ສິງກະ​ໂປ​ ອະນຸມັດ​ເງື່ອນ​ໄຂ​ນຳ​ເຂົ້າ​ໄຟຟ້າ​ສະອາດ​ຈາກ​ຫວຽດນາມ

12:50 | 28/10/2023

ຍສໝ - ຕາມ​ຂ່າວສານ​ຫວຽດນາມ, ວັນ​ທີ 27 ຕຸລາ​ນີ້, ​ໃນ​ຂອບ​ເຂດ​ສັບປະດາ​ພະລັງງານ​ສາກົນ​ສິງກະ​ໂປ 2023 (SIEW 2023), ອົງການ​ຄຸ້ມ​ຄອງ​ຕະຫຼາດ​ພະລັງງານ​ສິງກະ​ໂປ (EMA) ​ໄດ້​ມອບ​ຂໍ້​ຕົກລົງ​ອະນຸມັດ​ການ​ນຳ​ເຂົ້າ​ໄຟຟ້າ​ສະອາດ​ສົ່ງ​ອອກ​ຈາກ​ຫວຽດນາມ​ໃຫ້​ບໍລິສັດ Sembcorp Utilities Ltd. (SCU).

ຫວຽດນາມ - ສິງກະ​ໂປ​ໄດ້ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ພັດທະນາ 12 ​ໂຄງການ VSIP ​ໃໝ່ ຫວຽດນາມ - ສິງກະ​ໂປ​ໄດ້ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ພັດທະນາ 12 ​ໂຄງການ VSIP ​ໃໝ່
ການ​ຢ້ຽມ​ຢາມ​ສິງ​ກະ​ໂປ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງເຖິງ​ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ ການ​ຢ້ຽມ​ຢາມ​ສິງ​ກະ​ໂປ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງເຖິງ​ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ

ໃນວັນທີ 27 ຕຸລາ, ໃນຂອບເຂດສັບປະດາພະລັງງານສາກົນ ສິງກະໂປ 2023 (SIEW 2023) ຢູ່ສິງກະໂປ, ອົງການຄຸ້ມຄອງຕະຫຼາດພະລັງງານ (EMA) ຂອງປະເທດ ສິງກະໂປ ໄດ້ມອບໃບຢັ້ງຢືນມີເງື່ອນໄຂເພື່ອນຳເຂົ້າໄຟຟ້າ ສະອາດຈາກ ຫວຽດນາມ ສຳລັບ Sembcorp Utilities Ltd (SCU).

ສິງກະ​ໂປ​ ອະນຸມັດ​ເງື່ອນ​ໄຂ​ນຳ​ເຂົ້າ​ໄຟຟ້າ​ສະອາດ​ຈາກ​ຫວຽດນາມ
ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮູ່ງ

​ເຂົ້າ​ຮ່ວມ​ພິທີ​ຮັບຮອງ​ເອົາ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ແຮງ​ງານ ສິງກະ​ໂປ, ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ​ຄົນ​ທີ 2 Tan See Leng ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ຫງວຽນ​ແມ້ງ​ຮຸ່ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສິງກະ​ໂປ ມາຍເຝຶອກຢູງ, CEO ຂອງ EMA ສິງກະ​ໂປ Ngiam Shih Chun, ຜູ້​ອຳ​ນວຍ​ການ​ໃຫຍ່ ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສຫວຽດນາມ ເລແມ້ງຮູ່ງ ປະທານ ​ແລະ ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ Sembcorp ພ້ອມ​ດ້ວຍ​ຜູ້ຕາງໜ້າ​ບັນດາ​ການ​ນຳ​ຂອງ​ກຸ່ມ​ບໍລິສັດ​ຫຸ້ນ​ສ່ວນ​ບໍລິການ​ເຕັກນິກ​ນ້ຳມັນ​ເຊື້ອ​ໄຟ ຫວຽດນາມ (PTSC) ​ແລະ SCU.

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮູ່ງ ໄດ້ຕີລາຄາວ່າ ນີ້ແມ່ນຂີດໝາຍເປັນໜ້າສົນໃຈໃນການພົວພັນຮ່ວມມືດ້ານພະລັງງານລະຫວ່າງ ຫວຽດນາມແລະ ສິງກະໂປ. ໂຄງການນີ້ຈະຫັນການເຊື່ອມຕໍ່ພະລັງງານລະຫວ່າງສອງປະເທດໃຫ້ປະກົດຜົນເປັນຈິງຢ່າງແຮງ. ໃນຂະນະນັ້ນ, ທ່ານ Tan See Leng, ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ທັງເປັນລັດຖະມົນຕີຜູ້ທີສອງຂອງກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ເນັ້ນໜັກວ່າ: ສິງກະໂປ ແລະ ຫວຽດນາມ ມີ ການພົວພັນທີ່ແໜ້ນແຟ້ນ ແລະ ໄດ້ພ້ອມກັນແບ່ງປັນເປົ້າໝາຍລວມແມ່ນບັນລຸລະດັບປ່ອຍອາຍພິດລົງເປັນລະດັບ 0 ໃນປີ 2050. ໂຄງການນີ້ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງສອງປະເທດໃນການໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຄວາມມານະພະຍາຍາມຫັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.