ໝາກທຸລຽນ: ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ

02:38 | 30/10/2023

ຍສໝ - ໝາກ​ທຸລຽນ​ຂອງ​ຫວຽດນາມ ​ໄດ້​ກາຍ​ເປັນປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ​ໄລຍະ 9 ເດືອນຕົ້ນປີ 2023, ກວມ​ເອົາ 38,7% ຍອດມູນ​ຄ່າ​ສົ່ງ​ອອກ​ຂອງ​ຂະແໜງ.

ໃນ 9 ເດືອນຕົ້ນປີ 2023 ກ່າເມົາ ດຶງດູດ16 ຕື້ດົ່ງຈາກບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ ໃນ 9 ເດືອນຕົ້ນປີ 2023 ກ່າເມົາ ດຶງດູດ16 ຕື້ດົ່ງຈາກບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ
ໃນ 9 ເດືອນຂອງປີ 2023 ແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ບັນລຸ 8,9 ລ້ານເທື່ອຄົນ ໃນ 9 ເດືອນຂອງປີ 2023 ແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ບັນລຸ 8,9 ລ້ານເທື່ອຄົນ

ຕາມສຳນັກຂ່າວສານ ຊິນຮວາ ແລ້ວ, ຍອດ​ມູນ​ຄ່າ​ສົ່ງ​ອອກໝາກ​​ທຸລຽນ​ຂອງ​ຫວຽດນາມ ​ບັນລຸ 1,63 ຕື້ USD ​ໃນ 9 ​ເດືອນ​ຕົ້ນ​ປີ 2023, ​ເພີ່ມ​ຂຶ້ນ​ກວ່າ 14 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ເຮັດ​ໃຫ້​ໝາກ​ທຸລຽນເປັນ​ລາຍ​ຮັບ​ຈາກ​ຕ່າງປະ​ເທດ​ຫຼາຍ​ກວ່າ​ໝູ່​ໃນ​ຂະ​ແໜງ​ຜັກ ແລະ ໝາກໄມ້​ຂອງ​ຫວຽດນາມ.

ໝາກທຸລຽນ​ໄດ້​ລື່ນ​ກາຍ​ໝາກມີ້, ໝາກ​ມັງ​ກອນ, ໝາກ​ໂມ, ໝາກກ້ວຍ, ໝາກລິ້ນຈີ່ ໂດຍໄດ້​ຂຶ້ນ​ເປັນ​ອັນ​ດັບ​ໜຶ່ງ, ກວມ​ເອົາ 38,7% ​ຍອດການ​ສົ່ງ​ອອກ​ທັງ​ໝົດ​ຂອງ​ຂະແໜງ. ປະຈຸ​ບັນ, ຈີນ​ແມ່ນ​ຕະຫຼາດ​ສົ່ງ​ອອກໝາກທຸລຽນ​ຕົ້ນຕໍ​ຂອງ​ຫວຽດນາມ.

ຕາມ​ຂໍ້​ມູນ​ຫຼ້າ​ສຸດ​ຂອງກົມໃຫຍ່ພາສີ, ການ​ສົ່ງ​ອອກ​ໝາກ​ໄມ້​ຂອງ​ຫວຽດນາມ ​ໃນ 9 ​ເດືອນ​ຕົ້ນ​ປີ​ນີ້​ບັນລຸ 4,21 ຕື້ USD, ​ເພີ່ມ​ຂຶ້ນ 72,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ໝາກທຸລຽນ:  ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ
ໝາກ​ທຸລຽນ ໄດ້ບໍ​ລິ​ໂພກ​ຫຼາຍ​ໃນ​ຕະ​ຫຼາດ​ຈີນ​

​ໃນ​ສະພາບ​ການ​ການ​ຄ້າ​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ກະທົບຫຍໍ້ທໍ້​ຍ້ອນກຳລັງ​ຊື້​ທີ່​ຫຼຸດ​ລົງ ເເຕ່ວ່າວົງເງິນສົ່ງອອກ​ໄປ​ຈີນ ​ຍັງ​ເຕີບ​ໂຕ​ຢ່າງ​ຕັ້ງໜ້າ, ​ໂດຍ​ປົກກະຕິ​ການ​ສົ່ງ​ອອກ​ຜັກ ​ແລະ​ ໝາກ​ໄມ້​ກວມ 64% ຂອງຍອດການ​ສົ່ງ​ອອກ​ຜັກ​ ແລະ​ ໝາກ​ໄມ້​ຂອງ​ປະ​ເທດ. ຈີນ​ແມ່ນ​ຕະ​ຫຼາດ​ນຳ​ເຂົ້າ​ໝາກ​ໄມ້​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ ດ້ວຍ​ວົງເງິນບັນລຸ 2,75 ຕື້ USD, ເພີ່ມ​ຂຶ້ນກວ່າ 160% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຫວຽດນາມ​ມີຈຳນວນ 422 ​ເຂດ​ປູກ ​ແລະ 153 ຮາກຖານ​​ຫໍ່​ທີ່​ມີ​ເງື່ອນ​ໄຂ​ເພື່ອ​ສົ່ງ​ອອກ​ໝາກ​ໄມ້​ໄປ​ຈີນ.

ໝາກຜົນ​ດັ່ງກ່າວ​ແມ່ນ​ຍ້ອນ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ຫຼາຍ​ອະນຸສັນຍາ​ການ​ສົ່ງ​ອອກ​ຜັກ ແລະ ໝາກໄມ້ເຂົ້າ​ຕະຫຼາດ​ນີ້​ຢ່າງ​ເປັນ​ທາງ​ການ. ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ບໍລິ​ໂພ​ກຈີນ​ທ ​ນິຍົມ​ໝາກທຸລຽນ​ເປັນ​ພິ​ເສດ, ສະ​ນັ້ນ ປະລິມານ​ການ​ສົ່ງ​ອອກ​ຂອງ​ສິນຄ້າ​ດັ່ງກ່າວ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ຫວຽດນາມ ພວມ​ສືບ​ຕໍ່​ເຈລະຈາ​​ບັນດາ​ອະນຸ​ສັນຍາ​ກ່ຽວ​ກັບ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ກັບຈີນ, ພິ​ເສດ​ແມ່ນ​ບັນດາ​ປະເພດສິນຄ້າລວມມີ: ໝາກ​ໂມ, ໝາກທຸລຽນແຊ່ເຢັນ, ໝາກເຜັດ, ສະໝູນໄພ ແລະ ໝາກໄມ້ເປັນງີມ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.