ໂຮງຮຽນ ມສ ກິນນອນຊົນເຜົ່າ ແຂວງຈຳປາສັກ: ໂຮງຮຽນພິເສດຂອງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ

10:29 | 30/10/2023

ຍສໝ - ໂຮງຮຽນ ມສ ຊົນເຜົ່າກິນນອນ ແຂວງຈຳປາສັກ ​ແມ່ນ​ໂຮງຮຽນ​ມິດຕະພາບ​ຫວຽດນາມ - ລາວ ເເບບພິ​ເສດ, ​ແມ່ນ​ບ່ອນ​ລ້ຽງດູ ​ແລະ ບຳລຸງ​ສ້າງ​ລຸ້ນໜຸ່ມ​ ຫວຽດນາມ ​ແລະ ລາວ ຢູ່​ຕ່າງປະ​ເທດ ​ກາຍ​ເປັນ​ຜູ້ເກັ່ງກ້າ​ສາມາດຮັບ​ໃຊ້​ປະເທດຊາດ.

ໂຮງຮຽນ ມສ ຫງວຽນຢູ ສອງພາສາລາວ-ຫວຽດນາມ ເປີດສົກຮຽນໃໝ່ ໂຮງຮຽນ ມສ ຫງວຽນຢູ ສອງພາສາລາວ-ຫວຽດນາມ ເປີດສົກຮຽນໃໝ່
ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເພີ່ມທະວີການແລກປ່ຽນວິຊາຊີບ ກັບພະແນກຍຸຕິທຳແຂວງອັດຕະປື ແລະ ແຂວງຈຳປາສັກ (ລາວ) ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເພີ່ມທະວີການແລກປ່ຽນວິຊາຊີບ ກັບພະແນກຍຸຕິທຳແຂວງອັດຕະປື ແລະ ແຂວງຈຳປາສັກ (ລາວ)

ຂອງຂວັນພິເສດຈາກຫວຽດນາມ ມອບໃຫ້ແກ່ປະຊາຊົນລາວ

ເຊົ້າມື້ໜຶ່ງໃນຕົ້ນອາທິດ, ຢູ່ເດີ່ນໂຮງຮຽນ ມສ ກິນນອນຊົນເຜົ່າ ແຂວງຈຳປາສັກ (ປະເທດລາວ), ສຽງອ່ານບົດຮຽນ, ສຽງຫົວ ແລະ ສຽງໂອ້ລົມກັນຂອງຄູ-ອາຈານ ແລະ ນັກຮຽນດັງຂຶ້ນ. ສິ່ງ​ທີ່​ພິ​ເສດ​ໃນ​ໂຮງ​ຮຽນ​ນີ້​ຂອງນັກ​ຮຽນຊັ້ນມັດ​ທະ​ຍົມຕແນຕົ້ນ ແລະ ຕອນປາຍ ນີ້​ແມ່ນ​ມີພາສາຫວຽດ​ນາມ ແລະ ພາສາລາວ.

ນອກ​ຈາກ​ຄູ​ສອນທີ່ເປັນຄົນ​ລາວ​ແລ້ວ, ບັນດາອາ​ຈານສອນພາສາ​ຫວຽດ​ນາມ​ ກໍ​ເປັນທັງຄູ​ອາ​ຈານ, ເປັນຄົນຮ່ວມເດີນທາງຊ່ວຍ​ໃຫ້​ບັນດານັກ​ສຶກ​ສາ​ລາວ​ຄ່ອຍໆ​ເຊື່ອມຕົວ, ທຳຄວາມລື້ງເຄີຍ​ກັບ​ພາ​ສາ ​ແລະ​ ສິ່ງ​ແວດ​ລ້ອມ​ໃໝ່. ຈາກ​ນັ້ນ, ກໍ່​ໄດ້​ສ້າງ​ປະຖົມປັດໄຈໃນການຮ່ຳຮຽນ, ປະກອບຄວາມຮູ້​ໃຫ້​ນ້ອງໆນັກ​ຮຽນ.

ໂຮງຮຽນ ມສ ກິນນອນຊົນເຜົ່າ ແຂວງຈຳປາສັກ ເປັນຂອງຂວັນພິເສດຈາກລັດຖະບານຫວຽດນາມ ມອບໃຫ້ລາວ ນັບແຕ່ປີ 1997, ເລີ່ມກໍ່ສ້າງແຕ່ປີ 1998 ແລະ ໄດ້ເລີ່ມນຳເຂົ້າເຄື່ອນໄຫວແຕ່ວັນທີ 1 ກັນຍາ 1999 ເປັນຕົ້ນມາ.

ໂຮງຮຽນ ມສ ກິນນອນຊົນເຜົ່າ ແຂວງຈຳປາສັກ: ໂຮງຮຽນພິເສດຂອງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ
ໂຮງຮຽນ ມສ ກິນນອນຊົນເຜົ່າ ແຂວງຈຳປາສັກ ໃນຊົ່ວໂມງຮຽນທຳອິດຂອງອາທິດ. ພາບ: ເຊີ່ມຫງວຽນ

​ໂຮງຮຽນ​ມີ​ເນື້ອ​ທີ່​ກວ້າງ 4,7 ​ເຮັກຕາ, ມີ​ຫ້ອງ​ຮຽນຢ່າງ​ພຽງພໍ, ມີຫ້ອງ​ການ​ຄູ, ຫ້ອງ​ທົດ​ລອງ, ຫ້ອງ​ຄອມ​ພິວ​ເຕີ, ສະໂມສອນ, ຫໍສະໝຸດ, ຫ້ອງ​ຄົວກິນ, ຫໍ​ພັກ​ສຳລັບ​ນັກຮຽນ​ຍິງ, ຫໍ​ພັກ​ນັກຮຽນ​ຊາຍ ​ແລະ ຫໍ​ພັກ​ຄູ​ສອນ​ຫວຽດນາມ. ນອກ​ນີ້, ​ໂຮງຮຽນ​ຍັງ​ມີ​ສະໜາມ​ກິລາ​ບານ​ເຕະ, ​ເດີ່ນ​ບານ​ສົ່ງ, ສວນ​ຜັກ, ​ ຄອກລ້ຽງໄກ່ ແລະ ​ລ້ຽງ​ໝູ... ​ເພື່ອ​ໃຫ້​ນັກ​ຮຽນກິນ​ນອນ​ເຫັນ​ວ່າ ​ນີ້​ເປັນ​ເຮືອນ​ຫຼັງ​ທີ​ສອງ​ຂອງ​ເຂົາ​ເຈົ້າ​ແທ້ໆ ​ແລະ ​ໄດ້​ມີ​ໂອກາດ​ຝຶກ​ຝົນ​ອາຊີບປູກຝັງ​ລ້ຽງສັດ ​ແລະ​ ຫຼິ້ນ​ກິລາ​ຢ່າງໄດ້ຢ່າງສະດວກສະບາຍ.

ໂຮງຮຽນ​ໄດ້​ເປັນ​ກຽດ​ຕ້ອນຮັບ ທ່ານ​ອະດີດ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ນົງດຶກ​ແມ້ງ ມາ​ຢ້ຽມຢາມ. ທ່ານ​ອະດີດ​ເລຂາທິການ​ໃຫຍ່ ນົງ​ດຶກ​ແມ້ງ ​ໄດ້​ປູກ​ຕົ້ນ​ໂພ ​ໃນ​ວັນ​ທີ 12 ກໍລະກົດ 2001 ​ເພື່ອ​ນຳ​ມາ​ເຊິ່ງສານທີ່​ວ່າ ສະຖານ​ທີ່​ແຫ່ງ​ນີ້​ຈະ​ເຕົ້າ​ໂຮມ​ບັນດາ​ສິ່ງ​ທີ່​ດີງາມ ​ແລະ ຄວາມ​ສະຫງົບ​ສຸກ. ມາ​ຮອດ​ປະຈຸ​ບັນ, ຕົ້ນ​ໂພ​ມີ​ໃບ​ຂຽວອຸ່ມທຸ່ມ ​ແລະ ​ເປັນ​ບ່ອນ​ໃຫ້​ຄູ​ອາຈານ ​ແລະ ນັກຮຽນ​ໄດ້ເຮັດກິດຈະກຳພາຍຫຼັງໂມງເລິກ​ໂຮງຮຽນ.

ວັນ​ທີ 23 ກໍລະກົດ 2008, ​ໂຮງຮຽນ​ຍັງ​ໄດ້​ໃຫ້ການ​ຕ້ອນຮັບ ​ທ່ານ​ອະດີດ​ປະທານ​ສະພາ​ແຫ່ງ​ຊາດ​ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຫງວຽນ​ຊິງ​ຮຸ່ງ ມາ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ທີ່​ລະນຶກ.

ເມື່ອ​ບໍ່​ດົນ​ມາ​ນີ້, ວັນ​ທີ 17 ພຶດສະພາ 2023, ​ໂຮງ​ຮຽນ​ໄດ້​ມີ​ຄວາມເປັນກຽດຕ້ອນ​ຮັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດສາທາລະນະລັດສັງຄົມນິຍົມ ຫວຽດນາມ ເວືອງ​ດິ່ງ​ເຫ້ວ ມາ​ຢ້ຽມ​ຢາມ ແລະ ປູກຕົ້ນ​ດອກດອກ​ຈຳ​ປາ​ເປັນທີ່ລະນຶກ​ໃນຂອບເຂດ​ໂຮງ​ຮຽນ.

ໂຮງຮຽນ ມສ ກິນນອນຊົນເຜົ່າ ແຂວງຈຳປາສັກ ປະກອບມີ 2 ຊັ້ນຮຽນຄື: ໂຮງຮຽນມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ. ນັກຮຽນຂອງໂຮງຮຽນແມ່ນມາຈາກ 18 ຊົນເຜົ່າ ແລະ 4 ແຂວງພາກໃຕ້ຂອງລາວ (ຈໍາປາສັກ, ເຊກອງ, ອັດຕາປື, ສາລະວັນ). ມີນັກຮຽນຫຼາຍກວ່າ 800 ຄົນ, ໂຮງຮຽນໄດ້ແບ່ງອອກເປັນ 20 ຫ້ອງຮຽນ (ແຕ່ຊັ້ນ ມໍ 1 ຫາ ມໍ 7).

ໃນຊຸມປີມໍ່ໆມານີ້, ໂຮງຮຽນ ມສ ກິນນອນຊົນເຜົ່າ ແຂວງຈຳປາສັກ ບັນລຸໄດ້ຜົນສຳເລັດຫຼາຍດ້ານໃນການຮຽນ - ການສອນ, ໄດ້ຮັບໃບຍ້ອງຍໍຈາກແຂວງຈໍາປາສັກ.

ໂຮງຮຽນມິດຕະພາບທົ່ວປະເທດລາວ

ບໍ່ພຽງແຕ່ມີໂຮງຮຽນ ມສ ກິນນອນຊົນເຜົ່າ ແຂວງຈຳປາສັກ ເທົ່ານັ້ນ, ແຕ່ຍັງມີໂຮງຮຽນມິດຕະພາບ ຫວຽດນາມ - ລາວ ທົ່ວປະເທດລາວ ນຳອີກ.

ໂຄງການ ໂຮງຮຽນ ມັດທະຍົມສົມບູນ ສີທານາໄຊ ແຂວງ ບໍລິຄຳໄຊ, ປະເທດ ລາວ ແມ່ນຂອງຂວັນຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໃນການໄປຢ້ຽມຢາມ ສປປ ລາວ ໃນເດືອນ ພະຈິກ 2016. ດ້ວຍ​ງົບ 30 ຕື້​ດົ່ງ, ໂຮງ​ຮຽນ​ໄດ້​ຮັບ​ການ​ກໍ່​ສ້າງ​ດ້ວຍ 4 ຊັ້ນທີ່​ກວ້າງ​ຂວາງ​ ໃນ​ນັ້ນ ມີຫ້ອງ​ຮຽນ 8 ຫ້ອງ, ຫ້ອງ​ທົດ​ລອງ 2 ຫ້ອງ, ຫ້ອງເຮັດວຽກຄຸອາຈານ 8 ຫ້ອງ​, ຫ້ອງ​ນ້ຳ, ລະ​ບົບ​ໄຟ​ຟ້າ, ລະ​ບົບ​ລະບາຍນ້ຳ ແລະ ລະ​ບົບ​ປ້ອງກັນອັກຄີໄພ. ບັນດາຫ້ອງຮຽນ ແລະ ຫ້ອງການມີໂຕະ, ຕັ່ງ, ຕູ້ເອກະສານ ແລະ ບັນດາອຸປະກອນ, ເຄື່ອງມືໃນການເຮັດທົດລອງຮັບໃຊ້ການຮ່ຳຮຽນ, ການຄົ້ນຄວ້າ ແລະ ການສິດສອນ.

ກໍ່ເຊັ່ນດຽວກັນ, ໂຮງຮຽນມັດທະຍົມສົມບູນ ດົງສະຫວັນ ກໍ່ເປັນຂອງຂວັນຂອງລັດຫວຽດນາມ ມອບໃຫ້ແກ່ປະຊາຊົນເມືອງເຊໂປນ ແຂວງສະຫວັນນະເຂດ ດ້ວຍມູນຄ່າການກໍ່ສ້າງທັງໝົດ 1,1 ລ້ານ USD (ເທົ່າກັບປະມານ 23 ຕື້ດົ່ງ). . ນີ້​ແມ່ນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ຂອງລັດ ຫວຽດນາມ ມອບ​ໃຫ້​ປະຊາຊົນ​ເມືອງ​ເຊ​ໂປນ ​ແຂວງ​ສະຫວັນ​ນະ​ເຂດ ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​ລົງນາມສັນຍາມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ.

ດ້ວຍຍອດຈຳນວນເງິນລົງທຶນ 120 ຕື້ດົ່ງ, ໂຮງຮຽນມັດທະຍົມບຸນເໜືອ ເມືອງບຸນເໜືອ, ແຂວງຜົ້ງສາລີ, ພາກເໜືອຂອງລາວ ກໍ່ແມ່ນໂຄງການເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ແລະ ຄົບຮອບ 40 ປີ ແຫ່ງວັນລົງນາມສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ.

ໂຮງຮຽນ​ອະນຸບານ​ບ້ານ ເຢາະ ​ເປັນ​ຂອງຂວັນ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ແລະ ບໍລິສັດ PVOil Laos ມອບ​ໃຫ້​ອຳນາດ​ການ​ປົກຄອງ​ບ້ານ​ເຢາະ, ​ເມືອງ​ບຸນ​ເໜືອ, ​ແຂວງ​ຜົ້ງ​ສາລີ.

ໃນປີ 2023, ໂຮງຮຽນຫຼາຍແຫ່ງທີ່ເປັນຂອງຂວັນຈາກພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ ໄດ້ນຳເຂົ້າເຄື່ອນໄຫວ. ນັ້ນ​ແມ່ນ​ໂຮງຮຽນ​ມັດ​ທະ​ຍົມ ວິຊາຊີບຕົວແບບ ມິດຕະພາບ ລາວ - ຫວຽດນາມ ຢູ່​ເມືອງ​ໜອງບົກ ​ແຂວງ​ຄຳ​ມ່ວນ (ພາກ​ກາງ​ລາວ) ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ 5 ລ້ານ USD; ໂຮງຮຽນ​ວັດທະນະທຳ​ຊົນ​ເຜົ່າກິນນອນ​ ກອງທັບ​ປະຊາຊົນ​ລາວ, ມີ​ເນື້ອ​ທີ່​ກໍ່ສ້າງ 6.822 ຕາ​ແມັດ, ຕາມ​ວັດຖຸອຸປະກອນໃນການນຳໃຊ້ ​ແລະ ​ປະກອບເຄື່ອງ​ເຟີ​ນີສຳລັບ​ໂຮງຮຽນມັດທະຍົມ​ກິນ​ນອນ... ນອກ​ນີ້, ຍັງ​ມີ​ໂຮງຮຽນ​ອື່ນໆ​ອີກ​ຫຼາຍ​ແຫ່ງ​ທີ່ບັນດາແຂວງ, ນະຄອນ, ທ້ອງຖິ່ນ, ວິສາຫະກິດຫວຽດນາມ ໄດ້ມອບໃຫ້ລາວ.

ໂດຍ​ເນັ້ນ​ໜັກ​ເຖິງ​ຄວາມສຳຄັນຂອງສະໜອງ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ, ​ນຳມາເຊິ່ງ​ຄວາມ​ຮູ້ ​ແລະ ທັກ​ສະ​ທີ່​ຈຳ​ເປັນໃຫ້​ເດັກນ້ອຍ​ ​ເພື່ອ​ສືບ​ຕໍ່​ພັດທະນາປະເທດ​ລາວ, ບັນດາອົງການຄຸ້ມຄອງດ້ານ​ການ​ສຶກສາ, ຄູ​ອາ​ຈານ, ນັກຮຽນ ​ແລະ ປະຊາຊົນ​ທ້ອງ​ຖິ່ນ ລ້ວນ​ແຕ່​ສະແດງຄວາມຂອບ​ໃຈ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ທີ່ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ພັດທະນາ​ການ​ສຶກສາ, ພື້ນຖານໂຄງລ່າງໃນລາວ. ປະຊາຊົນ​ສອງ​ປະ​ເທດ​ເອີ້ນນີ້ແມ່ນ​ບັນດາ​ໂຮງຮຽນ​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບ​ ຫວຽດນາມ - ລາວ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.