ບາດກ້າວສຳຄັນໃນການເພີ່ມທະວີການພົວພັນມິດຕະພາບ ຫວຽດນາມ - ນອກແວ

09:00 | 26/11/2023

ຍສໝ - ສອງ​ຝ່າຍ​ລ້ວນ​ແຕ່​ພໍ​ໃຈ​ຕໍ່​ໝາກຜົນ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາງ ຫວໍທິແອັງຊວັນ, ຖື​ວ່າ​ນີ້​ແມ່ນ​ບາດກ້າວ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ນອກ​ແວ.

ນອກແວ ຖືຫວຽດນາມແມ່ນຄູ່ຮ່ວມມືບຸລິມະສິດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ນອກແວ ຖືຫວຽດນາມແມ່ນຄູ່ຮ່ວມມືບຸລິມະສິດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້
ຊຸກຍູ້ການຮ່ວມມືຫວຽດນາມ - ນອກແວ ຊຸກຍູ້ການຮ່ວມມືຫວຽດນາມ - ນອກແວ

ໃນຂອບເຂດການຢ້ຽມຢາມ ນອກແວ, ວັນທີ 24 ພະຈິກ, ຢູ່ນະຄອນ Oslo, ທ່ານຮອງປະທານປະເທດ ຫວຽດນາມ ນາງ ຫວໍທິແອັງຊວັນ ໄດ້ດຳເນີນການເຈລະຈາກັບທ່ານນາຍົກລັດຖະມົນຕີ ນອກແວ Jonas Gahr Støre. ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ອອກແຈ້ງການສື່ມວນຊົນຮ່ວມ.

ບາດກ້າວສຳຄັນໃນການເພີ່ມທະວີການພົວພັນມິດຕະພາບ ຫວຽດນາມ - ນອກແວ
ທ່ານຮອງປະທານປະເທດ ນາງ ຫວໍທິແອັງຊວັນ ແລະ ທ່ານນາຍົກລັດຖະມົນຕີ ນອກແວ Jonas Gahr Støre . (ພາບ: ອານດັ້ງ/TTXVN)

ແຈ້ງການໄດ້ເນັ້ນໜັກວ່າ ການເດີນທາງໄປຢ້ຽມຢາມ ນອກແວ ຂອງທ່ານຮອງປະທານປະເທດ ຫວຽດນາມ ນາງ ຫວໍທິແອັງຊວັນ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາຂອງ 2 ຝ່າຍ ເພື່ອຊຸກຍູ້ການພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືຫຼາຍດ້ານ. 2 ຝ່າຍໃຫ້ຄຳໝັ້ນສັນຍາຈະເຮັດໃຫ້ການພົວພັນດ້ານການເມືອງເລິກເຊິ່ງຂຶ້ນຕື່ມ ຜ່ານບັນດາການຢ້ຽມຢາມຂັ້ນສູງ, ເພີ່ມທະວີກົນໄກຮ່ວມມື 2 ຝ່າຍທີ່ມີຢູ່ແລ້ວ. 2 ຝ່າຍໄດ້ປຶກສາຫາລືຄວາມອາດສາມາດສ້າງການຮ່ວມມືຍຸດທະສາດໃນຂົງເຂດຫັນເປັນພະລັງງານສີຂຽວ ແລະ ເສດຖະກິດທະເລແບບຍືນຍົງ.

ແຈ້ງການກໍ່ໃຫ້ຮູ້ວ່າ ຫວຽດນາມ ແລະ ນອກແວ ປາດຖະໜາຢາກຍູ້ໄວວິວັດການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະຫະສະມາຄົມການຄ້າເສລີ ເອີລົບ (EFTA), ຜ່ານນັ້ນ, ກໍ່ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນໃຫ້ຫຼາຍກວ່າເກົ່າ.

2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ. ສອງ​ຝ່າຍ​ສະໜັບສະໜູນ​ທັດສະນະ​ຂອງ​ການ​ແກ້​ໄຂ​ບັນດການແກ່ງແຍ້ງກັນ​ໂດຍ​ມາດຕະການສັນຕິວິທີ, ສອດຄ່ອງ​ກັບ​ບັນດາຫຼັກການ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ກວ້າງຂວາງ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ ​ມີ​ກົດ​ບັດ​ສະຫະ​ປະຊາ​ຊາດ.

2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ເນື້ອ​ໃນ​ຂອງ​ສັນຍາ​ຍົກ​ເວັ້ນວີ​ຊາ​ໃຫ້​ຜູ້​ຖື​ໜັງສືຜ່ານ​ແດນ​ການ​ທູດ​ລະຫວ່າງ​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ແລະ ລາຊະ​ອານາຈັກ ນອກ​ແວ ​ແລະ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຈະ​ລົງ​ນາມ​ໃນ​ສັນຍາ​ດັ່ງກ່າວ​ໂດຍ​ໄວ.

ສອງ​ຝ່າຍ​ລ້ວນ​ແຕ່ເພິ່ງ​ພໍ​ໃຈ​ຕໍ່​ໝາກຜົນ​ຂອງ​ການ​ຢ້ຽມຢາມ, ຖື​ວ່າ​ ນີ້​ແມ່ນ​ບາດກ້າວ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ນອກ​ແວ.

ດີງເລື້ອງ