ເຊື່ອມຕໍ່ວັດທະນະທຳ-ການທ່ອງທ່ຽວ-ການຄ້າ ຫວຽດນາມ - ລາວ

17:54 | 28/10/2023

ຫວຽດນາມ - ລາວ ເຊື່ອມຕໍ່ວັດທະນະທຳ-ການທ່ອງທ່ຽວ-ການຄ້າ

ກຳມະບານອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສະຫຼຸບ 20 ປີແຫ່ງການຮ່ວມມືໃນການກໍ່ສ້າງພະນັກງານກຳມະບານລາວ ກຳມະບານອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສະຫຼຸບ 20 ປີແຫ່ງການຮ່ວມມືໃນການກໍ່ສ້າງພະນັກງານກຳມະບານລາວ
ສັບປະດາວັດທະນະທໍາ ແລະ ການທ່ອງທ່ຽວ ພາກຕາເວັນຕົກສ່ຽງເຫນືອ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ຢູ່ ສປປ.ລາວ ສັບປະດາວັດທະນະທໍາ ແລະ ການທ່ອງທ່ຽວ ພາກຕາເວັນຕົກສ່ຽງເຫນືອ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ຢູ່ ສປປ.ລາວ

ວັນທີ 28 ຕຸລາ 2023, ຢູ່ຫໍວັດທະນະທຳສິລະປະແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ໄດ້ດໍາເນີນລາຍການ “ເວທີປາໄສພົບປະແລກປ່ຽນເຊື່ອມຕໍ່ວັດທະນະທຳ-ການທ່ອງທ່ຽວ-ການຄ້າ ຫວຽດນາມ - ລາວ ປີ 2023”.

ໃນໄລຍະຜ່ານມາ, ການຮ່ວມມືດ້ານການສຶກສາກໍ່ສ້າງ, ວັດທະນະທຳ, ການທ່ອງທ່ຽວ ລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເພີ່ມທະວີ, ເປັນຕົ້ນແມ່ນພາຍຫຼັງທີ່ສອງປະເທດຄວບຄຸມການແຜ່ລະບາດຂອງພະຍາດໄດ້ເປັນຢ່າງດີ ແລະເປີດປະຕູຄືນໃໝ່. ໃນປີ 2023, ຫວຽດນາມ ສືບຕໍ່ສະຫງວນທຶນການສຶກສາໃຫ້ນັກຮຽນ ນັກສຶກສາລາວ ໄປຮໍ່າຮຽນຢູ່ຫວຽດນາມ 1.100 ທຶນ ແລະ ລາວສະຫງວນໃຫ້ຫວຽດນາມ 60 ທຶນ. ນອກຈາກນັ້ນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນ ກໍ່ສືບຕໍ່ໄດ້ຮັບການເພີ່ມທະວີ, ພິເສດແມ່ນການກໍ່ສ້າງພື້ນຖານໂຄງລ່າງ, ການສົ່ງເສີມສຸຂະພາບ, ບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ...

ເຊື່ອມຕໍ່ວັດທະນະທຳ-ການທ່ອງທ່ຽວ-ການຄ້າ ຫວຽດນາມ - ລາວ

ລາຍການຟ້ອນສາຍໃຈຫວຽດ-ລາວ ໂດຍຄະນະສິລະປະແຫ່ງຊາດລາວ ສະແດງ. ພາບ: vanhoavaphattrien.vn

ນີ້ແມ່ນການເຄື່ອນໄຫວແລກປ່ຽນປະຈຳປີ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ເລິກເຊິ່ງກວ້າງຂວາງ. ລາຍການຈະແມ່ນຂົວຕໍ່ເພື່ອໃຫ້ບັນດານັກທຸລະກິດ, ວິສາຫະກິດ, ນັກເຄື່ອນໄຫວວັດທະນະທຳສັງຄົມຂອງຫວຽດນາມ ໄດ້ພົບປະ, ແລກປ່ຽນວັດທະນະທຳ-ການທ່ອງທ່ຽວ-ການຄ້າ, ແລກປ່ຽນ, ຊອກຫາກາລະໂອກາດຮ່ວມມືລົງທຶນ, ເພີ່ມທະວີການແລກປ່ຽນການຄ້າ, ການທູດປະຊາຊົນລະຫວ່າງສອງປະເທດຫວຽດນາມ ແລະລາວ, ພັດທະນາການເຊື່ອມໂຍງປະຊາຄົມເສດຖະກິດໃນພາກພື້ນ ກໍ່ຄືນອກທະວີບ.

ບູນມີ

302 Found

Found

The document has moved here.