ຍູ້ແຮງການໂຄສະນາເຜີຍແຜ່ວຽກງານຊາຍແດນທາງບົກ ໃນປີ 2022

06:30 | 13/06/2022

ຍສໝ - ບັນດາຜູ້​ແທນເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ລາຍ​ງານ 3 ຫົວ​ເລື່ອງ ດ້ວຍ​ເນື້ອ​ໃນ​ຄື: ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ; ວຽກ​ງານ​ຊາຍ​ແດນ​ທາງບົກ​ໃນ​ໄລຍະ​ປະຈຸ​ບັນ ​ແລະ ໜ້າທີ່ຜັນຂະຫຍາຍ​ ​ໃນ​ໄລຍະ​ຈະ​ມາ​ເຖິງ.

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫລຸດລົງຫລາຍກວ່າເຄິ່ງໜຶ່ງ, ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019 ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫລຸດລົງຫລາຍກວ່າເຄິ່ງໜຶ່ງ, ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019

ຫວ່າງແລ້ວນີ້, ຄະນະໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ຈັດ​ຕັ້ງ​ກອງ​ປະຊຸມທາງໄກ​ທົ່ວ​ປະ​ເທດ​ ​ເພື່ອ​ໂຄສະນາເຜີຍແຜ່ ວຽກງານຊາຍແດນທາງບົກ ໃນປີ 2022.

ຍູ້ແຮງການໂຄສະນາເຜີຍແຜ່ວຽກງານຊາຍແດນທາງບົກ ໃນປີ 2022
ຍູ້ແຮງການໂຄສະນາເຜີຍແຜ່ວຽກງານຊາຍແດນທາງບົກ ໃນປີ 2022. ພາບ: qdnd.vn

ທີ່​ກອງ​ປະ​ຊຸມ, ບັນດາຜູ້​ແທນເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ລາຍ​ງານ 3 ຫົວ​ເລື່ອງ ດ້ວຍ​ເນື້ອ​ໃນ​ຄື: ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ; ວຽກ​ງານ​ຊາຍ​ແດນ​ທາງບົກ​ໃນ​ໄລຍະ​ປະຈຸ​ບັນ ​ແລະ ໜ້າທີ່ຜັນຂະຫຍາຍ​ ​ໃນ​ໄລຍະ​ຈະ​ມາ​ເຖິງ...

ເນື້ອ​ໃນ​ຂອງ​ຫົວ​ຂໍ້​ໄດ້​ສຸມ​ໃສ່​ຍົກ​ໃຫ້​ເຫັນ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດທີ່​ມີເສັ້ນຊາຍ​ແດນ​ທາງ​ບົກຕິດຈອດກັນ​ໃນ​ຂົງ​ເຂດ​ການ​ເມືອງ - ການ​ຕ່າງປະ​ເທດ, ປ້ອງ​ກັນ​ຊາດ-ປ້ອງກັນຄວາມສະຫງົບ...; ໜູນຊ່ວຍ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນ, ໂດຍສະເພາະບັນດາທ້ອງຖິ່ນຢູ່ເຂດຊາຍແດນຂອງສອງຝ່າຍ. ພ້ອມ​ກັນ​ນັ້ນ, ກໍສະ​ເໜີ​ບັນດາ​ເນື້ອ​ໃນ​ຈຸດສຸມ ເພື່ອແນໃສ່ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ກົນ​ໄກ ​ແລະ ຮູບ​ການ​ຮ່ວມ​ມື​ທີ່​ມີ​ຢູ່ແລ້ວ, ປະກອບສ່ວນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ແບບ​ຍືນ​ຍົງ...

ບູນມີ

ເຫດການ
302 Found

Found

The document has moved here.