຊິ່ງ ຫວຽດນາມ ເປັນສະມາຊິກໃຫ້ຫຼາຍກວ່າເກົ່າ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ການນຳບັນດາກະຊວງ, ຂະແໜງການ, ອົງການການຄ້າ ຫວຽດນາມ ປະຈຳຕ່າງປະເທດ ສະເໜີມາດຕະການແກ້ໄຂຢ່າງລະອຽດເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.