ຍສໝ - ຝ່າຍຈີນ ຫາກໍ່ຟື້ນຟູການນຳເຂົ້າໝາກໄມ້ສົດ (ລວມທັງໝາກມັງກອນ) ແລະ ສິນຄ້າແຊ່ແຂງ ຜ່ານດ່ານຊາຍແດນ ຫ່າເຂົາ (ຝ່າຍຫວຽດນາມ ແມ່ນດ່ານຊາຍແດນ ກິມແທ່ງ 2, ລາວກາຍ) ພາຍຫຼັງໄດ້ໂຈະມາເປັນເວລາເກືອບ 2 ເດືອນ.
ຍສໝ - ຕອນເຊົ້າວັນທີ 11 ເມສາ ຢູ່ ນະຄອນຫລວງ ວຽງຈັນ ໄດ້ດຳເນີນກອງປະຊຸມຮ່ວມມືພັດທະນາດ້ານການຄ້າ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ XII ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ - ການຄ້າ ລາວ.
ຍສໝ - ໃນ 5 ປີມານີ້, ນັບແຕ່ເວລາໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ - 19, ການເຄື່ອນໄຫວພົວພັນແລກປ່ຽນ, ການຮ່ວມມືເຂດຊາຍແດນ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງສືບຕໍ່ໄດ້ຮັບການຮັກສາ ແລະ ຊຸກຍູ້.
ວັນທີ 10 ເມສາ, ເນື່ອງໃນໂອກາດບຸນປີໃໝ່ລາວ, ຄ້າຍທະຫານຊາຍແດນໂຍນມາຍ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ໄປຢ້ຽມຢາມ, ແລກປ່ຽນສະພາບການ, ມອບຂອງຂວັນ ແລະອວຍພອນບຸນປີໃໝ່ບັນດາກົມກອງ ແລະປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນລາວ.
ແຕ່ວັນທີ 21-25 ມີນາ, ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ (ສສ ຫວຽດນາມ) ແລະກອງບັນຊາການທະຫານແຂວງເຊກອງ (ສປປ ລາວ) ໄດ້ລາດຕະເວນສອງຝ່າຍ ເພື່ອກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະຮັກສາຄວາມປອດໄພຕາມເສັ້ນຊາຍແດນຫວຽດນາມ-ລາວ.
ຍສໝ - ເຖິງວ່າບໍ່ໄດ້ໄປເຖິງທຸກທ້ອງຖິ່ນຂອງແຂວງກວາງນິງ, ແຕ່ຂ້າພະເຈົ້າຮູ້ສຶກວ່າ ແຕ່ລະເຂດຢູ່ທີ່ນີ້ລ້ວນແຕ່ມີສີສັນທີ່ແຕກຕ່າງກັນ. ພິເສດ, ນະຄອນຊາຍແດນ ມ໋ອງກ໋າຍ ມີຈຸດລັກສະນະສະເພາະພິເສດຂອງຕົນ, ດຶງດູດນັກທ່ອງທ່ຽວ.
ຍສໝ - ວັນທີ 2 ມີນາ, ຢູ່ຕາແສງກຣົງນາ, ເມືອງບວນໂດນ, ແຂວງດັກລັກ, ຄະນະ ຊາວໜຸ່ມແຂວງດັກລັກ ແລະຄະນະຊາວໜຸ່ມແຂວງເລິມດົງ ໄດ້ສົມທົບກັບກອງ ບັນຊາການທະຫານຊາຍແດນແຂວງດັກລັກ ຈັດຕັ້ງໂຄງການ “ຊາຍແດນ ເດືອນມີນາ” ປີ 2022 ດ້ວຍຫົວຂໍ້ "ຊາຍແດນຂອງປະເທດຂ້າພະເຈົ້າ".
ຕອນບ່າຍວັນທີ 28 ກຸມພາ, ຄະນະກໍາມະການປະຊາຊົນຕາແສງ Ia Lop (ເມືອງ Ea Sup) ສົມທົບກັບຄ້າຍທະຫານຊາຍແດນ Ea H’leo, ກອງບັນຊາການທະຫານຊາຍແດນແຂວງດັກລັກ ໄດ້ຈັດຕັ້ງກອງປະຊຸມປະເມີນຜົນປະຕິບັດຄໍາສັ່ງ ເລກທີ 01/CT-TTg, ລົງວັນທີ 9 ມັງກອນ 2015 ຂອງນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດໃນສະພາບການໃໝ່” ຕິດພັນກັບການສະເຫຼີມສະຫຼອງ 33 ປີ “ວັນທ່ົວປວງຊົນປ້ອງກັນຊາຍແດນ”.
ຕອນເຊົ້າວັນທີ 28 ຕຸລາ, ຢູ່ແຂວງອັດຕະປື (ລາວ), ຄະນະເສດຖະກິດ-ປ້ອງກັນຊາດ 385, ແມ່ທັບ 15 ໄດ້ມອບ-ຮັບ 5 ກິດຈະການສ້ອມແປງກຸ່ມບ້ານວັງຕັດ, ເມືອງຊານໄຊ, ແຂວງອັດຕະປື); ສ້ອມແປງໂຮງຮຽນກິນນອນຊົນເຜົ່າ ແລະປະຕູໂຂງ, ຝາຜະໜັງ, ເຮືອນຢູ່, ຫ້ອງກິນໃຫ້ນັກຮຽນໂຮງຮຽນກິນນອນຊົນເຜົ່າກຸ່ມບ້ານວັງຕັດດ້ວຍຍອດມູນຄ່າກວ່າ 4,1 ຕື້ດົ່ງ ໂດຍກະຊວງປ້ອງກັນປະເທດຫວຽດນາມ ຊ່ວຍເຫຼືອປະເທດເພື່ອນລາວ.
ຍສໝ - ວັນທີ 28 ກຸມພາ, ຫ້ອງການຕຳຫຼວດແຂວງແທັງຫົວສົມທົບກັບຫ້ອງການປ້ອງກັນຄວາມສະຫງົບແຂວງຫົວພັນ ໄດ້ຈັດຕັ້ງພິທີເປີດນຳໃຊ້ ແລະ ມອບສຳນັກງານຫ້ອງການເຮັດວຽກ 32 ແຫ່ງ ໃຫ້ແກ່ຫ້ອງການ ປກສ ກຸ່ມບ້ານເຂດຊາຍແດນຕິດຈອດຂອງເມືອງສົບເບົາ, ແຂວງຫົວພັນ.
ວັນທີ 25 ກຸມພາ, ທະຫານຊາຍແດນແຂວງເຊີນລາ ຂອງຫວຽດນາມ ໃຫ້ຮູ້ວ່າ, ແຕ່ວັນທີ 20-24 ກຸມພາ, ຄະນະນັກວິຊາການຊາຍແດນຂອງຫວຽດນາມ ແລະລາວ ໄດ້ຮ່ວມກັນດໍາເນີນການສໍາຫຼວດສອງຝ່າຍ, ກໍານົດທີ່ຕັ້ງ ແລະປັກຫຼັກເພື່ອເປັນເຄື່ອງໝາຍຢູ່ຈຸດທີ່ເປັນເອກະລັກ ຢູ່ພື້ນທີ່ຕົວຈິງ ເພື່ອເຮັດແຈ້ງທິດເດີນຂອງເສັ້ນຊາຍແດນສອງປະເທດ ຢູ່ ຕອນແຕ່ຫຼັກໝາຍຊາຍແດນເລກທີ 257 ເຖິງ 259 ລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ.
ຍສໝ - ເມື່ອດອກຄາຍ ດອກເໝີຍເບັ່ງບານອວດອ້າງສີສັນຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ ຢູ່ບັນດາເນີນພູລຽບຕາມເສັ້ນຊາຍແດນ, ທະຫານຊາຍແດນຈະມີລະດູບານໃໝ່ ອີກໜຶ່ງປີທີ່ຕິດພັນກັບປະຊາຊົນບັນດາເຜົ່າອ້າຍນ້ອງ, ດ້ວຍເຂດດິນແດນເໜືອສຸດ ປະເທດຊາດ. ເຖິງວ່າໃຈຂອງເຂົາເຈົ້າຍັງຄິດຮອດຄອບຄົວ ແລະ ບ້ານເກີດເມືອງນອນໃນຊຸມວັນຕົ້ນປີໃໝ່...
ຫວ່າງແລ້ວນີ້, ຢູ່ຫຼັກໝາຍຊາຍແດນເລກທີ 528 ບ້ານຈາລໍ, ຕາແສງເຢິນຮວ່າ, ເມືອງມິງຮວ່າ, ແຂວງກວ໋າງບິ່ງ, ຄະນະປະຕິບັດງານກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ນຳໂດຍທ່ານພັນໂທ ຄໍາສິງ ນົນທະສອນ, ຮອງຫົວໜ້າກອງບັນຊາການ ປກສ ມາຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ.
ທີ່ບ້ານມ່ວງ, ເມືອງສົບເບົາ, ແຂວງຫົວພັນ, ລາວ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ຫາກໍ່ດໍາເນີນພິທີມອບ-ຮັບປ້ອມຕໍາຫຼວດບ້ານມ່ວງໃຫ້ຫ້ອງການປ້ອງກັນຄວາມສະຫງົບເມືອງສົບເບົາ.
ຍສໝ - ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີລັດຖະບານ ຈີນ ຫຼີເຄີຊຽງ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງການພົວພັນການທູດ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2022).
ທ່ານພົນໂທ ຮ່ວາງຊວນຈຽນ ໄດ້ມອບ “ເຮືອນແຫ່ງຄວາມອົບອຸ່ນເຂດຊາຍແດນ” 60 ຫຼັງໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ມອບຂອງຂວັນ 250 ພູດໃຫ້ຜູ້ຕາງໜ້າຄອບຄົວນະໂຍບາຍ.
ຍສໝ - ບິ່ງລຽວ ບໍ່ພຽງແຕ່ມີຊື່ສຽງໂດ່ງດັງທາງດ້ານສີສັນວັດທະນະທຳ ເຊັ່ນ: ບຸນດອກເສີ, ຕະຫຼາດຄວາມຮັກບິ່ງລຽວ, ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈ ເຊັ່ນ: “ກະດູກສັນຫຼັງໄດໂນເສົາ” ຫຼື ພູ ກາມຊຽມ ສູງທີ່ສຸດຢູ່ ກວາງນິງ… ເທົ່ານັ້ນ ຫາກຍັງດຶງດູດນັກທ່ອງທ່ຽວດ້ວຍບັນດາເສັ້ນທາງລາດຕະເວນຊາຍແດນທີ່ສວຍງາມ...
ຍສໝ - ຫວ່າງແລ້ວນີ້, ຢູ່ຫຼັກໝາຍເລກທີ 130 ໃນເຂດຊາຍແດນທາງບົກຫວຽດນາມ - ລາວ, ຄະນະຊີ້ນຳວຽກງານຊາຍແດນແຂວງ ດ້ຽນບຽນ (ຫວຽດນາມ) ແລະ ຄະນະຜູ້ແທນຄະນະຊີ້ນຳວຽກງານຊາຍແດນແຂວງຫຼວງພະບາງ (ລາວ), ໄດ້ດຳເນີນການສຳຫຼວດສອງຝ່າຍ ແລະ ໄດ້ດຳເນີນການເຈລະຈາກ່ຽວກັບການກໍ່ສ້າງກັນເຈື່ອນ ເພື່ອປົກປັກຮັກສາຫຼັກໝາຍ 130.
ຍສໝ - ຜູ້ອໍານວຍການພະແນກແຜນການ ແລະ ການລົງທຶນ ກຽນຢາງ ໃຫ້ຮູ້ວ່າ: ປີ 2022, ແຂວງ ກຽນຢາງ ຈະຍູ້ແຮງການລະດົມດຶງດູດການລົງທຶນເຂົ້າບັນດາເຂດ, ກຸ່ມອຸດສາຫະກຳ, ເຂດເສດຖະກິດຊາຍແດນ, ສົມທົບເພື່ອການປັບປຸງສະພາບການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາບັນດາພາກສ່ວນເສດຖະກິດ.
ຍສໝ - ຫວ່າງແລ້ວນີ້, ຢູ່ດ່ານຊາຍແດນສາກົນຈາລໍ (ແຂວງກວາງບິ່ງ), ຄະນະຜູ້ແທນຂັ້ນສູງແຂວງກວ໋າງບິ່ງ (ຫວຽດນາມ) ແລະ ຄະນະຜູ້ແທນຂັ້ນສູງແຂວງຄຳມ່ວນ (ລາວ) ໄດ້ດຳເນີນການເຈລະຈາ ແລະລົງນາມໃນບົດບັນທຶກການຮ່ວມມືປະຕິບັດການເຄື່ອນໄຫວຂອງສອງແຂວງໃນໄລຍະຈະມາເຖິງ.