ແທັງຫົວມອບສຳນັກງານຫ້ອງການເຮັດວຽກ 32 ແຫ່ງໃນກຸ່ມບ້ານເຂດຊາຍແດນຕິດຈອດ ຫວຽດນາມ - ລາວ

14:08 | 01/03/2022

ຍ​ສ​ໝ - ວັ​ນ​ທີ 28 ກຸມ​ພາ, ຫ້ອງ​ການ​ຕຳຫຼວດ​ແຂວງ​ແທັງ​ຫົວສົມ​ທົບ​ກັບຫ້ອງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບແຂວງ​ຫົວ​ພັນ ໄດ້ຈັດ​ຕັ້ງ​ພິ​ທີ​ເປີດ​ນຳ​ໃຊ້ ແລະ ມອບ​ສຳ​ນັກ​ງານ​ຫ້ອງ​ການ​ເຮັດ​ວຽກ 32 ແຫ່ງ ໃຫ້​ແກ່​ຫ້ອງ​ການ ປກ​ສ ກຸ່ມ​ບ້ານ​ເຂດ​ຊາຍ​ແດນຕິດ​ຈອດ​ຂອງ​ເມືອງ​ສົບ​ເບົາ, ແຂວງ​ຫົວ​ພັນ.

ກິດຈະກຳພົບປະນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ກິດຈະກຳພົບປະນັກສຶກສາຫວຽດນາມ - ລາວ - ກຳປູເຈຍ
ຫວຽດນາມ ໃຫ້ບຸລິມະສິດ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດລະຫວ່່າງ ຫວຽດນາມ - ລາວ ຫວຽດນາມ ໃຫ້ບຸລິມະສິດ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດລະຫວ່່າງ ຫວຽດນາມ - ລາວ

ວັ​ນ​ທີ 28 ກຸມ​ພາ, ຫ້ອງ​ການ​ຕຳຫຼວດ​ແຂວງ​ແທັງ​ຫົວສົມ​ທົບ​ກັບຫ້ອງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບແຂວງ​ຫົວ​ພັນ ໄດ້ຈັດ​ຕັ້ງ​ພິ​ທີ​ເປີດ​ນຳ​ໃຊ້ ແລະ ມອບ​ສຳ​ນັກ​ງານ​ຫ້ອງ​ການ​ເຮັດ​ວຽກ 32 ແຫ່ງ ໃຫ້​ແກ່​ຫ້ອງ​ການ ປກ​ສ ກຸ່ມ​ບ້ານ​ເຂດ​ຊາຍ​ແດນຕິດ​ຈອດ​ຂອງ​ເມືອງ​ສົບ​ເບົາ, ແຂວງ​ຫົວ​ພັນ.

ແທັງຫົວມອບສຳນັກງານຫ້ອງການເຮັດວຽກ 32 ແຫ່ງໃນກຸ່ມບ້ານເຂດຊາຍແດນຕິດຈອດ ຫວຽດນາມ - ລາວ
ແທັງຫົວມອບສຳນັກງານຫ້ອງການເຮັດວຽກ 32 ແຫ່ງໃນກຸ່ມບ້ານເຂດຊາຍແດນຕິດຈອດ ຫວຽດນາມ - ລາວ. ພາບ: baothanhhoa

ໂດຍ​ປະ​ຕິ​ບັດ​ຕາມແຜນ​ນະ​ໂຍ​ບາຍ​ຂອງ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ກະ​ຊ​ວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ ໃນ​ການ​ສ້າງ​ສຳ​ນັກ​ງານ​ຫ້ອງ​ການ​ເຮັດ​ວຽກ​ໃນ​​ກຸ່ມ​ບ້ານເຂດ​ຊາຍ​ແດນ​ຕິດ​ຈອດຫວຽດ​ນາມ-ລາວ, ຫ້ອງ​ການ​ຕຳຫຼວດ​ແຂວງ​ແທັງ​ຫົວ ໄດ້​ສົມ​ທົບ​ກັບຫ້ອງ​ການ ປກ​ສ ແຂວງ​ຫົວ​ພັນ ແລະ ຫ້ອງ​ການ ຕຳຫຼວດ - ຫ້ອງ​ການ ປກ​ສ ຂອງ​ບັນ​ດາ​ເມືອງ​ຊາຍ​ແດນ​ຕິດ​ຈອດ 2 ແຂວງ ກຳ​ຈັດ​ຄວາມ​ຫຍຸ້ງ​ຍາກ, ດຳ​ເນີນ​ການ​ສຳຫຼວດ, ເລືອກ​ເຟັ້ນຜູ້​ຮັບ​ເໝົາ​ກໍ່​ສ້າງ​ທີ່​ມີ​ຄວາມ​ສາ​ມາດ, ມາດ​ຕະ​ຖານ ແລະ ຄວາມ​ເຊື່ອ​ຖື ເພື່ອ​ດຳ​ເນີນ​ການກໍ່​ສ້າງ​ສຳ​ນັກ​ງານ​ຫ້ອງ​ການ​ເຮັດ​ວຽກ 32 ແຫ່ງ ໃຫ້​ແກ່​ຫ້ອງ​ການ​ຕຳຫຼວດ​ກຸ່ມ​ບ້ານ​ຊາຍ​ແດນ​ຕິດ​ຈອດ ທີ່​ຂຶ້ນ​ກັບ​ແຂວງ​ຫົວ​ພັນ ໃຫ້​ຖືກ​ຕ້ອງຕາມ​ບາດ​ກ້າວ ແລະ ທັນ​ຕາມ​ກຳ​ນົດ​ເວ​ລາ.

ທ່ານ​ພົນ​ຈັດ​ຕະ​ວາ ເຈິ່ນຟຸຮ່າ ຫົວ​ໜ້າ​ກອງ​ບັນ​ຊາ​ການຫ້ອງ​ການ​ຕຳຫຼວດ ແຂວງ​ແທັງ​ຫົວ ໃຫ້​ຊາບ​ວ່າ, ຕໍ່​ໜ້າ​ສະ​ພາບ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 ທີ່​ຜັນ​ແປ​ໄປ​ຢ່າງ​ຫຍຸ້ງ​ຍາກ, ການກໍ່​ສ້າງ​ພົບ​ຄວາມ​ຫຍຸ່ງ​ຍາກຫຼາຍ​ທາງ​ດ້ານ​ການ​ຂົນ​ສົ່ງວັດ​ຖະ​ດຸອຸ​ປະ​ກອນການກໍ່​ສ້າງ, ການ​ຈ້າງ​ກຳ​ມະ​ກອນ ກໍ​ຄື​ການຊຸກ​ຍູ້, ​ຕິດ​ຕາມ, ກວດ​ກາ. ຄຽງ​ຄູ່​ກັບ​ຄວາມ​ເອົາ​ໃຈ​ໃສ່, ການ​ສະ​ໜັບ​ສະ​ໜູນ​ຂອງກະ​ຊວງ​ຕຳຫຼວດ​ຫວຽດ​ນາມ, ຂອງ​ອົງ​ຄະ​ນະ​ພັກ​ແຂວງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແລະ ຫ້ອງ​ການ​ຕຳຫຼວດ​ແຂວງ​ແທັງ​ຫົວ, ຄວາມ​ເປັນ​ເອ​ກະ​ພາບ, ສ້າງ​ເງື່ອນ​ໄຂ​ຂອງ​ອຳ​ນາດ​ການ​ປົກ​ຄອງ, ຫ້ອງ​ການ ປກ​ສ ແຂວງ​ຫົວ​ພັນ ແລະ ການ​ປະ​ສານ​ສົມ​ທົບ​ຢ່າງ​ຕັ້​ງ​ໜ້າ​ຂອງ​ບັນ​ດາ​ຜູ້​ຮັບ​ເໝົາ, ທັງ​ໝົດ​ຫ້ອງ​ການ​ເຮັດ​ວຽກ 32 ແຫ່ງ​ຂອງ​ຫ້ອງ​ການ​ຕຳຫຼວດ​ກຸ່ມ​ຊາຍ​ແດນ​ຕິດ​ຈອດ​ໄດ້​ສຳ​ເລັດ ແລະ ມອບ​ໃຫ້​ແກ່​ຫ້ອງ​ການ ປກ​ສ ແຂວງ​ຫົວ​ພັນ​ ຄຸ້ມ​ຄອງ ແລະ ນຳ​ໃຊ້.

ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ຂອງ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ຫ້ອງ​ການ​ຕຳຫຼວດ​ແຂວງ​ແທັງ​ຫົວ ຕໍ່​ກັບ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ​ລາວ ແລະ ຫ້ອງ​ການ ປກ​ສ ແຂວງ​ຫົວ​ພັນ ສະ​ແດງ​ເຖິງ​ຄວາມ​ສາ​ມັກ​ຄີອັນ​ໃກ້​ຊິດ​ສະ​ໜິດ​ແໜ້ນ​ລະ​ຫວ່າງ​ກຳ​ລັງ​ຕຳຫຼວດ - ປກ​ສ ສອງ​ຊາດ, ສອງ​ແຂວງ. ນີ້​ເປັນ​ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳທີ່​ມີ​ຄວາມ​ໝາຍ​ພິ​ເສດມອບ​ໃຫ້​ແກ່ “ປີ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2022”.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.