ແຂວງເງະອານ ຟື້ນຟູການເຂົ້າ-ອອກເມືອງຢູ່ດ່ານຊາຍແດນຕິດກັບລາວ

13:27 | 20/04/2022

ພາຍຫຼັງຢຸດຕິໄລຍະຍາວເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19, ແຂວງເງະອານ ໄດ້ອະນຸຍາດເປີດການເຄື່ອນໄຫວເຂົ້າ-ອອກເມືອງ ຜ່ານດ່ານສາກົນ ແລະດ່ານທ້ອງຖິ່ນໃນບໍລິເວນແຂວງເງະອານ ທີ່ຕິດກັບບັນດາແຂວງປະເທດລາວ ຄືນໃໝ່.

ແຂວງເງະອານ ສສ.ຫວຽດນາມ ມອບອຸປະກອນການແພດ ລວມຍອດມູນຄ່າທັງໝົດຫຼາຍກວ່າ 700 ລ້ານດົ່ງ ໃຫ້ແຂວງຊຽງຂວາງ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ແຂວງເງະອານ ສສ.ຫວຽດນາມ ມອບອຸປະກອນການແພດ ລວມຍອດມູນຄ່າທັງໝົດຫຼາຍກວ່າ 700 ລ້ານດົ່ງ ໃຫ້ແຂວງຊຽງຂວາງ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19
ຕຳຫຼວດແຂວງຫົວພັນ ສປປ ລາວ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ ພະນັກງານທະຫານຊາຍແດນ ແລະ ຕຳຫຼວດ ແຂວງເງະອານ ສສ ຫວຽດນາມ ຕຳຫຼວດແຂວງຫົວພັນ ສປປ ລາວ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ ພະນັກງານທະຫານຊາຍແດນ ແລະ ຕຳຫຼວດ ແຂວງເງະອານ ສສ ຫວຽດນາມ
ແຂວງເງະອານ ຟື້ນຟູການເຂົ້າ-ອອກເມືອງຢູ່ດ່ານຊາຍແດນຕິດກັບລາວ
ຄ້າຍທະຫານຊາຍແດນດ່ານສາກົນນໍ້າກັ໊ນ ເຮັດລະບຽບການເຂົ້າ-ອອກເມືອງແຍກປ່ຽວປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ພົນະເມືອງລາວ. ພາບ: giaoducthoidai.vn.

ຄະນະກໍາມະການປະຊາຊົນແຂວງເງະອານ ຫາກໍ່ປະກາດໃຊ້ໜັງສືທາງການເລກທີ 2604/UBND-VX ວ່າດ້ວຍປະຕິບັດຄຳສັ່ງຂອງລັດຖະບານກ່ຽວກັບການຟື້ນຟູນະໂຍບາຍເຂົ້າ-ອອກເມືອງໃນສະພາບການໃໝ່ໃນບໍລິເວນແຂວງ. ຕາມນັ້ນແລ້ວ, ພາຍຫຼັງຢຸດຕິໄລຍະຍາວເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19, ການເຄື່ອນໄຫວເຂົ້າ-ອອກເມືອງຂອງຫວຽດນາມຢູ່ດ່ານສາກົນ ແລະດ່ານທ້ອງຖິ່ນໃນບໍລິເວນແຂວງເງະອານທີ່ຕິດກັບ 2 ແຂວງ ບໍລິຄຳໄຊ, ຫົວພັນ (ລາວ) ຈະໄດ້ຮັບການຟື້ນຟູຄືນໃໝ່.

ກ່ຽວກັບເປົ້າໝາຍ, ເງື່ອນໄຂຂອງປະຊາຊົນ, ພາຫະນະ ແລະການສົ່ງອອກ, ນໍາເຂົ້າສິນຄ້າ; ນະໂຍບາຍຍົກເວັ້ນວີຊາ; ຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ປະຕິບັດຕາມຂໍ້ກຳນົດທີ່ພວມປະກາດໃຊ້.

ຄະນະກໍາມະການປະຊາຊົນແຂວງເງະອານ ຮຽກຮ້ອງໃຫ້ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ແລະຄະນະກໍາມະການປະຊາຊົນເມືອງ ສົມທົບກັບກຳລັງທີ່ກ່ຽວຂ້ອງຢູ່ດ່ານຊາຍແດນຜັນຂະຫຍາຍການປະຕິບັດນະໂຍບາຍເຂົ້າ-ອອກເມືອງ ແລະສົ່ງອອກ, ນໍາເຂົ້າໃນສະພາບການໃໝ່. ຄຽງຂ້າງນັ້ນ, ຍັງປະຕິບັດມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຖືກຕ້ອງຕາມຂໍ້ກຳນົດທີ່ພວມປະກາດໃຊ້, ຮັບປະກັນໃຫ້ການສັນຈອນໄປມາຢູ່ຊາຍແດນສະດວກສະບາຍ.

ກ່ອນໜ້ານັ້ນ, ລັດຖະບານມີໜັງສືທາງການເລກທີ 1606/VPCP-QHQT ກ່ຽວກັບການຟື້ນຟູນະໂຍບາຍເຂົ້າ-ອອກເມືອງຂອງຫວຽດນາມ. ອຳນາດການປົກຄອງແຂວງບໍລິຄຳໄຊ ແລະຫົວພັນ (ລາວ) ໄດ້ມີໜັງສືທາງການເຫັນດີຟື້ນຟູການເຄື່ອນໄຫວການຄ້າຜ່ານເຂດຊາຍແດນຢູ່ດ່ານສາກົນ ແລະດ່ານທ້ອງຖິ່ນ.

ການຟື້ນຟູນະໂຍບາຍເຂົ້າ-ອອກເມືອງຢູ່ດ່ານສາກົນ ແລະດ່ານທ້ອງຖິ່ນໃນບໍລິເວນແຂວງເງະອານ ຕ້ອງຮັບປະກັນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະປະຕິບັດບັນດາຂໍ້ກຳນົດຂອງກົດໝາຍ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.