ນາຍພົນເຮືອໂທ ເຈິ່ນແທັງງຽມ ຜູ້ບັນຊາການທະຫານເຮືອຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ

11:45 | 24/11/2023

ພົນຕີ ເຈິ່ນແທັງງຽມ ຜູ້ບັນຊາການທະຫານເຮືອຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ ປະຈໍາ ຫວຽດນາມ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ ປະຈໍາ ຫວຽດນາມ
ທ່ານລັດຖະມົນຕີ ໂຕເລີມ ຮັບຕ້ອນທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ Israel ປະຈໍາ ສສ ຫວຽດນາມ ທ່ານລັດຖະມົນຕີ ໂຕເລີມ ຮັບຕ້ອນທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ Israel ປະຈໍາ ສສ ຫວຽດນາມ

ຕອນບ່າຍວັນທີ 23 ພະຈິກ, ຢູ່ນະຄອນຫ໋າຍຟ່ອງ, ທ່ານນາຍພົນເຮືອໂທ ເຈິ່ນແທັງງຽມ, ກໍາມະການສູນກາງພັກ, ຜູ້ບັນຊາການທະຫານເຮືອຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Sandeep Arya ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ.

ນາຍພົນເຮືອໂທ ເຈິ່ນແທັງງຽມ  ຜູ້ບັນຊາການທະຫານເຮືອຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ

ທ່ານນາຍພົນເຮືອໂທ ເຈິ່ນແທັງງຽມ ມອບສັນຍາລັກທະຫານເຮືອຫວຽດນາມ ໃຫ້ທ່ານ Sandeep Arya ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດອິນເດຍ ແລະທ່ານນາຍພົນເຮືອໂທ ເຈິ່ນແທັງງຽມ ໄດ້ຫວນຄືນໝາກຜົນອັນພົ້ນເດັ່ນໃນການພົວພັນທາງການທູດລະຫວ່າງຫວຽດນາມ ແລະອິນເດຍ ໃນ 50 ປີຜ່ານມາ. ສອງຝ່າຍຖືວ່າ ໃນຫຼາຍທົດສະວັດ, ເຖິງວ່າສະພາບການພາກພື້ນ ແລະໂລກມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ການພົວພັນຫວຽດນາມ-ອິນເດຍ ຍາມໃດກໍ່ຮັກສານໍ້າໃຈມິດຕະພາບແບບຍືນຍົງ ແລະນັບມື້ນັບພັດທະນາຢ່າງດີງາມ. ບົນພື້ນຖານເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ການພົວພັນຫວຽດນາມ-ອິນເດຍ ຈະມຸ່ງໄປເຖິງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກໃນອະນາຄົດ.

ທ່ານນາຍພົນເຮືອໂທ ເຈິ່ນແທັງງຽມ ຢັ້ງຢືນວ່າ ການພົວພັນລະຫວ່າງທະຫານເຮືອຫວຽດນາມ ແລະອິນເດຍ ກໍ່ໄດ້ຮັບການເພີ່ມທະວີຂຶ້ນຕື່ມເມື່ອສອງຝ່າຍເພີ່ມທະວີການຮ່ວມມືກ່ຽວກັບຂົງເຂດບຳລຸງສ້າງ, ເຕັກນິກ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈັດສົ່ງກຳປັ່ນໄປຢ້ຽມຢາມທ່າກໍາປັ່ນເຊິ່ງກັນ ແລະກັນ ແລະເນື້ອໃນ, ຂົງເຂດອື່ນອີກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຢາກຮ່ວມມື.

ສອງຝ່າຍກໍ່ສະແດງຄວາມເຫັນດີເປັນເອກະພາບບາງເນື້ອໃນສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງທະຫານເຮືອຫວຽດນາມ ແລະອິນເດຍ ໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ Sandeep Arya ໄດ້ເຊື້ອເຊີນທະຫານເຮືອຫວຽດນາມ ສົ່ງກຳປັ່ນໄປເຂົ້າຮ່ວມການຊ້ອມຮົບ MILAN ໂດຍທະຫານເຮືອອິນເດຍ ຈັດຕັ້ງໃນຕົ້ນປີ 2024.

ທ່ານນາຍພົນເຮືອໂທ ເຈິ່ນແທັງງຽມ ສະແດງຄວາມຂອບໃຈ ແລະໃຫ້ຮູ້ວ່າ ທ່ານຈະລາຍງານຕໍ່ກະຊວງປ້ອງກັນປະເທດເພື່ອສົ່ງກຳປັ່ນໄປເຂົ້າຮ່ວມການເຄື່ອນໄຫວຢູ່ MILAN ຕາມຄຳເຊີນຂອງອິນເດຍ.

ບູນມີ

ທ່ານອາດຈະມັກ

302 Found

Found

The document has moved here.