ງານແລກປ່ຽນວັດທະນະທຳສິລະປະຊົມເຊີຍນ້ຳໃຈມິດຕະພາບ ຫວຽດນາມ - ລາວ

11:44 | 30/10/2023

ງານແລກປ່ຽນວັດທະນະທຳສິລະປະຊົມເຊີຍນ້ຳໃຈມິດຕະພາບຫວຽດນາມ - ລາວ

ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ
ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"

ຕອນບ່າຍວັນທີ 29 ຕຸລາ, ຢູ່ສູນວັດທະນະທຳຫວຽດນາມ ປະຈຳລາວ ພ້ອມກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຢູ່ລາວ ໄດ້ສົມທົບກັນຈັດຕັ້ງລາຍການວັດທະນະທຳສິລະປະຊົມເຊີຍນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ.

ເຫດການດັ່ງກ່າວໄດ້ດຶງດູດພະນັກງານ, ນັກຮຽນ, ນັກສຶກສາລາວ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ກໍ່ຄືຍາດຕິພີ່ນ້ອງສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ.

ທີ່ລາຍການສະແດງ, ນັກສິລະປິນຂອງໂຮງລະຄອນຫວຽດນາມ ແລະວິທະຍາໄລວັດທະນະທຳສິລະປະແຫ່ງຊາດລາວ ໄດ້ສະແດງລາຍການດົນຕີຟ້ອນຍ້ອງຍໍຊົມເຊີຍຄວາມສວຍງາມຂອງປະເທດຊາດ, ຍ້ອງຍໍຊົມເຊີຍນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ.

ງານແລກປ່ຽນວັດທະນະທຳສິລະປະຊົມເຊີຍນ້ຳໃຈມິດຕະພາບ ຫວຽດນາມ - ລາວ

ລາຍການສະແດງລະຄອນເວທີ "ຄູ່ດວງຕາສົດໃສ" ໃນການພົບປະແລກປ່ຽນ. ພາບ: TTXVN

ພິເສດ, ບັນດານັກສິລະປິນຂອງໂຮງລະຄອນຫວຽດນາມ ໄດ້ນຳເອົາລາຍການສະແດງລະຄອນເວທີ “ຄູ່ດວງຕາສົດໃສ” ດ້ວຍເນື້ອໃນທີ່ມີຄວາມໝາຍກ່ຽວກັບວັນປະທານ ໂຮ່ຈີມິນ ມາຢ້ຽມຢາມໂຮງຮຽນທະຫານເສຍອົງຄະທາງສາຍຕາ ຮ່າໂນ້ຍ. ຈາກນັ້ນ, ກໍ່ລະດົມກຳລັງໃຈໃຫ້ບັນດາທະຫານເສຍອົງຄະ, ຜູ້ທີ່ເສຍສະຫຼະຮ່າງກາຍສ່ວນໃດສ່ວນໜຶ່ງຂອງຕົນເພື່ອປະເທດ, ເພື່ອຊາດ ຈົ່ງສືບຕໍ່ມານະພະຍາຍາມອຸທິດຕົນ, ດຸໝັ່ນອອກແຮງງານ, ທຳການຜະລິດ, ຮ່ຳຮຽນ, ສືບຕໍ່ເປັນຜູ້ທີ່ເປັນປະໂຫຍດ ແລະປະກອບສ່ວນໃຫ້ແກ່ສັງຄົມ.

ຕາມຄະນະຈັດຕັ້ງແລ້ວ, ລາຍການສະແດງສິລະປະໄດ້ປະກອບສ່ວນເຜີຍແຜ່ພາບປະທານ ໂຮ່ຈີມິນ ແລະຄວາມໝາຍຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ ເຖິງພໍ່ແມ່ປະຊາຊົນ, ວົງຄະນະຍາດ ແລະເພື່ອນລາວ, ຜ່ານນັ້ນ ກໍ່ໄດ້ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ປະເທດປະຈຳຖິ່ນກັບບ້ານເກີດເມືອງນອນປະເທດຊາດ, ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ກ່ອນໜ້ານັ້ນ, ບັນດານັກສິລະປິນຂອງໂຮງລະຄອນຫວຽດນາມ ກໍ່ໄດ້ມີການສະແດງຢູ່ນະຄອນປາກເຊ, ແຂວງຈຳປາສັກ (ພາກໃຕ້ຂອງລາວ) ແລະໄດ້ຮັບການຕ້ອນຮັບຢ່າງສຸດໃຈຈາກປະຊາຄົມຊາວຫວຽດນາມ ກໍ່ຄືຊາວລາວ ຢູ່ທີ່ນີ້.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.