ບັນດາຮູບແບບທີ່ມີປະສິດທິຜົນໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນ

10:02 | 03/03/2022

ຕອນບ່າຍວັນທີ 28 ກຸມພາ, ຄະນະກໍາມະການປະຊາຊົນຕາແສງ Ia Lop (ເມືອງ Ea Sup) ສົມທົບກັບຄ້າຍທະຫານຊາຍແດນ Ea H’leo, ກອງບັນຊາການທະຫານຊາຍແດນແຂວງດັກລັກ ໄດ້ຈັດຕັ້ງກອງປະຊຸມປະເມີນຜົນປະຕິບັດຄໍາສັ່ງ ເລກທີ 01/CT-TTg, ລົງວັນທີ 9 ມັງກອນ 2015 ຂອງນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດໃນສະພາບການໃໝ່” ຕິດພັນກັບການສະເຫຼີມສະຫຼອງ 33 ປີ “ວັນທ່ົວປວງຊົນປ້ອງກັນຊາຍແດນ”.

ການແຫ່ທວນໄຟຊີເກມ 31 ຈະໄປຜ່ານ 12 ແຂວງ ແລະນະຄອນ ການແຫ່ທວນໄຟຊີເກມ 31 ຈະໄປຜ່ານ 12 ແຂວງ ແລະນະຄອນ
ທ່ານເອກອັກຄະລັດຖະທູດ ຫຼີ໋ກວກຕວ໊ນ ຢ້ຽມຢາມ, ເຮັດວຽກກັບປະຊາຄົມ ແລະວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ມຽນມາ ທ່ານເອກອັກຄະລັດຖະທູດ ຫຼີ໋ກວກຕວ໊ນ ຢ້ຽມຢາມ, ເຮັດວຽກກັບປະຊາຄົມ ແລະວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ມຽນມາ
ບັນດາຮູບແບບທີ່ມີປະສິດທິຜົນໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນ
ບັນຍາກາດທີ່ກອງປະຊຸມ. ພາບ: Qdnd.vn.

ໃນໄລຍະຜ່ານມາ, ກົມກອງ, ທ້ອງຖິ່ນໄດ້ຜັນຂະຫຍາຍບັນດາຮູບແບບ, ສະໂມສອນປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢ່າງມີປະສິດທິຜົນ ຄື: ຮູບແບບ “ໄວໜຸ່ມກັບກົດໝາຍ”, “ສຽງກະລໍປ້ອງກັນຄວາມສະຫງົບ”, “ສຽງກະແລ່ງປະຊາຊົນປ້ອງກັນຊາດ”, ສະໂມສອນ “ແມ່ຍິງປ້ອງກັນ, ຕ້ານການຂ້າມຊາຍແດນຢ່າງຜິດກົດໝາຍ”, ຈັດຕັ້ງການລົງນາມ ແລະປຸກລະດົມຂະບວນການມະຫາຊົນເຂົ້າຮ່ວມການປ້ອງກັນ, ຕ້ານໄພສັງຄົມ. ປະຊາຊົນໄດ້ສະໜອງຫຼາຍຂໍ້ມູນທີ່ມີຄຸນຄ່າໃນການຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາປະເພດຕ່າງໆ, ຜ່ານນັ້ນຊ່ວຍໃຫ້ທະຫານຊາຍແດນ ແລະກໍາລັງອື່ນໆພົບເຫັນ ແລະແກ້ໄຂບັນດາຄະດີ.

la.qdnd.vn

ເຫດການ
302 Found

Found

The document has moved here.