ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022

06:30 | 26/05/2022

ຍສໝ - ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ດ້ວຍຫົວຂໍ້ “ນ້ຳໃຈມິດຕະພາບອັນເລິກເຊິ່ງ - ມຸ່ງໄປສູ່ອະນາຄົດ" ຈະຈັດຂຶ້ນ 3 ວັນ ຢູ່ ແຂວງ ດຽນບຽນ ໃນເດືອນ ກັນຍາ ປີ 2022.

ວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວຊົນເຜົ່າຈໍາ ຢູ່ແຂວງອານຢາງ ວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວຊົນເຜົ່າຈໍາ ຢູ່ແຂວງອານຢາງ
ຫວຽດນາມ ຮ່ວມ​ມື​ກັບ​ເຢຍລະ​ມັນ​ເພື່ອ​ພັດທະນາ​ກິລາ​ບານ​ເຕະ ຫວຽດນາມ ຮ່ວມ​ມື​ກັບ​ເຢຍລະ​ມັນ​ເພື່ອ​ພັດທະນາ​ກິລາ​ບານ​ເຕະ
ພາບປະກອບ:  baodantoc.vn
ພາບປະກອບ: baodantoc.vn

ນີ້ແມ່ນກິດຈະກຳດ້ານວັດທະນະທຳ, ການເມືອງໃຫຍ່, ມຸ່ງໄປສູ່ການສະເຫຼີມສະຫຼອງ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ (5 ກັນຍາ 1962-5 ກັນຍາ 2022) ແລະ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18 ກໍລະກົດ 1977-18 ກໍລະກົດ 2022).

ຄະນະຈັດຕັ້ງ ແຈ້ງໃຫ້ຊາບວ່າ ຝ່າຍຫວຽດນາມ ຈະມີການເຂົ້າຮ່ວມຂອງ 9 ແຂວງ, ລວມມີ: ແຂວງ ດຽນບຽນ, ກວາງຈີ້, ກວາງບີ່ງ, ເຊີນລາ, ເທື່ອທຽນເຫວ້, ແທງຮ໋ວາ, ເງະອານ, ກວາງນາມ ແລະ ກອນຕຸມ.

ຝ່າຍ ລາວ ມີ 10 ແຂວງ ທີ່ມີຊາຍແດນຕິດກັບ ຫວຽດນາມ ເຂົ້າຮ່ວມ, ລວມມີ: ຫຼວງພະບາງ, ຫົວພັນ, ອັດຕະປື, ເຊກອງ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຜົ້ງສາລີ.

ງານນີ້ ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ; ຢືນຢັນເຖິງທັດສະນະ, ແນວທາງ, ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນໃນການຮັກສາ, ປັບປຸງ, ເພີ່ມທະວີສາຍພົວພັນພິເສດລະຫວ່າງ ພັກ, ລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.

ໃນຂອບເຂດວັນງານຈະມີຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ: ພິທີຖວາຍທູບທຽນລະນຶກເຖິງບັນດານັກຮົບທີ່ເສຍສະຫຼະຢູ່ສະໝໍລະພູມດ້ຽນບຽນຝູ; ພິທີເປີດວັນງານ ຄາດວ່າຈະໄດ້ຖ່າຍທອດສົດຢູ່ໂທລະພາບແຫ່ງຊາດຫວຽດນາມ, ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບ ແຂວງ ດ້ຽນບຽນ ແລະ ກະຈາຍສຽງໂດຍກົງໃນຄື້ນສະຖານີວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ.

ບັນດາ ການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວ ລວມມີ: ການສະແດງ, ນຳສະເໜີງານບຸນ, ພິທີການດຳເນີນວັດທະນະທຳທີ່ເປັນມູນເຊື້ອຢ່າງມີສີສັນກັບການເຂົ້າຮ່ວມຂອງ 9 ທ້ອງຖິ່ນຂອງ ຫວຽດນາມ; ການສະແດງຊຸດອາພອນປະຈຳຊາດ; ຮ້ານວາງສະແດງ, ງານວາງສະແດງນຳສະເໜີ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວ, ປະເທດຊາດ, ມະນຸດ ແລະ ບັນດາຜົນສຳເລັດດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນຕ່າງໆ, ການຮ່ວມມືຮອບດ້ານກັບປະເທດລາວ.

ງານແລກປ່ຽນສີລະປະມະຫາຊົນ “ນ້ຳໃຈສາມັກຄີອັນເລິກເຊີ່ງ, ມິດຕະພາບ ຫວຽດນາມ-ລາວ” ໂດຍມີການ ເຂົ້າຮ່ວມຂອງຄະນະວັດທະນະທຳສີລະປະມະຫາຊົນ 9 ແຂວງ ຫວຽດນາມ; ຄະນະສີລະປະມະຫາຊົນ 10 ແຂວງ ປະເທດລາວ. ລາຍການສະແດງຕ່າງໆເຂັມຂຸ້ນໄປດ້ວຍລັກສະນະວັດທະນະທຳທີ່ເປັນມູນເຊື້ອຊົນເຜົ່າ, ລວມມີ ເພງພື້ນເມືອງ, ຈັງຫວະຟ້ອນ, ເຄື່ອງດົນຕີມີລັກສະນະເປັນເອກະລັກ, ພິເສດຂອງຊົນເຜົ່າຢູ່ທ້ອງຖິ່ນ, ເຊິ່ງສ່ອງແສງໃຫ້ເຫັນຈິດໃຈມິດຕະພາບພິເສດ ຫວຽດນາມ-ລາວ…

ງານວາງສະແດງຊຸມຊົນບັນດາຊົນເຜົ່າສວ່ນໜ້ອຍ ເຂດຊາຍແດນ ໄດ້ວາງສະແດງ, ນຳສະເໜີ ວັດທະນະທຳ, ອາຊີບທີ່ເປັນມູນເຊື້ອ, ຊຸດອາພອນ, ເຄື່ອງມືກະສິກຳ, ເຄື່ອງໃຊ້ໃນການດຳລົງຊີວິດປະຈຳວັນ... ຂອງບັນດາ ຊົນເຜົ່າທີ່ດຳລົງຊີວິດລຽບຕາມຊາຍແດນ ຫວຽດນາມ - ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.