ບັນດາປະເທດ ອາຊຽນ+3 ຕ້ອງເປີດດ່ານຊາຍແດນໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ ແລະ ບັນດາການເຄື່ອນໄຫວໃນການຮ່ວມມືດ້ານເສດຖະກິດ, ການຄ້າ

11:30 | 14/06/2022

ຍສໝ-ຫວ່າງແລ້ວນີ້, ໄດ້ຈັດກອງປະຊຸມທາງໄກບັນດາເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ+3 ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ. ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຂອງ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ.

ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ+3 ຄັ້ງທີ 21 ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ+3 ຄັ້ງທີ 21
ຫວຽດນາມສືບຕໍ່ເຈລະຈາກ່ຽວກັບການສະໜອງວັກຊີນປ້ອງກັນພະຍາດໂຄວິດ -19 ກັບ ບັນດາປະເທດ ຫວຽດນາມສືບຕໍ່ເຈລະຈາກ່ຽວກັບການສະໜອງວັກຊີນປ້ອງກັນພະຍາດໂຄວິດ -19 ກັບ ບັນດາປະເທດ
ບັນດາປະເທດ ອາຊຽນ+3 ຕ້ອງເປີດດ່ານຊາຍແດນໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ ແລະ ບັນດາການເຄື່ອນໄຫວໃນການຮ່ວມມືດ້ານເສດຖະກິດ, ການຄ້າ

ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຂອງ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ. (ພາບ: hanoitv.vn)

ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຕີລາຄາສູງຕໍ່ບັນດາຜົນງານແຫ່ງການຮ່ວມມື ອາຊຽນ+3 ໃນ 25 ປີຜ່ານມາ, ພ້ອມກັັນນັ້ນ ກໍສະເໜີໃຫ້ບັນດາປະເທດ ອາຊຽນ+3 ເລັ່ງລັດຜັນຂະຫຍາຍແຜນການວຽກງານການຮ່ວມມື ອາຊຽນ+3 ໄລຍະ 2018 – 2022 ໃຫ້ສຳເລັດ ແລະ ຮັບຮອງເອົາແຜນການວຽກງານ ໄລຍະ 2023 – 2027 ໂດຍໄວ, ບົນພື້ນຖານສືບທອດບັນດາຜົນງານແຫ່ງການຮ່ວມມືທີ່ບັນລຸໄດ້ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການແຫ່ງການຮ່ວມມືໃນໄລຍະພັດທະນາໃໝ່;

ກະຕຸ້ນບັນດາຄູ່ຮ່ວມມືຈີນ, ຍີ່ປຸ່ນ, ສ. ເກົາຫຼີ ຍູ້ແຮງການຮ່ວມມືກັບ ອາຊຽນ ໃນບັນດາຂົງເຂດທີ່ບຸລິມະສິດ, ສອດຄ່ອງກັບບັນດາເປົ້າໝາຍ ແລະ ຫຼັກການຂອງເອກະສານທັດສະນະ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ (AOIP);

ສະເໜີບັນດາປະເທດຕ້ອງການເປີດປະຕູດ່ານຊາຍແດນໂດຍໄວ, ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວ, ລຸລ່ວງໃຫ້ບັນດາກິດຈະກໍາໃນການຮ່ວມມືດ້ານເສດຖະກິດ, ແລກປ່ຽນການຄ້າ ແລະ ເຊື່ອມຕໍ່ເສດຖະກິດພາກພື້ນ.

ທ່ານຫວູໂຮ່ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການເພີ່ມທະວີໃນການໂອ້ລົມສົນທະນາ, ການຮ່ວມມື ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈ, ຍົກສູງກົດໝາຍສາກົນ, ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ຕ່າງຝ່າຍຕ່າງມີຜົນ​ປະ​ໂຫຍ​ດ, ສະ​ເໝີ​ພາບ ​ແລະ ​ເຄົາລົບເຊິ່ງກັນ ​ແລະ ກັນ, ຮັບປະກັນ​ສະພາບ​ແວດ​ລ້ອມໃຫ້ມີ​ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນ​ລະ​ພາບ, ​ໃນ​ນັ້ນ​ມີ​​ຄວາມ​ມານະ​ພະຍາຍາມໃນການ​ສ້າງເຂດ​ທະ​ເລ​ແຫ່ງສັນຕິພາບ, ​ການຮ່ວມ​ມື ​ແລະ ພັດທະນາ​ໃນພາກ​ພື້ນ, ສ້າງຄວາມສະດວກ​ໃຫ້​ແກ່​ການ​ຟື້ນ​ຟູ, ການ​ເຕີບ​ໂຕ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ຫອມມາລາ

ເຫດການ
302 Found

Found

The document has moved here.