ຄອບຄົວຫວຽດນາມທີ່ຂ້າພະເຈົ້າໄດ້ຢູ່ນຳເປັນຄອບຄົວທຳອິດໃນເວລານັ້ນແມ່ນຄອບຄົວຂອງເອື້ອຍ ຊວັນກີມ. ຄອບຄົວຂອງເອື້ອຍມີ 3 ຄົນ(ເອື້ອຍ, ແມ່ ແລະ ນ້ອງຊາຍ). ແຕ່ລະມື້ພວກຂ້ອຍກິນເຂົ້າຢູ່ເຮືອນຄົວລວມສະເພາະສຳລັບເດັກນ້ອຍລາວລີ້ໄພ, ເມື່ອຄໍ່າມາຂ້ອຍກໍນອນກັບນ້ອງຊາຍຂອງເອື້ອຍ ຊວັນກີມ, ພວກຂ້ອຍຮັກແພງ, ສະໜິດສະໜົມກັນດີ. ຢູ່ໄດ້ 3 ເດືອນ ທາງການຈັດຕັ້ງກໍໄດ້ຍົກຍ້າຍພວກຂ້ອຍໃຫ້ໄປຢູ່ແຂວງ ວິງຟູ (ດຽວນີ້ແມ່ນແຂວງ ຟູເຖາະ) ເພາະມັນໃກ້ກັບໂຮງຮຽນ ແລະ ໄລຍະນີ້ເອງກໍແມ່ນໄລຍະທີ່ປະຊາຊົນຫວຽດນາມກຳລັງຫ້າງຫາກະກຽມຕ້ອນຮັບປີໃໝ່, ເອື້ອຍ ຊວັນກີມ ແລະ ນ້ອງຊາຍຂອງລາວໄດ້ມອບບັດອວຍພອນປີໃໝ່ໃຫ້ກັບຂ້ອຍຄົນລະໃບ ເພື່ອໄວ້ເປັນທີ່ລະນຶກໃນເວລາຈາກກັນ.
ຍສໝ - ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມເວທີປາໄສເຕັກນິກ-ການທະຫານສາກົນ 2023 (Army 2023) ແລະ ກອງປະຊຸມຄວາມໝັ້ນຄົງສາກົນ Moscow (MCIS-11) ຄັ້ງທີ 11 ແຕ່ວັນທີ 13 – 17 ສິງຫາ ຢູ່ Moscow, ຕາມຄຳເຊີນຂອງທ່ານພົນໂທ Sergei Shoigu, ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ (LB).
ຍສໝ - ຄາດຄະເນວ່າຕະຫຼາດທ່ອງທ່ຽວ ຈະສືບຕໍ່ຂະຫຍາຍຕົວຍ້ອນນະໂຍບາຍໃໝ່ທີ່ກຳລັງຈະມີຜົນສັກສິດ. ຈາກປັດຈຸບັນ, ວິສາຫະກິດການບໍລິການ ໄດ້ປະຕິບັດຫຼາຍວິທີແກ້ໄຂເພື່ອດຶງດູດນັກທ່ອງທ່ຽວສາກົນໃນລະດູການສູງສຸດໃນທ້າຍປີ.
ຍສໝ - ວັນທີ 10 ສິງຫາ, ກອງບັນຊາການທະຫານເຮືອເຂດ 4 ໄດ້ສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບິ່ງທ້ວນ, ບັນດາຄະນະ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຕັ້ງລາຍການ “ກອງທັບເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ” ຢູ່ທ່າກຳປັ່ນຫາປາ ເຟື່ອກໂຮ້ຍ, ຕາແສງ ເຟື່ອກໂຮ້ຍ, ເທດສະບານ ລາຢີ່, ແຂວງ ບິ່ງທ້ວນ.
ເຖິງແມ່ນວ່າວັນເວລາຈະຜ່ານພົ້ນໄປເປັນ ສິບກວ່າປີແລ້ວກໍຕາມ ແຕ່ຕົ້ນໝາກກ້ຽງນ້ອຍກໍຍັງຄົງຂຽວສົດງົດງາມຢູ່ໃນສວນແຄມເຮືອນຂອງພວກຂ້ອຍ. ຕົ້ນໝາກກ້ຽງນ້ອຍຕົ້ນນີ້ມີຄວາມສູງປະມານ 1,2 ມ, ລຳຕົ້ນຂອງມັນໃຫ່ຍສໍ່າດ້າມພ້າ, ງ່າຂອງມັນຕາກອອກສີ່ດ້ານເປັນຟຸ່ມສະໝໍ່າສະເໝີກັນ ເມື່ອເຖິງຍາມລະດູບານໃໝ່ມັນກໍແຕກດອກອອກໝາກດົກໜາຈົນງ່າກ່ອງ, ສົ່ງກິ່ນຫອມອ່ອນໆ ໄປທົ່ວບໍລິເວນ. ຕົ້ນໝາກກ້ຽງນ້ອຍຕົ້ນນີ້ ແມ່ນຂອງຂວັນຈາກ ຄຳແກ້ວ ຝາກໃຫ້ຄອບຄົວຂອງພວກຂ້ອຍເນື່ອງໃນໂອກາດປີໃໝ່ ຫວຽດນາມ 2013.
ຍສໝ - "ຊີວິດຂອງອ້ຽນ" (ຜູ້ກຳກັບການສະແດງ ດິ່ງຕ່ວນຫວູ້) ແລະ“ຂ້າພະເຈົ້າເຫັນດອກໄມ້ສີເຫຼືອງຢູ່ເທິງຫຍ້າຂຽວ” (ຜູ້ກຳກັບການສະແດງ Victor ຫວູ້) ແມ່ນຜູ້ຕາງໜ້າຂອງຫວຽດນາມ 2 ທ່ານທີ່ເຂົ້າຮ່ວມງານມະໂຫລານຟິມຮູບເງົາອາຊຽນ ຄັ້ງທຳອິດ ຢູ່ຮົງກົງ.
ຍສໝ - ວັນທີ 3 ກໍລະກົດນີ້, ຢູ່ໂຮງໝໍທະຫານ 108 ໄດ້ຈັດກອງປະຊຸມ ແລະ ມອບໝາຍໜ້າທີ່ໃຫ້ພະນັກງານແພດທະຫານໂຮງໝໍສູນກາງກອງທັບປະຊາຊົນລາວ 103 ທີ່ເຂົ້າຮ່ວມການຝຶກອົບຮົມຢູ່ໂຮງໝໍ. ໃນໄລຍະການຝຶກອົບຮົມ, ພະນັກງານແພດໝໍໂຮງໝໍສູນກາງກອງທັບປະຊາຊົນລາວ 103 ໄດ້ແບ່ງວຽກໃຫ້ບັນດາພະແນກອາການຄລີນິກ ແລະ ອາການຂ້າງຄຽງກັບພະຍາດເພື່ອປະຕິບັດຕົວຈິງ.
ຍສໝ - ໃນຕອນເຊົ້າວັນທີ 24 ມິຖຸນານີ້ ຢູ່ທ່າເຮືອ ຍາໂຣງ, ກ່ອນຈະໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້, ບັນດານາຍທະຫານ ແລະ ແພດທະຫານໂຮງໝໍເຄື່ອນທີ່ຂັ້ນ 2 ເລກທີ 5 ໄດ້ຈັດພິທີຖະຫວາຍທູບທຽນ ແລະ ປຸກລະດົມຂະບວນການແຂ່ງຂັນສ້າງຜົນງານເພື່ອຖະຫວາຍແດ່ລຸງໂຮ່.
ຍສໝ- ເມື່ອວັນທີ 5-7 ໜ່ວຍຊາວໜຸ່ມປ້ອມປ້ອງກັນຊາຍແດນ ອາເດິດ , ທະຫານຊາຍແດນແຂວງ ເທື່ອທຽນ ເຫວ້ ໄດ້ສົມທົບກັບຫົວໜ່ວຍຈຳນວນໜຶ່ງ ຈັດການອອກເຄື່ອນທັບບັ້ນຊາວໜຸ່ມອາສາສະໝັກລະດູຮ້ອນ ດ້ວຍຫຼາຍກິດຈະກຳທີ່ແທດຈິງ.
ຍສໝ - ວັນທີ 2 ສິງຫາ 2023, ຢູ່ສະຖານີລົດໄຟ ອຽນວຽນ, ບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ ໄດ້ຈັດພິທີຕ້ອນຮັບລົດໄຟຖ້ຽວທຳອິດໃນເສັ້ນທາງ ສີເຈຍຈວງ (Shíjiāzhuāng, ຈີນ) - ອຽນວຽນ (ຫວຽດນາມ).
ຍສໝ - ກຳລັງກອງກູ້ໄພຂອງ ກອງທັບລາວ ໄດ້ຊ່ອຍຫຼາຍຄົນຖີກຕິດຄ້າງຢູ່ເສັ້ນທາງເລກ 8 ຍ້ອນດິນເຈື່ອນ, ໃນນັ້ນ ມີຊາວຫວຽດນາມ 45 ຄົນ.
ຍສໝ - ຕາມທູດພິເສດສຳນັກຂ່າວສານຫວຽດນາມແລ້ວ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ ລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 44 (AIPA-44) ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ ໃນຕອນບ່າຍວັນທີ 6 ສິງຫາ, ທ່ານເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ໄດ້ມີການພົບປະສອງຝ່າຍກັບບັນດາເລຂາທິການຂອງສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດລາວ.
ຍສໝ - ທ່ານ ເລຫາຍ ເນັ້ນໜັກວ່າ ວາລະສານກອມມູນິດ ຈະແບ່ງປັນປະສົບການທີ່ໄດ້ສະສົມໃນຂະບວນການສ້າງວາລະສານເອເລັກໂຕນິກໃຫ້ແກ່ວາລະສານ ອາລຸນໃໝ່ ແລະ ຈະໜູນຊ່ວຍດຳເນີນງານຢ່າງມີປະສິດທິຜົນ.
ຍສໝ-ຕັ້ງແຕ່ຕອນຍັງນ້ອຍ, ທຸກໆຄັ້ງທີ່ເຫັນອ໋າວຢ່າຍທີ່ສາຍຢູ່ໂທລະທັດ, ຂ້າພະເຈົ້າສະຫຼອກກອກຢາກຮູ້ຢາກເຫັນຊຸດອາພອນທີ່ມາຈາກຫວຽດນາມນີ້. ສຳລັບຂ້າພະເຈົ້າແລ້ວ, ອ໋າວຢ່າຍມີຄວາມດຶງດູດພິເສດ ເພາະເຖິງວ່າໃນເວລານຸ່ງຈະມີລັກສະນະແບບມິດຊິດ, ແຕ່ມັນຍັງເຫັນຈຸດເຊັກຊີ່ຂອງແມ່ຍິງ.
ຍສໝ - ທ່ານ ຟ້າມມິງຈິງ ໄດ້ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຈະຮັກສາການສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢູ່ກອງປະຊຸມ JCBC - 10
ຍສໝ - ເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ໂດຍປະທານໂຮ່ຈິມີນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ສ້າງ, ຜ່ານບັນດາຮຸ່ນການນໍາ ແລະ ປະຊາຊົນສອງປະເທດໄດ້ອອກເຫື່ອເທແຮງ ເພີ່ມພູນຄູນສ້າງ ໄດ້ກາຍເປັນຊັບສົມບັດສ່ວນລວມອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈຮັບປະກັນຄວາມຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ.
ທ່ານຮອງລັດຖະມົນຕີ ຟຸ່ງດຶກຕຽນ ກໍ່ຮຽກຮ້ອງໃຫ້ສະມາຄົມອາຊີບຫາປາ ຫວຽດນາມ ຍູ້ແຮງການໂຄສະນາເຜີຍແຜ່ໃຫ້ຊາວປະມົງຍົກສູງຄວາມຮັບຮູ້ຕໍ່ຄຳໝັ້ນສັນຍາພ້ອມກັບປະຊາຄົມ, ຮ່ວມເດີນທາງພ້ອມກັບອຳນາດການປົກຄອງທຸກຂັ້ນເພື່ອແກ້ໄຂບັດເຫຼືອງ ໂດຍໄວ
ຍສໝ - ຕອນບ່າຍວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ຫງວຽນວັນດຶກ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຈາກກົມໂຄສະນາອົບຮົມ, ກົມປະກັນສັງຄົມ, ກົມກໍ່ສ້າງພື້ນຖານໂຄງລ່າງ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ນໍາໂດຍ ພັນເອກ ວິລະໄຊ ສົມສັກ, ຮອງຫົວໜ້າກົມໂຄສະນາອົບຮົມ.
ອຳນາດການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີສວດມົນພາວະນາໄວ້ອາໄລເຖິງດວງວິນຍານບັນດານັກຮົບວິລະຊົນກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ທີ່ເສຍສະຫຼະຊີວິດໃນບັ້ນຮົບໄຊຊະນະຢູ່ບ້ານເກີນເມື່ອປີ 1946
ຍສໝ - ວັນທີ 22 ພະຈິກນີ້, ຢູ່ແຂວງສະຫວັນນະເຂດ, ສປປ ລາວ, ຄະນະບໍລິຫານງານສູນກາງແນວໂຮມແຫ່ງຊາດຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສາກົນ ກໍ່ສ້າງເສັ້ນຊາຍແດນລາວ-ຫວຽດນາມ ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃນປີ 2022.