“ນາງແບບ” ພິເສດໃນຊຸດເສື້ອຍາວຫວຽດນາມ

09:38 | 30/10/2023

“ນາງແບບ” ພິເສດໃນຊຸດເສື້ອຍາວຫວຽດນາມ

ເຊີດຊູທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ມານະພະຍາຍາມກໍ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ. ເຊີດຊູທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ມານະພະຍາຍາມກໍ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ.
ສາດສະດາຈານ ບຸ່ຍມິງຟອງ: ຂ້າພະເຈົ້າມີຄວາມເອົາໃຈໃສ່ ແລະ ຕິດຕາມສະພາບການຂອງປະເທດດ້ວຍຄວາມຮັກແພງເປັນພິເສດ ສາດສະດາຈານ ບຸ່ຍມິງຟອງ: ຂ້າພະເຈົ້າມີຄວາມເອົາໃຈໃສ່ ແລະ ຕິດຕາມສະພາບການຂອງປະເທດດ້ວຍຄວາມຮັກແພງເປັນພິເສດ

ພັນລະຍາທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ, ພະນັກງານການທູດ ຍີ່ປຸ່ນ, ລູກສາວຂອງທ່ານເອກອັກຄະລັດຖະທູດ Elsavador ປະຈຳຫວຽດນາມ... ແມ່ນ “ນາງແບບ” ທີ່ເດີນແບບຊຸດສະສົມ “ຊຸດເສື້ອຍາວ: ການເຊື່ອມໂຍງ ແລະ ພັດທະນາ” ໃນຕອນຄ່ຳທີ່ພິທີໄຂວັນບຸນຊຸດເສື້ອຍາວ ຮ່າໂນ້ຍ 2023 ວັນທີ 27 ຕຸລາ.

“ນາງແບບ” ພິເສດໃນຊຸດເສື້ອຍາວຫວຽດນາມ

ບັນດານາງແບບທີ່ເຂົ້າຮ່ວມສະແດງຊຸດສະສົມ: “ຊຸດເສື້ອຍາວ: ເຊື່ອມໂຍງ ແລະພັດທະນາ”. ພາບ: phunuvietnam.vn

ທ່ານນາງ Kamitani Naoko, ຜູ້ອຳນວຍການສູນຂໍ້ມູນຂ່າວສານວັດທະນະທຳຍີ່ປຸ່ນ, ສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ຊຸດເສື້ອຍາວຫວຽດນາມ ແລະ Kimono ຍີ່ປຸ່ນ ໄດ້ສະແດງ “ຄວາມເຂົ້າໃຈ ແລະມີຄວາມຄິດຈິດໃຈອັນດຽວກັນ” ແມ່ນປັດໄຈສຳຄັນໃນການຮັກສາບົດບາດພື້ນຖານໃນການພັດທະນາການພົວພັນລະຫວ່າງ 2 ປະເທດ.

“ນາງແບບ” ພິເສດໃນຊຸດເສື້ອຍາວຫວຽດນາມ

ທ່ານນາງ Kamitani Naoko, ຜູ້ອຳນວຍການສູນຂໍ້ມູນຂ່າວສານວັດທະນະທຳຍີ່ປຸ່ນ (ຊ້າຍ) ແລະທ່ານນາງ Nomura Mone, ທີ່ປຶກສາ ສະຖານທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ. ພາບ: phunuvietnam.vn

ຕາມທ່ານນາງ Nomura Mone, ທີ່ປຶກສາ ສະຖານທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ ແລ້ວ: ຊຸດເສື້ອຍາວຕິດພັນກັບຮູບຜ້າໄໝທີ່ອ່ອນນຸ້ມ, ປິວສະບັດໃນສາຍລົມ.

“ນາງແບບ” ພິເສດໃນຊຸດເສື້ອຍາວຫວຽດນາມ

ພັນລະຍາທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ ທ່ານນາງ Suzuko Knapper. ພາບ: phunuvietnam.vn

ທ່ານນາງ Suzuko Knapper, ພັນລະຍາທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ວັດທະນະທຳ - ໃນນັ້ນມີແຟຊັ່ນ - ມີກຳລັງແຜ່ລາມອອກຢ່າງເຂັ້ມແຂງ, ເຊື່ອມຕໍ່ປະຊາຊົນໃນຫຼາຍປະເທດ.

“ນາງແບບ” ພິເສດໃນຊຸດເສື້ອຍາວຫວຽດນາມ

ນາງ Pamela Orozco, ລູກສາວຂອງທ່ານເອກອັກຄະລັດຖະທູດ Elsavador ປະຈຳ ຫວຽດນາມ. ພາບ: phunuvietnam.vn

ນາງ Pamela Orozco, ລູກສາວຂອງທ່ານເອກອັກຄະລັດຖະທູດ Elsavador ປະຈຳ ຫວຽດນາມ, ມີຄວາມຕື່ນເຕັ້ນເມື່ອໄດ້ນຸ່ງຊຸດເສື້ອຍາວ: "ຊຸດເສື້ອຍາວ ເຮັດໃຫ້ເຮົາຄິດເຖິງດອກໄມ້ຂອງຕົ້ນ maquilishuat, ຕົ້ນໄມ້ຕົວແທນຂອງປະເທດເຮົາ”.

ຊຸດສະສົມ “ຊຸດເສື້ອຍາວ: ການເຊື່ອມໂຍງ ແລະພັດທະນາ” ໄດ້ຮັບການດົນບັນດານໃຈຈາກວັດທະນະທໍາທີ່ເປັນເອກະລັກຂອງຫຼາຍປະເທດທົ່ວໂລກ.

ການສະແດງຊຸດນີ້ກໍ່ແມ່ນບັນດານາງແບບພິເສດທີ່ມາຈາກຫຼາຍປະເທດ. ແຕ່ລະຄົນນຸ່ງຊຸດເສື້ອຍາວ ດ້ວຍລວດລາຍ ຫຼື ລັກສະນະວັດທະນະທໍາທີ່ເປັນເອກະລັກສະເພາະຂອງປະເທດຕົນ.

ຜູ້ອອກແບບ, ນາງງາມ ຫງອກເຮົ້າ ໃຫ້ຮູ້ວ່າ: “ຊຸດເສື້ອຍາວແຕ່ລະຊຸດເປັນຄືຂົວຕໍ່ທີ່ອ່ອນໂຍນ, ສາມາດເຊື່ອມຕໍ່ບັນດາວັດທະນະທຳເຂົ້າກັນ, ຊ່ວຍໃຫ້ບັນດາປະເທດມີຄວາມຮູ້ສຶກ ແລະ ຮັກແພງວັດທະນະທຳຫວຽດນາມກວ່າອີກ. ຂ້າພະເຈົ້າຫວັງວ່າ ຊຸດເສື້ອຍາວ ຈະກາຍເປັນ “ທູດວັດທະນະທຳ” ທີ່ພາໃຫ້ຫວຽດນາມ ໃກ້ຊິດຕິດແທດກັບເພື່ອນມິດໃນທົ່ວໂລກຫຼາຍກວ່າອີກ”.

ບູນມີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.