ຍສໝ - ໃນ 10 ເດືອນຕົ້ນປີ 2023, ການດຶງດູດ FDI ເຂົ້າຫວຽດນາມ ສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ, FDI ທີ່ຂຶ້ນທະບຽນໃໝ່ໄດ້ເພີ່ມຂຶ້ນຢ່າງແຮງທັງຈຳນວນໂຄງການ ແລະ ຍອດຈຳນວນທຶນລົງທຶນ.
ຍສໝ - ລາຍການສະແດງສິລະປະໄດ້ປະກອບສ່ວນເຜີຍແຜ່ພາບປະທານ ໂຮ່ຈີມິນ ແລະຄວາມໝາຍຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ ເຖິງພໍ່ແມ່ປະຊາຊົນ, ວົງຄະນະຍາດ ແລະເພື່ອນລາວ, ຜ່ານນັ້ນ ກໍ່ໄດ້ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ປະເທດປະຈຳຖິ່ນກັບບ້ານເກີດເມືອງນອນປະເທດຊາດ, ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
ຍສໝ - ຕອນເຊົ້າວັນທີ 30 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໃຫ້ຮູ້ວ່າ: ໃນສະພາບການເມືອງ ແລະ ຄວາມໝັ້ນຄົງຂອງໂລກທີ່ສັບສົນ ແລະ ສະພາບເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກ, ການພົວພັນ ຫວຽດນາມ - ອາເມລິກາ ຍັງຄົງພັດທະນາຢ່າງບໍ່ຢຸດຢັ້ງ.
ຍສໝ - ນີ້ແມ່ນຈິດໃຈລວມຂອງຄວາມຄິດຄວາມເຫັນທີ່ກອງປະຊຸມພົບປະ “ບົດບາດຂອງການທູດປະຊາຊົນ ບົນເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຫວຽດນາມ” ທີ່ໄດ້ດຳເນີນເມື່ອບໍ່ດົນມານີ້ຢູ່ນະຄອນໂຮ່ຈິມິນ. ກອງປະຊຸມໂດຍສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ສົມທົບກັບສະມາຄົມນັກສຶກສານະຄອນ ຈັດຕັ້ງ.
ຍສໝ - ຕອນເຊົ້າວັນທີ 29 ຕຸລາ, ຢູ່ມະຫາວິທະຍາໄລເຕັກໂນໂລຢີ ຫວຽດນາມ - ສ.ເກົາຫຼີ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງບັກຢາງ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 3 ອາຍຸການ 2023 - 2028. ທີ່ກອງປະຊຸມໄດ້ເລືອກຕັ້ງ ເອົາ 11 ທ່ານເຂົ້າໃນຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ເກົາຫຼີ ແຂວງບັກຢາງ ອາຍຸການ 2023-2028. ທ່ານ ຫງວຽນກົງທົງ ສືບຕໍ່ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ.
ຍສໝ - ໂຮງຮຽນ ມສ ຊົນເຜົ່າກິນນອນ ແຂວງຈຳປາສັກ ແມ່ນໂຮງຮຽນມິດຕະພາບຫວຽດນາມ - ລາວ ເເບບພິເສດ, ແມ່ນບ່ອນລ້ຽງດູ ແລະ ບຳລຸງສ້າງລຸ້ນໜຸ່ມ ຫວຽດນາມ ແລະ ລາວ ຢູ່ຕ່າງປະເທດ ກາຍເປັນຜູ້ເກັ່ງກ້າສາມາດຮັບໃຊ້ປະເທດຊາດ.
ຍສໝ - ດ້ວຍຄວາມເອົາໃຈໃສ່, ການໜູນຊ່ວຍຂອງອຳນາດການປົກຄອງທ້ອງຖິ່ນ, ບັນດາພົນລະເມືອງຂອງປະເທດເພື່ອນລາວ ໄດ້ຮັບອະນຸຍາດຈາກປະທານປະເທດໃຫ້ເຂົ້າສັນຊາດ ຫວຽດນາມ ນັ້ນມີການດຳລົງຊີວິດເປັນປົກກະຕິ, ອຸ່ນອ່ຽນໃຈສະໜິດຕິດພັນກັບແຜ່ນດິນໃໝ່.
ຍສໝ - ຊຸດສະສົມ “ຊຸດເສື້ອຍາວ: ການເຊື່ອມໂຍງ ແລະພັດທະນາ” ໄດ້ຮັບການດົນບັນດານໃຈຈາກວັດທະນະທໍາທີ່ເປັນເອກະລັກຂອງຫຼາຍປະເທດທົ່ວໂລກ.
ຍສໝ -ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ ຫວັງວ່າ ບົນພື້ນຖານການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງກົມກອງ, ໃນໄລຍະຈະມາເຖິງ, ແມ່ທັບນ້ອຍ 15 ຈະສືບຕໍ່ໜູນຊ່ວຍໃນວຽກງານພັດທະນາການຜະລິດ ແລະການບໍາລຸງສ້າງຊັບພະຍາກອນ.
ຍສໝ - ກິດຈະກໍາຫໍວັດທະນະທຳມິດຕະພາບ ຫວຽດນາມ-ລາວ-ກຳປູເຈຍ ໄດ້ຮັບການກໍ່ສ້າງດ້ວຍແຫຼ່ງທຶນຈາກກະຊວງປ້ອງກັນປະເທດ, ການກໍ່ສ້າງໄດ້ຜັນຂະຫຍາຍຢ່າງຮີບດ່ວນເພື່ອໃຫ້ສຳເລັດຖືກຕາມເວລາກຳນົດກ່ອນທີ່ຈະດໍາເນີນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ (ຄາດວ່າ ຈະດຳເນີນໃນເດືອນພະຈິກ 2023).
ຍສໝ - ໝາກທຸລຽນຂອງຫວຽດນາມ ໄດ້ກາຍເປັນປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນໄລຍະ 9 ເດືອນຕົ້ນປີ 2023, ກວມເອົາ 38,7% ຍອດມູນຄ່າສົ່ງອອກຂອງຂະແໜງ.
ຍສໝ - ຫວຽດນາມ ມີຄວາມຫຼາກຫຼາຍຂອງຊົນເຜົ່າ ແລະ ໃນພາກພື້ນ, ສະນັ້ນ ວັດທະນະທຳ, ສິລະປະກໍ່ມີຄວາມຫຼາກຫຼາຍ ແລະ ມີລັກສະນະເປັນເອກະລັກສະເພາະຂອງແຕ່ລະຊາດ ແລະ ແຕ່ລະເຂດ.
ຍສໝ - ຕອນບ່າຍວັນທີ 29 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ສູນວັດທະນະທຳຫວຽດນາມ ປະຈຳລາວ ໄດ້ສົມທົບກັບໂຮງລະຄອນລະຄອນຫວຽດນາມ, ຫົວໜ່ວຍທີ່ກ່ຽວຂ້ອງຂອງລາວ ຈັດຕັ້ງການພົບປະແລກປ່ຽນສິລະປະຍ້ອງຍໍມິດຕະພາບແບບພິເສດ ຫວຽດນາມ - ລາວ.
ຍສໝ - ນີ້ແມ່ນການເຄື່ອນໄຫວແລກປ່ຽນປະຈຳປີ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ເລິກເຊິ່ງກວ້າງຂວາງ
ຍສໝ - ຈຸດປະສົງຂອງການແຂ່ງຂັນແມ່ນເພື່ອແນໃສ່ຊຸກຍູ້ຂະບວນການຮຽນພາສາຫວຽດນາມ ສໍາລັບນັກສຶກສາລາວ, ສ້າງເງື່ອນໄຂໃຫ້ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຕາມມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆໃນບໍລິເວນແຂວງທ໊າຍງວຽນ...
ຍສໝ - ທ່ານພົນເອກ Birame Diop ໄດ້ຮັບຮູ້ຄວາມມານະພະຍາຍາມບຸກບືນຂອງກອງຊ່າງແສງຫວຽດນາມ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກດ້ານສະພາບດິນຟ້າອາກາດ ກໍ່ຄືການຂາດເຂີນດ້ານພື້ນຖານວັດຖຸກໍ່ຕາມ, ແຕ່ໝາກຜົນການປະຕິບັດໜ້າທີ່ກໍ່ລື່ນກາຍຄາດໝາຍ, ຄວາມຫວັງທີ່ຕັ້ງໄວ້ຂອງ ສປຊ.
ຍສໝ - ຕອນບ່າຍວັນທີ 26 ຕຸລາ,ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Mathias Cormann, ເລຂາທິການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD)
ຍສໝ - ຂໍ້ມູນຈາກກົມທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນເດືອນຕຸລາ 2023, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 1,11 ລ້ານເທື່ອຄົນ, ເປັນເດືອນທີ 4 ຕິດຕໍ່ກັນ ທີ່ຂະແຫນງການທ່ອງທ່ຽວຄາດວ່າຈະຕ້ອນຮັບແຂກສາກົນກວ່າ 1 ລ້ານເທື່ອຄົນ. ໃນ 10 ເດືອນຂອງປີ 2023, ຈຳນວນນັກທ່ອງທ່ຽວສາກົນເຂົ້າປະເທດເຮົາຈະບັນລຸເກືອບ 10 ລ້ານເທື່ອຄົນ.
ຍສໝ - ຕາມຂ່າວສານຫວຽດນາມ, ວັນທີ 27 ຕຸລານີ້, ໃນຂອບເຂດສັບປະດາພະລັງງານສາກົນສິງກະໂປ 2023 (SIEW 2023), ອົງການຄຸ້ມຄອງຕະຫຼາດພະລັງງານສິງກະໂປ (EMA) ໄດ້ມອບຂໍ້ຕົກລົງອະນຸມັດການນຳເຂົ້າໄຟຟ້າສະອາດສົ່ງອອກຈາກຫວຽດນາມໃຫ້ບໍລິສັດ Sembcorp Utilities Ltd. (SCU).
ຍສໝ - ກະຊວງຕຳຫຼວດຫວຽດນາມ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫາຍ ໄພວັນ ສິດທິຈັນ ກໍ່ຄືອົງການຜູ້ຕາງໜ້າກະຊວງ ປກສ ລາວ ປະຈຳ ຫວຽດນາມ ໃນການຜັນຂະຫຍາຍການເຄື່ອນໄຫວຮ່ວມມືລະຫວ່າງສອງກະຊວງຢ່າງມີປະສິດທິຜົນ, ຜ່ານນັ້ນ ກໍ່ປະກອບສ່ວນປັບປຸງສາຍພົວພັນຮ່ວມມືລະຫວ່າງກຳລັງຕຳຫຼວດສອງປະເທດໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະແທດຈິງ...