ຄ່ຳຄືນວັນບຸນວັດທະນະທຳ ຫວຽດນາມ ຮັດແໜ້ນການພົວພັນ ຝລັ່ງ - ຫວຽດນາມ

08:55 | 24/11/2023

​ຍສໝ - ໃນ​ຂອບ​ເຂດ​ສັບປະດາ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຢູ່ ຝະລັ່ງ, ວັນ​ທີ 18 ພະຈິກ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ໄດ້ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ຝະລັ່ງ ຈັດ​ຕັ້ງ " ​ຄ່ຳຄືນວັນບຸນວັດທະນະທຳ ຫວຽດນາມ” ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 10 ​ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ຫວຽດ​ນາມ - ຝ​ລັ່ງ.

ຄວາມປະທັບໃຈຂອງຫວຽດນາມ ທີ່ງານບຸນໜັງສືພິມມະນຸດສະທໍາ ຝລັ່ງ ປີ 2023 ຄວາມປະທັບໃຈຂອງຫວຽດນາມ ທີ່ງານບຸນໜັງສືພິມມະນຸດສະທໍາ ຝລັ່ງ ປີ 2023
ການທູດວັດທະນະທຳ ຊ່ວຍໃຫ້ຫວຽດນາມ ແລະ ຝລັ່ງ ຫຍັບເຂົ້າໃກ້ກັນ ການທູດວັດທະນະທຳ ຊ່ວຍໃຫ້ຫວຽດນາມ ແລະ ຝລັ່ງ ຫຍັບເຂົ້າໃກ້ກັນ

​ເຂົ້າ​ຮ່ວມ​ລາຍການ​ມີ​ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫງວຽນ​ວັນ​ຮຸ່ງ; ສະມາຊິກສະພາສູງ Jérémy Bacchi, ຮອງປະທານກໍາມາທິການວັດທະນະທໍາ, ການສຶກສາ ແລະ ການສື່ສານໃນສະພາສູງ ຝຣັ່ງ; ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ຝລັ່ງ ດິ່ງຕວານຖັງ, ເອກອັກຄະລັດຖະທູດ - ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ UNESCO ເລທິຮົ່ງເວີນ; ຜູ້ຕາງໜ້າ​ບັນດາ​ອົງການ, ອົງການຈັດຕັ້ງການ​ເມືອງ ຝະລັ່ງ, ບັນດາສາຂາສະມາຄົມ​ມິດຕະພາບ ​ແລະ ​ຮ່ວມ​ມື​ກັບ ຫວຽດນາມ ຟ້ອມກັບຊາວຫວຽດນາມຢູ່ຕ່າງປະເທດ, ບັນດາ​ເພື່ອນ​ມິດ​ ຝຣັ່ງ ​ແລະ ສາກົນຢ່າງຄັບຄາໜາແໜ້ນ.

ຄ່ຳຄືນວັນບຸນວັດທະນະທຳ ຫວຽດນາມ ຮັດແໜ້ນການພົວພັນ ຝລັ່ງ - ຫວຽດນາມ

ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ກ່າວ​ຄຳ​ປາໄສທີ່​ພິທີ​ໄຂ

ກ່າວ​ຄຳ​ປາໄສທີ່​ພິ​ທີ​ໄຂ, ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ຢືນຢັນ​ວ່າ: 2 ປະ​ເທດ ຫວຽດນາມ ​ແລະ ຝລັ່ງ, ເຖິງ​ວ່າ​ຢູ່ 2 ທະວີບທີ່​ແຕກຕ່າງກັນ, ແຕ່ໄດ້ມີການຜ່ານບັນດາ​ການ​ຜັນ​ແປ​ຂອງໄລຍະ​ປະຫວັດສາດ​ຮ່ວມ​ກັນ, ​ໃນ 50 ປີຜ່ານມາໄດ້ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ກະໂດດຂັ້ນໃນ​ການ​ຮ່ວມ​ມື, ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ແຕ່​ປີ 2013.

“ສອງ​ປະ​ເທດ​ໄດ້​ມານະ​ພະຍາຍາມ​ສ້າງ​ສາຍ​ພົວພັນ​ທາງ​ການ​ເມືອງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ແມ່ນການ​ສົນທະນາ​ທາງ​ໂທລະສັບລະຫວ່າງ​ທ່ານ​ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ປະທານາທິບໍດີ ຝະລັ່ງ Emmanuel Macron, ຢືນຢັນ​ວ່າການ​ຖືເປັນສຳຄັນໃນການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ປາຖະໜາ​ຢາກເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດໃຫ້ຫຼາຍກວ່າອີກ”.

ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ດິ່ງຕວານຖັງ ເນັ້ນ​ໜັກ​ວ່າ ການ​ພົວພັນ​ກັບ ຝລັ່ງ ໄດ້ກວມເອົາທີ່​ຕັ້ງບູລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ. 2 ປະ​ເທດ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ. ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຝລັ່ງ, 2 ປະ​ເທດ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ປີ​ທີ່ພິ​ເສດ​ນີ້.

“ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມເລິກເຊິ່ງ​ກວ້າງ​ຂວາງ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ຄວາມ​ຮູ້ສຶກ​ສະໜິດສະໜົມ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ​ແຕ່​ໃນ​ຂະນະ​ນັ້ນ​ກໍ່​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຊ່ວຍ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ສອງຝ່າຍໄດ້ພ້ອມກັນແລກປ່ຽນ ​ແລະ ຂຸ້ນຄິດກ້າວໄປ​ເຖິງ​ການ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ".

​ ​ໃນ​ຄຳ​ປາ​ໄສ, ທ່ານ Jérémy Bacchi ທີ່​ເຂົ້າ​ຮ່ວມດ້ວຍບົດບາດ​ເປັນ​ສະມາຊິກ​ສະພາ​ສູງ ​ແລະ ຜູ້ຕາງໜ້າພັກ​ກອມ​ມູນິດ ຝະລັ່ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ບັນດາ​ມໍລະດົກ​ປະຫວັດສາດ​ທີ່​ປະທານ ​ໂຮ່ຈີ​ມິນ ​ໄດ້​ປະ​ໄວ້ໃຫ້ ​ແລະ ບົດບາດ​ຂອງ​ປະທານ ​ໂຮ່ຈີ​ມິນ ໃນການສ້າງຕັ້ງພັກກອມມູນິດຝຣັ່ງ. ທ່ານສະມາຊິກ​ສະພາ​ສູງ​ ໃຫ້ຮູ້ວ່າ ການຈັດ​ຕັ້ງ​ລາຍການ “​ຄ່ຳຄືນວັນບຸນ​ວັດທະນະທຳ​ຫວຽດນາມ” ​ແມ່ນ​ການ​ຢັ້ງຢືນ​ເຖິງ​ສາຍ​ພົວພັນ​ອັນ​ໃກ້​ຊິດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ລວມຂອງ 2 ຝ່າຍ​ໃນ​ການ​ໂຄສະນາ​ວັດທະນະທຳ​ຂອງ 2 ປະ​ເທດ.

“ຂ້າພະ​ເຈົ້າ​ຮູ້ສຶກ​ພາກ​ພູມ​ໃຈ​ກ່ຽວກັບເຫດການ 50 ປີ​ແຫ່ງ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ ຝລັ່ງ ​ແລະ ຫວຽດນາມ, ​ປະຊາຊົນ​ສອງ​ປະ​ເທດ​ໄດ້​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ວັດທະນະທຳ​ທີ່​ອຸດົມສົມບູນ ​ແລະ​ ຫຼາກຫຼາຍຮູບແບບ. ການ​ເຊື່ອມ​ຕໍ່​ສອງ​ຝ່າຍ​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​ເກົ່າ​ໃນ 50 ປີ​ທີ່​ຜ່ານ​ມາ. ປີ 2023 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຫຼາຍ​ດ້ານ​ລະຫວ່າງ​ສອງ​ຝ່າຍ ​ແລະ “​ຄ່ຳຄືນວັນບຸນ​ວັດທະນະທຳ​ຫວຽດນາມ” ​ແມ່ນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​ຂອງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ.

ມາ​ຍັງ “​ຄ່ຳຄືນວັນບຸນ​ວັດທະນະທຳ​ຫວຽດນາມ” ຜູ້​ຊົມກໍ່​ໄດ້​ຮັບຊົມ​ບັນ​ດາການສະແດງ​ບົດ​ຟ້ອນ ແລະ ບົດ​ເພງ​ພື້ນ​ເມືອງ​ຂອງ​ຫລາຍ​ຊົນ​ເຜົ່າ​ ຫວຽດ​ນາມ ເຊັ່ນ: ລື້, ຢາວ, ກ່າວລານ, ໄຕ່, ກິງ. ບັນດາເພື່ອນມິດ ຝລັ່ງ ແລະ ສາກົນລ້ວນແຕ່ມີຄວາມປະທັບໃຈເປັນພິເສດຕໍ່ບັນດາລາຍການສະແດງບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຄົມຊາວ ຫວຽດນາມ, ໃນນັ້ນ ມີບັນດາມໍລະດົກວັດທະນະທຳບໍ່ມີຕົວຕົນທີ່ໄດ້ຮັບການຮັບຮອງຈາກອົງການ UNESCO.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.