ນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນເວົ້າພາສາຫວຽດນາມ

17:41 | 28/10/2023

ນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນເວົ້າພາສາຫວຽດນາມ

ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ
ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພຈາກສະພາບການແຜ່ລະບາດຂອງພະຍາດອັກເສບປອດເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພຈາກສະພາບການແຜ່ລະບາດຂອງພະຍາດອັກເສບປອດເຊື້ອຈຸລະໂຣກສາຍພັນໃໝ່ COVID-19

ວັນທີ 26 ຕຸລາ, ຢູ່ແຂວງ ທ໊າຍງວຽນ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ທ໊າຍງວຽນ ໄດ້ສົມທົບກັບມະຫາວິທະຍາໄລ ທ໊າຍງວຽນ ແລະບາງໂຮງຮຽນທີ່ມີນັກສຶກສາລາວ ຮຽນຢູ່ ຈັດຕັ້ງການແຂ່ງຂັນເວົ້າພາສາຫວຽດນາມ ສໍາລັບນັກສຶກສາລາວ ແຂວງ ທ໊າຍງວຽນ ຂຶ້ນເປັນຄັ້ງທໍາອິດໃນປີ 2023.

ເຂົ້າຮ່ວມລາຍການມີຜູ້ຕາງໜ້າການນໍາສະຖານທູດລາວ ປະຈໍາຫວຽດນາມ; ການນຳແຂວງ ທ໊າຍງວຽນ, ຄູອາຈານ ແລະນັກສຶກສາທີ່ພວມຮ່ຳຮຽນຢູ່ໃນແຂວງເປັນຈຳນວນຫຼວງຫຼາຍ. ດ້ວຍຫົວຂໍ້ວ່າ “ຫວຽດນາມ ໃນຕົວຂ້າພະເຈົ້າ”, ການແຂ່ງຂັນດັ່ງກ່າວໄດ້ດຶງດູດເອົານັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຕາມໂຮງຮຽນ, ມະຫາວິທະຍາໄລແຫ່ງຕ່າງໆໃນບໍລິເວນແຂວງ ທ໊າຍງວຽນ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ຜູ້ເຂົ້າຮ່ວມການແຂ່ງຂັນຈະໄດ້ແຂ່ງກັນເວົ້າເນື້ອໃນເຫຼົ່ານີ້ຄື: ຄວາມງາມຂອງວັດທະນະທຳ, ປະຫວັດສາດ, ປະເທດຊາດ, ອາຫານການກິນ, ປະຊາຊົນຫວຽດນາມ; ການພົວພັນທີ່ຍິ່ງໃຫຍ່ລະຫວ່າງສອງປະເທດຫວຽດນາມ ແລະ ລາວ,...

ນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນເວົ້າພາສາຫວຽດນາມ

ການແຂ່ງຂັນເວົ້າພາສາຫວຽດນາມ ຂອງນັກສຶກສາລາວ. ພາບ: TTXVN

ສິ້ນສຸດການແຂ່ງຂັນ, ຄະນະຈັດຕັ້ງ ຈະຄັດເລືອກເອົາຜູ້ເຂົ້າຮ່ວມແຂ່ງຂັນໃນຮອບຊິງຊະນະເລີດທົ່ົວປະເທດ ເຊິ່ງຈະໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດ (ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ).

ຈຸດປະສົງຂອງການແຂ່ງຂັນແມ່ນເພື່ອແນໃສ່ຊຸກຍູ້ຂະບວນການຮຽນພາສາຫວຽດນາມ ສໍາລັບນັກສຶກສາລາວ, ສ້າງເງື່ອນໄຂໃຫ້ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຕາມມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆໃນບໍລິເວນແຂວງທ໊າຍງວຽນ ມີຄວາມຮູ້, ຄວາມຊຳນານ, ພົບປະແລກປ່ຽນວັດທະນະທຳ, ການເມືອງ, ເພີ່ມທະວີວຽກງານການທູດປະຊາຊົນຂອງພັກ; ປະກອບສ່ວນເພີ່ມທະວີຄວາມສາມັກຄີແບບພິເສດ, ນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືລະຫວ່າງ ຫວຽດນາມ - ລາວ.

ບູນມີ

ເຫດການ
302 Found

Found

The document has moved here.