ໃນ 10 ເດືອນ, ຫວຽດນາມ ໄດ້ເພີ່ມໂຄງການ FDI ໃໝ່ຈຳນວນ 2.608 ໂຄງການ, ເພີ່ມຂຶ້ນ 66,1%

11:45 | 30/10/2023

ຍສໝ - ໃນ 10 ​ເດືອນ​ຕົ້ນ​ປີ 2023, ການ​ດຶງ​ດູດ FDI ​ເຂົ້າ​ຫວຽດນາມ ສືບ​ຕໍ່​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, FDI ທີ່​ຂຶ້ນ​ທະບຽນ​ໃໝ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ທັງ​ຈຳນວນ​ໂຄງການ ​ແລະ ຍອດ​ຈຳນວນທຶນ​ລົງທຶນ.

ທຶນ​ຈົດ​ທະ​ບຽນ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ ໃນ 10 ເດືອນ​ ເພີ່ມ​ຂຶ້ນ 66,1% ທຶນ​ຈົດ​ທະ​ບຽນ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ ໃນ 10 ເດືອນ​ ເພີ່ມ​ຂຶ້ນ 66,1%
ການທ່ອງທ່ຽວ​ຫວຽດນາມ​ເປັນ​ເວລາ 4 ​ເດືອນ​ຕິດ​ຕໍ່​ກັນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ກວ່າ 1 ລ້ານ​ເທື່ອ​ຄົນ ການທ່ອງທ່ຽວ​ຫວຽດນາມ​ເປັນ​ເວລາ 4 ​ເດືອນ​ຕິດ​ຕໍ່​ກັນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ກວ່າ 1 ລ້ານ​ເທື່ອ​ຄົນ

ຂໍ້​ມູນ​ຂອງ​ກົມໃຫຍ່ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ 10 ​ເດືອນ​ຕົ້ນ​ປີ 2023, ຍອດ​ຈຳນວນ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ (FDI) ທີ່ຈົດ​ທະບຽນ​ຢູ່​ຫວຽດນາມ ບັນລຸ​ກວ່າ 25,76 ຕື້ USD, ​ເພີ່ມ​ຂຶ້ນ 14,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ (ລວມມີ​ຈົດ​ທະບຽນໃໝ່, ດັດປັບ ​ແລະ ໂຮມທຶນຊື້​ຫຸ້ນສ່ວນ, ຊື້ສ່ວນທຶນໂຮມຂອງເຮືອນ).

“ນີ້​ແມ່ນ​ຍອດ​ຈຳນວນ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ທີ່​ບັນລຸ​ໄດ້​ສູງ​ສຸດ​ໃນ 10 ​ເດືອນຂອງ 5 ປີຜ່ານມາ. ​ໃນ​ນັ້ນ, ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຜະລິດ​ບັນລຸ 14,81 ຕື້ USD, ກວມ 82,3% ຍອດຈຳນວນ​ທຶນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ທີ່​ໄດ້ປະຕິບັດ; ການຜະລິດ ແລະ ແຈກຢາຍໄຟຟ້າ, ແກັດເຜົາໄໝ້, ນ້ຳຮ້ອນ, ອາຍນ້ຳ ແລະ ເຄື່ອງປັບອາກາດບັນລຸ 1,1 ຕື້ USD, ກວມ 6,1 %; ການ​ເຄື່ອນ​ໄຫວ​ທຸລະ​ກິດ​ອະສັງຫາລິມະ​ຊັບ​ບັນລຸ 860,5 ລ້ານ USD, ກວມ​ເອົາ 4,8%”, ຕາມກົມໃຫຍ່​ສະຖິຕິ.

ໃນ 10 ເດືອນ, ຫວຽດນາມ ໄດ້ເພີ່ມໂຄງການ FDI ໃໝ່ຈຳນວນ 2.608 ໂຄງການ, ເພີ່ມຂຶ້ນ 66,1%
ທີ່ມາ: ກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ.

10 ເດືອນຕົ້ນປີກໍ່ຮັບຮູ້ວ່າມີ 2.608 ໂຄງການ FDI ໃຫມ່ທີ່ໄດ້ອອກໃບຈົດທະບຽນການລົງທຶນ, ດ້ວຍຍອດຈຳນວນທຶນຈົດທະບຽນບັນລຸກວ່າ 15,29 ຕື້ USD, ເພີ່ມຂຶ້ນ 66,1% ໃນຈຳນວນໂຄງການ ແລະ ເພີ່ມຂຶ້ນ 54% ກ່ຽວກັບຈຳນວນທຶນເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ຄຽງຄູ່ກັນນັ້ນ, ກໍ່ມີ 1.051 ໂຄງການທີ່ໄດ້ລົງທະບຽນດັດປັບທຶນລົງທຶນ, ດ້ວຍຍອດຈຳນວນທຶນເພີ່ມເຕີມກວ່າ 5,33 ຕື້ USD, ເພີ່ມຂຶ້ນ 19,4% ໃນຈຳນວນທຶນແຕ່ຫຼຸດລົງ 39% ທຽບໃສ່ໄລຍະດຽວກັນ.

ນອກ​ນີ້, ຍັງ​ມີພົວພັນຊື້ຂາຍ​ປະກອບ​ທຶນ 2.836 ທຶນ ​ແລະ ການ​ຊື້​ຫຸ້ນສ່ວນ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ, ​ເຖິງ​ວ່າ​ຈະ​ຫຼຸດ​ລົງ 5,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນກ່ຽວກັບຈຳນວນເທື່ອລົງ​ທຶນ, ​ແຕ່​ເພີ່ມ​ຂຶ້ນ 35,4% ​ເກ່ຽວກັບຈຳນວນທຶນ, ​ເຊິ່ງບັນລຸກວ່າ​ 5,13 ​ຕື້ USD.

ຕົວ​ເລກ​ສະຖິຕິ​ຂອງ​ກົມ​ລົງທຶນ​ຕ່າງປະ​ເທດ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ໂຄງການ​ລົງທຶນ​ໃໝ່​ຍັງ​ສຸມ​ໃສ່​ບັນດາ​ແຂວງ, ນະຄອນ​ທີ່​ມີ​ທ່າ​ໄດ້​ປຽບ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຄື ກວາງ​ນິງ, ຫາຍ​ຟ່ອງ, ຮ່າ​ໂນ້ຍ, ນະຄອນ ​ໂຮ​ຈິ​ມິນ, ບັກ​ຢາງ, ບິ່ງ​ເຢືອງ... ບັນດາ​ນັກ​ລົງທຶນເດີມ​ຂອງ​ອາຊີ​ ຄື: ​​ສິງກະ​ໂປ, ຈີນ, ຍີ່​ປຸ່ນ, ສ.​ເກົາຫຼີ, ຮົງ​ກົງ, ໄຕ້​ຫວັນ ຍັງ​ກວມມາດຕາຖ່ວງ​ໃຫຍ່​ໃນ​ການ​ລົງທຶນ​ຢູ່​ຫວຽດນາມ.

ໃນນັ້ນ, ສິງກະໂປ ນຳໜ້າ ດ້ວຍຍອດຈຳນວນເງິນລົງທຶນເກືອບ 4,65 ຕື້ USD, ກວມເອົາກວ່າ 18% ຈຳນວນທຶນລົງທຶນເຂົ້າ ຫວຽດນາມ ໃນ 10 ເດືອນ; ສ.ເກົາຫຼີ ຢືນອັນດັບທີ 2 ດ້ວຍຍອດຈຳນວນທຶນລົງທຶນເກືອບ 3,93 ຕື້ USD, ກວມ 15,2% ຂອງຈຳນວນເງິນລົງທຶນທັງໝົດ. ຮົງ​ກົງ ​ຢືນ​ອັນ​ດັບ​ທີ 3 ດ້ວຍ​ຍອດຈຳນວນທຶນລົງທຶນຈົດທະບຽນ​ເກືອບ 3,54 ຕື້ USD, ກວມ​ເອົາ​ຫຼາຍ​ກວ່າ 13,7% ຂອງ​ຍອດ​ທຶນ​ລົງ​ທຶນ​...

ບໍ່​ພຽງ​ແຕ່​ແມ່ນ​ການທຶນ​ຈົດ​ທະ​ບຽນ​ຕັ້ງໜ້າ​ເທົ່າ​ນັ້ນ, ທຶນ FDI ​ໃນ 10 ​ເດືອນ​ຕົ້ນ​ປີ​ຍັງ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າດີ. ຕາມ​ກົມການ​ລົງທຶນ​ຕ່າງປະ​ເທດ​ແລ້ວ, ​ໃນ 10 ​ເດືອນ, ຍອດ​ຈຳນວນ​ທຶນ​ຂອງ​ບັນດາ​ໂຄງການ​ລົງທຶນ​ຕ່າງປະ​ເທດ ​ບັນລຸ​ໄດ້​ປະມານ 18 ຕື້ USD, ​ເພີ່ມ​ຂຶ້ນ 2,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022.

ການລົງທຶນຂອງ ຫວຽດນາມ ອອກໄປຕ່າງປະເທດ ​ໃນ 10 ​ເດືອນ​ຕົ້ນ​ປີ 2023 ມີ 95 ​ໂຄງການ​ທີ່​ໄດ້​ຮັບ​ໃບ​ຢັ້ງຢືນ​ການ​ລົງທຶນ​ໃໝ່ ດ້ວຍ​ຍອດ​ຈຳນວນ​ທຶນຂອງ​ຫວຽດນາມ ແມ່ນ 251,2 ລ້ານ USD, ຫຼຸດ​ລົງ 36,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ; ມີ 19 ໂຄງການ​ທີ່​ມີ​ທຶນດັດ​ປັບ​ ດ້ວຍ​ຍອດ​ຈຳນວນ​ທຶນ 173 ລ້ານ USD, ​ເພີ່ມ​ຂຶ້ນ​ເກືອບ 2,8 ​ເທົ່າ.

​ໂດຍ​ລວມ​ແລ້ວ, ຍອດ​ຈຳນວນ​ທຶນ​ລົງ​ທຶນ​ຢູ່​ຕ່າງປະ​ເທດ​ຂອງ​ຫວຽດນາມ ບັນລຸ 424,4 ລ້ານ USD, ຫຼຸດ​ລົງ 6,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນນັ້ນ: ການຂາຍສົ່ງ ແລະ ຂາຍຍ່ອຍ, ສ້ອມແປງລົດໂອໂຕ, ລົດຈັກ, ລົດໂມໂຕ ແລະ ລົດທີ່ມີເຄື່ອງຈັກອື່ນໆ ບັນລຸ 151,6 ລ້ານ USD, ກວມເອົາ 35,7% ຂອງຈຳນວນທຶນລົງທຶນທັງໝົດ; ຂໍ້ມູນຂ່າວສານ ແລະ ການສື່ສານ ບັນລຸ 119,4 ລ້ານ USD, ກວມເອົາ 28,1%; ການຜະລິດ ແລະ ແຈກຢາຍໄຟຟ້າ, ແກັດເຜົາໄໝ້, ນ້ຳຮ້ອນ, ອາຍນ້ຳ ແລະ ເຄື່ອງປັບອາກາດບັນລຸ 84,4 ລ້ານ USD; ກວມເອົາ 19,9%.

ໃນ 10 ເດືອນຕົ້ນປີ 2023, ມີ 24 ປະເທດ ແລະ ເຂດແຄ້ວນໄດ້ຮັບການລົງທຶນຈາກ ຫວຽດນາມ, ໃນນັ້ນ: ການາດາ ແມ່ນປະເທດນຳໜ້າ ດ້ວຍ 150,2 ລ້ານ USD, ກວມ 35,4% ຍອດຈຳນວນທຶນລົງທຶນ; ສິງກະໂປ 120,1 ລ້ານ USD, ກວມ 28,3%; ລາວ 115,2 ລ້ານ USD, ກວມ 27,1%; ກູບາ ບັນລຸ 11,8 ລ້ານ USD, ກວມ 2,8%; ອິດສະຣາແອນ 6,1 ລ້ານ USD, ກວມ 1,4%.

ດີງເລື້ອງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.