ຄົ້ນຄ້ວາ ແລະ ພັດທະນາບັນດາສາຂາສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຢູ່ບັນດາອົງການ, ໂຮງຮຽນ ແລະ ວິສາຫະກິດ

10:43 | 30/10/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 29 ຕຸລາ, ຢູ່​ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຢີ ຫວຽດນາມ - ສ.​ເກົາຫຼີ, ສະມາຄົມ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ ​ແຂວງບັກ​ຢາງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ ​ຄັ້ງ​ທີ 3 ອາຍຸ​ການ 2023 - 2028. ທີ່ກອງປະຊຸມໄດ້ເລືອກຕັ້ງ ເອົາ 11 ທ່ານເຂົ້າໃນຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ເກົາຫຼີ ແຂວງບັກຢາງ ອາຍຸ​ການ 2023-2028. ທ່ານ ຫງວຽນ​ກົງ​ທົງ ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ສ.​ເກົາ​ຫຼີ.

ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ
ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ສາສະໜາ​ອາ​ຊຽນ ​ແລະ ສ.​ເກົາຫຼີ (ACT+1) ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ສາສະໜາ​ອາ​ຊຽນ ​ແລະ ສ.​ເກົາຫຼີ (ACT+1)

ບົດ​ລາຍ​ງານທີ່​ສະ​ເໜີ​ຢູ່​ກອງ​ປະຊຸມ​ໄດ້​ຊີ້​ແຈ້ງວ່າ: ອາຍຸ​ການ 2023-2028, ສະມາຄົມ​ມິດຕະພາບ ​ຫວຽດນາມ - ສ.​ເກົາຫຼີ ​ແຂວງບັກ​ຢາງ ​ໄດ້​ກຳນົດ​ເອົາ​ບັນດາ​ໜ້າ​ທີ່​ສຳຄັນ​ຄື: ຕັ້ງໜ້າ​ກໍ່ສ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື; ​ເປັນ​ຂົວ​ຕໍ່ ​ແລະ ໜູນຊ່ວຍບັນດາ​ວິ​ສາ​ຫະກິດ​ຂອງແຂວງ​ ສ້າງຕັ້ງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ; ໜູນຊ່ວຍດ້ານການສຶກສາ ແລະ ການກຸສົນສັງຄົມ.

ຄົ້ນຄ້ວາ ແລະ ພັດທະນາບັນດາສາຂາສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຢູ່ບັນດາອົງການ, ໂຮງຮຽນ ແລະ ວິສາຫະກິດ
ຄະນະບໍລິຫານງານ ສະມາຄົມ​ມິດຕະພາບ​ ຫວຽດນາມ - ສ.​ເກົາຫຼີ ແຂວງບັກ​ຢາງ ​ສະ​ໄໝ​ທີ III. (ພາບ: ໜັງສືພິມ ບັກຢາງ)

ໂດຍມີການຂຸດຄົ້ນແຫຼ່ງການຊ່ວຍເຫຼືອຂອງບັນດາອົງການລັດຖະບານ ແລະ ອົງການບໍ່ຂຶ້ນກັບລັດຖະບານຢ່າງມີປະສິດທິຜົນ; ສົມທົບ​ປຶກສາ​ຫາລື ​ແລະ ​ແນະນຳ​ໃຫ້ຊາວໜຸ່ມ​ໃນ​ແຂວງ​ໄປ​ຮ່ຳຮຽນ ຫຼື ​ເຮັດ​ວຽກ​ຢ່າງ​ຖືກຕ້ອງຕາມ​ກົດໝາຍ​ຢູ່ ສ.​ເກົາຫຼີ. ເປັນເສນາທິການກັບສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງບັກ​ຢາງ ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ ສຳ​ຫຼວດ ​ແລະ ກໍ່ສ້າງຮາກຖານ​​ຂໍ້​ມູນກ່ຽວກັບ​ຊາວ​ແຂວງບັກ​ຢາງ ຢູ່ ສ.​ເກົາຫຼີ, ​ເປັນ​ພື້ນຖານ​ເສນາທິການ​ກໍ່ສ້າງໂຄງການວຽກງານ ​ແລະ ດຶງ​ດູດຊາວແຂວງບັກຢາງ ທີ່ຢູ່ ສ.​ເກົາຫຼີ ກັບ​ເມືອຫາບ້ານ​ເກີດ​ເມືອງ​ນອນ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມໃຫຍ່, ທ່ານ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ແຂວງບັກ​ຢາງ ປາດ​ຖະໜາ​ວ່າ ສະມາຄົມ​ຕ້ອງ​ຍົກສູງປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່, ຮັບປະກັນ​ຄວາມ​ອຸດົມສົມບູນ, ຫຼາຍຮູບແບບ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ຄົ້ນຄວ້າ ແລະ ພັດທະນາສາຂາມິດຕະພາບຢູ່ບັນດາອົງການ, ຫົວໜ່ວຍ, ໂຮງຮຽນ, ວິສາຫະກິດ ສ.ເກົາຫຼີ ທີ່ກຳລັງເຄື່ອນໄຫວຢູ່ເຂດດັ່ງກ່າວ ເພື່ອຫັນເປັນສະມາຄົມໜຸ່ມແໜ້ນ ແລະ ເພີ່ມທະວີຄວາມສຳພັນ. ເຮັດ​ວຽກ​ງານ​ພັດທະນາ​ສະມາຊິກ​ໃຫ້ເປັນຢ່າງ​ດີ, ​ໂດຍ​ສະ​ເພາະ​ແມ່ນ​ສະມາຊິກກິດຕິມະສັກ​ທີ່​ເປັນ​ຊາວ ​ສ.​ເກົາຫຼີ​ ທີ່ພວມດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງບັກ​ຢາງ.

ຍູ້​ແຮງ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່ ​ແລະ ໜູນ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ ຄົ້ນຫາໂອກາດ​ຮ່ວມ​ມື, ລົງທຶນ ​ແລະ ​ດຳເນີນທຸລະ​ກິດ. ຄົ້ນຄວ້າສ້າງເຂດວັດທະນະທໍາ ຫວຽດນາມ - ສ.ເກົາຫຼີ ຢູ່ວິທະຍາໄລເຕັກນິກຫວຽດນາມ - ສ.ເກົາຫຼີ, ທັງຮັດແໜ້ນນ້ຳໃຈສາມັກຄີ, ສ້າງຈຸດພົ້ນເດັ່ນໃນການເຄື່ອນໄຫວຂອງສະມາຄົມ.

ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງເອົາຜູ້ແທນ 11 ​ທ່ານເຂົ້າໃນ​ຄະນະບໍລິຫານງານສະມາຄົມ​ມິດຕະພາບ ​ຫວຽດນາມ - ສ​ເກົາຫຼີ ແຂວງບັກຢາງ ອາຍຸ​ການ 2023 - 2028. ທ່ານ ຫງວຽນ​ກົງ​ທົງ, ອຳ​ນວຍ​ການ​ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ - ສ.​ເກົາ​ຫຼີ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ສ​.ເກົາ​ຫຼີ​ ສະ​ໄໝ​ທີ II ໄດ້​ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ສະ​ໄໝ​ທີ III.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.