ພົບປະແລກປ່ຽນວັດທະນະທຳ ຍ້ອງຍໍມິດຕະພາບ ຫວຽດນາມ - ລາວ

23:18 | 29/10/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 29 ຕຸລາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສູນ​ວັດທະນະທຳ​ຫວຽດນາມ ປະຈຳ​ລາວ ໄດ້ສົມທົບ​ກັບ​ໂຮງ​ລະຄອນ​ລະຄອນຫວຽດນາມ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຂອງ​ລາວ ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ຍ້ອງຍໍ​ມິດຕະພາບ​ແບບ​ພິ​ເສດ ​ຫວຽດນາມ - ລາວ.

ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່ ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່
ພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ-ລາວ ພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ-ລາວ

ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ສະຖານທູດ ຫວຽດນາມ ປະຈຳ ລາວ ພ້ອມ​ດ້ວຍ​ພະນັກງານ, ນັກຮຽນ, ສະມາຊິກ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ເປັນ​ຈຳນວນ​ຄັບຄາໜາແໜ້ນ.

ທີ່​ການ​ພົບ​ປະ, ບັນດາ​ນັກ​ສິລະ​ປິນຂອງ​ໂຮງ​ລະຄອນ​ລະຄອນ​ຫວຽດນາມ ພ້ອມ​ກັບ​ບັນດາສິລະປິນທີ່ມາຈາກໂຮງຮຽນວິທະຍາໄລ​ວັດທະນະທຳ ​ແລະ ສິລະ​ປະ​ແຫ່ງ​ຊາດ​ລາວ ​ໄດ້​ສະ​ແດງ​ບົດ​ເພງ, ຟ້ອນ, ດົນຕີ​ທີ່​ຍ້ອງຍໍ​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ຍ້ອງຍໍ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ.

ພົບປະແລກປ່ຽນວັດທະນະທຳ ຍ້ອງຍໍມິດຕະພາບ ຫວຽດນາມ - ລາວ
(ພາບ: ຫາຍຕ໋ຽນ)

ຈຸດ​ພົ້ນ​ເດັ່ນ​ທີ່​ໜ້າປະ​ທັບ​ໃຈ​ຂອງ​ການ​ພົບ​ປະ​ແລກ​ປ່ຽນ​ແມ່ນ​ບົດ​ລະ​ຄອນ “ດວງຕາ​ສົດ​ໃສ” ຂອງ​ນັກປະພັນ ທຽນ​ເອີ່ນ, ໂດຍຜູ້ກຳກັບ, ນັກ​ສິ​ລະ​ປິນດີເດັ່ນ ຕ້າຕ້ວນມີ່ງ ໄດ້​ຈັດສ້າງສາກການສະແດງວາດພາບ​ມື້​ສຸດ​ທ້າຍ​ຂອງ​ຈຸດເວລາສົ່ງປີເກົ່າຕ້ອນຮັບປີໃໝ່ ປີ 1956, ຢູ່​ໂຮງ​ຮຽນ​ທະຫານ​ເສຍ​ອົງຄະທາງສາຍຕາ ​ຢູ່​ຮ່າ​ໂນ້ຍ.

​ໃນ​ຄືນ​ນັ້ນ, ລຸງ​ໂຮ່​ ໄດ້​ໄປ​ຢາມ​ໂຮງຮຽນ, ​ໄດ້​ໂອ້​ລົມ​ກັບ​ທະຫານທີ່ເສຍອົງຄະ ​ແລະ ທ່ານ​ເວົ້າ​ວ່າ “ທະຫານ​ໄດ້​ຮັບ​ບາດ​ເຈັບແຕ່​ບໍ່​ພິການ”. ຈາກ​ຄຳມຫ້ກຳລັງໃຈ​ຂອງ​ລຸງ​ໂຮ່, ບັນດາສະຫາຍທະຫານເສຍອົງຄະ, ​ເສຍສະຫຼະສ່ວນໃດໜຶ່ງໃນຮ່າງກາຍຂອງຕົນເພື່ອ​ຊາດ ​ແລະ ປະຊາຊົນ ພັດສືບ​ຕໍ່​ຈູບຈ້າວຫ້າວຫັນອອກແຮງງານ, ທຳການຜະລິດ, ຮ່ຳຮຽນ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ສັງຄົມ.

ລາຍການ​ສິລະ​ປະ​ໄດ້​ປະກອບສ່ວນແຜ່ກະຈາຍ ​ແລະ ​ເຜີຍ​ແຜ່ຮູບພາບປະທານ ​ໂຮ່ຈີ​ມິນ ​ແລະ ຄວາມ​ໝາຍ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ​ເຖິງ​ປະຊາ​ຄົມ​ຊາວ ຫວຽດນາມ ​ແລະ ​ເພື່ອນ​ລາວ, ຜ່ານ​ນັ້ນ ກໍ່​ເຊື່ອມ​ໂຍງ​ຊາວຫວຽດນາມ ທີ່ຢູ່ປະເທດປະຈຳ​ຖິ່ນ ກັບ​ບ້ານ​ເກີດ​ເມືອງ​ນອນ, ສືບ​ຕໍ່​ເພີ່ມພູນຄູນສ້າງການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃຫ້ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

​ໃນ​ຂອບ​ເຂດ​ການ​ໄປພົບປະແລກປ່ຽນການສະແດງ​ຢູ່​ລາວ​ຄັ້ງ​ນີ້, ກ່ອນ​ໜ້າ​ນີ້, ວັນທີ 25 ຕຸລາ, ນັກ​ສິລະ​ປິນ​ໂຮງ​ລະຄອນ​ລະຄອນ​ຫວຽດນາມ ກໍ່​ໄດ້​ດຳ​ເນີນ​ງານ​ສະ​ແດງ​ຢູ່​ນະຄອນ​ປາກເຊ, ​ແຂວງ​ຈຳປາ​ສັກ (ພາກ​ໃຕ້​ລາວ) ​ແລະ ​ໄດ້​ຮັບ​ການ​ຕອບ​ຮັບຢ່າງສຸດຈິດສຸດໃຈຈາກ​ບັນດາພີ່ນ້ອງປະຊາຄົມ​ຊາວ​ຫວຽດນາມ ກໍ່ຄືຜູ້ຊົມ​ຊາວ​ລາວ ທີ່ຢູ່​ທ້ອງ​ຖິ່ນ.

ດີງເລື້ອງ

302 Found

Found

The document has moved here.