ກອງຊ່າງແສງຫວຽດນາມ ໄດ້ນຳມາເຊິ່ງກຳລັງໜູນ ແລະຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ Abyei

17:40 | 28/10/2023

ກອງຊ່າງແສງຫວຽດນາມ ໄດ້ນຳມາເຊິ່ງກຳລັງໜູນ ແລະຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ Abyei

ພິທີອອກທັບມອບໜ້າທີ່ໃຫ້ກອງທ້ອນໂຮມໄປລາວ ປະຕິບັດໜ້າທີ່ຄົ້ນຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ລະດູແລ້ງ 2023-2024 ພິທີອອກທັບມອບໜ້າທີ່ໃຫ້ກອງທ້ອນໂຮມໄປລາວ ປະຕິບັດໜ້າທີ່ຄົ້ນຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ລະດູແລ້ງ 2023-2024
ສະມາຊິກ 156 ຄົນ ຂອງກອງທະຫານຊ່າງແສງ ເລກ 1 ໄດ້ອອກເດີນທາງໄປປະຕິບັດໜ້າທີ່ຢູ່ Abyei ສະມາຊິກ 156 ຄົນ ຂອງກອງທະຫານຊ່າງແສງ ເລກ 1 ໄດ້ອອກເດີນທາງໄປປະຕິບັດໜ້າທີ່ຢູ່ Abyei

ຫວ່າງແລ້ວນີ້, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ຄະນະປະຕິບັດງານ UNISFA, ທ່ານພົນເອກ Birame Diop ທີ່ປຶກສາດ້ານການທະຫານສະຫະປະຊາຊາດ (ສປຊ) ໄດ້ນຳໜ້າຄະນະປະຕິບັດງານ ສປຊ ໄປຢ້ຽມຢາມກອງຊ່າງແສງເລກ 2 ຫວຽດນາມ.

ກອງຊ່າງແສງຫວຽດນາມ ໄດ້ນຳມາເຊິ່ງກຳລັງໜູນ ແລະຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ Abyei

ຄະນະປະຕິບັດງານຖ່າຍຮູບເປັນທີ່ລະນຶກກັບຄະນະບັນຊາ ແລະພົນທະຫານຍິງກອງຊ່າງແສງເລກ 2 ຫວຽດນາມ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພັນເອກພິເສດ ຫງວຽນຫວຽດຮືງ ຜູ້ບັນຊາການກຳລັງການທະຫານຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ UNISFA, ຫົວໜ້າກອງຊ່າງແສງເລກ 2 ຫວຽດນາມ ໄດ້ ແນະນໍາກ່ຽວກັບການສັບຊ້ອນບັນຈຸ, ພາລະບົດບາດ, ໜ້າທີ່ ກໍ່ຄືການເຄື່ອນໄຫວແທດຈິງໃນການໜູນຊ່ວຍປະຊາຊົນທ້ອງຖິ່ນຂອງກອງຊ່າງແສງຫວຽດນາມ.

ນັບແຕ່ໄດ້ຮັບການຜັນຂະຫຍາຍມາບໍລິເວນດັ່ງກ່າວ, ກອງຊ່າງແສງຫວຽດນາມ ໄດ້ຕັ້ງໜ້າປະຕິບັດບັນດາການເຄື່ອນໄຫວໜູນຊ່ວຍປະຊາຊົນທ້ອງຖິ່ນ, ໃນນັ້ນມີບາງການເຄື່ອນໄຫວໄດ້ຮັບການຕີລາຄາສູງຈາກຄະນະປະຕິບັດງານ, ຄື: ກໍ່ສ້າງຫ້ອງຮຽນ, ສ້ອມແປງໂຕະຕັ່ງ, ການຮຽນ-ການສອນ, ການສາຍຮູບເງົາໃຫ້ເດັກນ້ອຍເບິ່ງ, ປ້ອງກັນໄພນ້ຳຖ້ວມ, ແນະນໍາການເຮັດກະສິກໍາ, ກວດ ແລະປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນ.

ທ່ານພົນເອກ Birame Diop ໄດ້ຮັບຮູ້ຄວາມມານະພະຍາຍາມບຸກບືນຂອງກອງຊ່າງແສງຫວຽດນາມ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກດ້ານສະພາບດິນຟ້າອາກາດ ກໍ່ຄືການຂາດເຂີນດ້ານພື້ນຖານວັດຖຸກໍ່ຕາມ, ແຕ່ໝາກຜົນການປະຕິບັດໜ້າທີ່ກໍ່ລື່ນກາຍຄາດໝາຍ, ຄວາມຫວັງທີ່ຕັ້ງໄວ້ຂອງ ສປຊ.

ທ່ານ ທີ່ປຶກສາດ້ານການທະຫານ ສປຊ ຖືວ່າ, ການເຊື່ອມຕໍ່ກັບປະຊາຊົນທ້ອງຖິ່ນແມ່ນຂໍກຸນແຈແຫ່ງຄວາມສຳເລັດ, ພິເສດແມ່ນການເຄື່ອນໄຫວມະນຸດສະທຳໄດ້ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນເຂດ Abyei ໃນທົ່ວກຳລັງຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ UNISFA.

ທ່ານພົນເອກ Birame Diop ສະເໜີວ່າ ໃນໄລຍະຈະມາເຖິງ, ກອງຊ່າງແສງຫວຽດນາມ ຄວນສືບຕໍ່ຍົກລະດັບເສັ້ນທາງສຳຄັນ, ຄຸ້ມຄອງ, ຂະຫຍາຍເສັ້ນທາງລາດຕະເວນໃໝ່ຕາມຄວາມສາມາດ. ພ້ອມທັງຜັນຂະຫຍາຍກໍ່ສ້າງໂຄງການຄ້າຍທະຫານອັດສະລິຍະ (Smart camp) ໃຫ້ກົມກອງກອງທັບຂອງບັນດາປະເທດທີ່ຕັ້ງທັບຢູ່ຄະນະປະຕິບັດງານ UNISFA.

ບູນມີ

ເຫດການ