ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທໍາອິດຢູ່ພາກພື້ນອາຊຽນ ທີ່ນຳເສດຖະກິດໝູນວຽນເຂົ້າໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະເອກະສານແນະນຳລຸ່ມກົດໝາຍ.
ຂໍ້ລິເລີ່ມຂອງບາງປະເທດອາຊຽນ
ຕາມການສະຖິຕິເບື້ອງຕົ້ນໃນໂລກໃຫ້ເຫັນວ່າ ມາຮອດປະຈຸບັນ, ມີປະມານກວ່າ 30 ປະເທດ, ເຂດແຄ້ວນໄດ້, ກຳລັງ ແລະຄາດຄະເນຈະສ້າງຂັ້ນຕອນປະຕິບັດເສດຖະກິດໝູນວຽນພາຍໃຕ້ຊື່ເອີ້ນທີ່ແຕກຕ່າງກັນຄື ແຜນການ, ຍຸດທະສາດ, ຂັ້ນຕອນຄື ແຜນການກະທຳເສດຖະກິດໝູນວຽນ ຄັ້ງທີ 2 ຂອງສະຫະພາບເອີລົບ (ອີຢູ) ປະກາດໃຊ້ ຄັ້ງທີ 2 ຕິດຄັດກອບຕິດຕາມກວດກາ ແລະບັນດາແຜນການຕົວເລກຄາດໝາຍກ່ຽວກັບເສດຖະກິດໝູນວຽນເພື່ອກຳນົດທິດລວມໃຫ້ອາຊຽນ.
ເສດຖະກິດໝູນວຽນອາດສາມາດຍົກສູງປະສິດທິຜົນການນຳໃຊ້ຊັບພະຍາກອນ, ເພື່ອຈາກນັ້ນຫຼຸດຜ່ອນລາຍຈ່າຍໃນການຜະລິດ ແລະເພີ່ມຄວາມສາມາດໃນການແກ່ງແຍ້ງ. ພາບ: Getty |
ປີ 2021, ຄະນະກຳມະການອາຊຽນ ໄດ້ປະກາດໃຊ້ກອບເສດຖະກິດໝູນວຽນໃຫ້ປະຊາຄົມເສດຖະກິດອາຊຽນ. ກອບເສດຖະກິດໝູນວຽນ ໄດ້ວາງວິໄສທັດໄລຍະຍາວ ດ້ວຍຄວາມຫວັງເສດຖະກິດໝູນວຽນ ອີງໃສ່ບັນດາຂໍ້ລິເລີ່ມທີ່ມີຢູ່ ແລະກຳນົດບັນດາຈຸດສຸມບູລິມະສິດໃນການກະທຳ, ຍູ້ໄວວິວັດການຫັນພື້ນຖານເສດຖະກິດໝູນວຽນໃນກຸ່ມອາຊຽນ ໃຫ້ປະກົດຜົນເປັນຈິງ.
ບາງປະເທດໃນອາຊຽນ ໃຫ້ຄຳໝັ້ນສັນຍາຫັນເປັນເສດຖະກິດໝູນວຽນ, ໄດ້ຮັບການໜູນຊ່ວຍດ້ວຍຫຼາຍຂໍ້ລິເລີ່ມລະດັບຊາດຢູ່ບາງປະເທດສະມາຊິກ.
ຕົວຢ່າງຄືອິນໂດເນເຊຍ ວາງເປົ້າໝາຍຫຼຸດ 70% ຂີ້ເຫຍື້ອທະເລໃນປີ 2025 ແລະຫຼຸດ 29% ປະລິມານອາຍພິດເຮືອນແກ້ວໃນປີ 2030. ປະເທດນີ້ໄດ້ປະກາດໃຊ້ຫຼາຍນະໂຍບາຍເພື່ອໜູນຊ່ວຍການປະຕິບັດພື້ນຖານເສດຖະກິດໝູນວຽນ, ລວມມີຂໍ້ກຳນົດກ່ຽວທີ່ຂ້ອງເຖິງນະໂຍບາຍ ແລະຍຸດທະສາດແຫ່ງຊາດກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອໃນຄົວເຮືອນ ແລະສິ່ງເສດເຫຼືອອື່ນໆ.
ສິງກະໂປ ວາງເປົ້າໝາຍແຜນການສັງລວມກາຍເປັນປະເທດບໍ່ມີສິ່ງເສດເຫຼືອໃນປີ 2030. ປະເທດນີ້ຜັນຂະຫຍາຍພື້ນຖານເສດຖະກິດໝູນວຽນຜ່ານຫຼາຍຂໍ້ລິເລີ່ມທີ່ແຕກຕ່າງກັນ, ລວມມີການພັດທະນາບັນດາລາຍການຜະລິດສິ່ງເສດເຫຼືອກໍ່ສ້າງ, ອາຫານ, ຖົງ ແລະເຄື່ອງເອເລັກໂຕລິກ ຄືນໃໝ່.
ມາເລເຊຍ ຊຸກຍູ້ເສດຖະກິດໝູນວຽນຜ່ານການກໍ່ສ້າງລະບົບບັນດາມາດຕະຖານເພື່ອຕີລາຄາລະດັບຫັນເປັນໝູນວຽນ ແລະສ້າງເຄືອຂ່າຍເຊື່ອມຕໍ່ບັນດາຝ່າຍທີ່ກ່ຽວຂ້ອງ.
ສ່ວນຢູ່ຫວຽດນາມ, ປະເທດໄດ້ວາງເປົ້າໝາຍຫຼຸດ 50% ປະລິມານຂີ້ເຫຍື້ອທີ່ຖືກສົ່ງໄປຍັງບ່ອນຖົມໃນປີ 2030. ຫວຽດນາມ ໄດ້ຜັນຂະຫຍາຍພື້ນຖານເສດຖະກິດໝູນວຽນຜ່ານຫຼາຍຂໍ້ລິເລີ່ມທີ່ແຕກຕ່າງກັນຢ່າງສຳເລັດຜົນ, ລວມມີຍຸດທະສາດຍົກສູງຄວາມຮັບຮູ້ຂອງປະຊາຄົມເພື່ອແນໃສ່ຍົກສູງຄວາມຮັບຮູ້ ແລະຄວາມເຂົ້າອົກເຂົ້າໃຈຂອງປະຊາຄົມກ່ຽວກັບເສດຖະກິດໝູນວຽນ.
ປະເທດຫວຽດນາມ ໄດ້ມີແຜນການຜະລິດຄືນໃໝ່ເຄື່ອງພາດສະຕິກຢ່າງຮອບດ້ານ, ຊ່ວຍຫຼຸດຜ່ອນປະລິມານຂີ້ເຫຍື້ອພາດສະຕິກປ່ອຍລົງມະຫາສະໝຸດ ແລະພວມພັດທະນາເຕັກໂນໂລຢີ ຜະລິດສິ່ງເສດເຫຼືອກະສິກຳຄືນໃໝ່, ຄື: ສິ່ງເສດເຫຼືອຈາກພືດ ແລະສັດ. ແຕ່ປີ 2019, ຫວຽດນາມ ຫຼຸດການປ່ອຍຂີ້ເຫຍື້ອອອກສູ່ມະຫາສະໝຸດ ໄດ້ 20% ຢ່າງສຳເລັດຜົນ.
ພາກເອກະຊົນຢູ່ຫວຽດນາມ ໄປນຳໜ້າ
ນັບແຕ່ປີ 2020 ເປັນຕົ້ນມາ, ລັດຖະບານຫວຽດນາມ ໄດ້ກຳນົດຄຳນິຍາມເສດຖະກິດໝູນວຽນຢ່າງລະອຽດໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ປີ 2020.
ສິງກະໂປ ຜັນຂະຫຍາຍພື້ນຖານເສດຖະກິດໝູນວຽນຜ່ານຂໍ້ລິເລີ່ມທີ່ແຕກຕ່າງກັນ, ລວມມີການພັດທະນາບັນດາໂຄງການຜະລິດຂີ້ເຫຍື້ອກໍ່ສ້າງ, ອາຫານ, ຖົງ ແລະເຄື່ອງເອເລັກໂຕນິກຄືນໃໝ່... ພາບ: PUB |
ດຳລັດສະບັບເລກທີ 08/2022/NĐ-CP, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ໄດ້ຮັບມອບໝາຍໜ້າທີ່ເປັນປະທານ, ສົມທົບກັບບັນດາກະຊວງ, ອົງການທຽບເທົ່າກະຊວງ, ຄະນະກຳມະການປະຊາຊົນຂັ້ນແຂວງ ກໍ່ສ້າງ, ຮັບເອົາຄຳເຫັນເພື່ອປັບປຸງຮ່າງແຜນການກະທຳແຫ່ງຊາດກ່ຽວກັບການປະຕິບັດເສດຖະກິດໝູນວຽນເຖິງ ປີ 2030 ແລະຍື່ນສະເໜີຕໍ່ນາຍົກລັດຖະມົນຕີປະກາດໃຊ້ແຜນການສະບັບນີ້ກ່ອນວັນທີ 31 ທັນວາ 2023.
ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດຢູ່ພາກພື້ນອາຊຽນ ທີ່ນຳເສດຖະກິດໝູນວຽນເຂົ້າໃນກົດໝາຍວ່າດ້ວຍປົກປັກຮັກສາສິ່ງແວດລ້ອມ ແລະເອກະສານແນະນຳລຸ່ມກົດໝາຍ.
ຕາມຂໍ້ສັງເກດຂອງບັນດາຊ່ຽວຊານ, ພື້ນຖານເສດຖະກິດໝູນວຽນອາດສາມາດໄດ້ຍົກສູງປະສິດທິຜົນໃນການນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ, ຈາກນັ້ນ ກໍ່ຫຼຸດຜ່ອນລາຍຈ່າຍໃນການຜະລິດ ແລະເພີ່ມຄວາມສາມາດແກ່ງແຍ້ງ. ສິ່ງນີ້ອາດຈະສ້າງວຽກເຮັດງານທຳໃໝ່ໃນຂົງເຂດຜະລິດຄືນໃໝ່, ສ້ອມແປງ ແລະອອກແບບແບບຍືນຍົງ, ພ້ອມທັງຊ່ວຍປົກປັກຮັກສາສິ່ງແວດລ້ອມດ້ວຍວິທີຫຼຸດຜ່ອນການປ່ອຍອາຍ ພິດເຮືອນແກ້ວ, ມົນລະພິດ ແລະສິ່ງເສດເຫຼືອ.
ມາດຕະການພັດທະນາເສດຖະກິດໝູນວຽນ
ເຖິງຢ່າງໃດກໍ່ຕາມ, ບັນດານັກຊ່ຽວຊານໄດ້ຕີລາຄາວ່າ ຢູ່ຫວຽດນາມ ບັນດາຮູບແບບການຜະລິດ, ດຳເນີນທຸລະກິດຕາມພື້ນຖານເສດຖະກິດໝູນວຽນຍັງບໍ່ທັນແຜ່ຫຼາຍທົ່ວໄປ, ຍ້ອນວ່າສ່ວນຫຼາຍບັນດາວິສາຫະກິດຍັງຄົງເຄື່ອນໄຫວຕາມ logic Linear Economy, ມີເປົ້າໝາຍສຸມໃສ່ສ້າງມູນຄ່າໃນໄລຍະສັ້ນ, ໃນຂະນະນັ້ນພື້ນຖານເສດຖະກິດໝູນວຽນ ແມ່ນຮູບແບບສ້າງມູນຄ່າໃນໄລຍະຍາວ.
ຄຽງຂ້າງກັນນັ້ນ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຍັງມາຈາກຄວາມຕ້ອງການຜະລິດຕະພັນໝູນວຽນ ແລະບັນດາຜະລິດຕະພັນທົດແທນຍັງໜ້ອຍຢູ່; ຂາດບັນດາຊ່ຽວຊານທີ່ມີລະດັບຄວາມຮູ້, ເຕັກນິກເພື່ອປະຕິບັດຮູບແບບເສດຖະກິດໃໝ່ນີ້.
ໃນໄລຍະຈະມາເຖິງ, ເພື່ອພັດທະນາເສດຖະກິດໝູນວຽນໃຫ້ມີປະສິດທິຜົນ, ທ່ານ ປອ ຫງວຽນເທຈິງ, ອະດີດຫົວໜ້າສະຖາບັນຍຸດທະສາດນະໂຍບາຍ ແລະຊັບພະຍາກອນສິ່ງແວດລ້ອມ ໃຫ້ຮູ້ວ່າ ລັດ ຄວນສືບຕໍ່ປັບປຸງລະບົບນະໂຍບາຍ, ກົດໝາຍ; ປະກາດໃຊ້ບັນດາຂໍ້ກຳນົດ, ມາດຕະຖານພັດທະນາເສດຖະກິດໝູນວຽນໃຫ້ເໝາະສົມກັບທ່າອ່ຽງໃໝ່ໃນພາກພື້ນ ແລະໃນໂລກ. ນຳໃຊ້ບັນດາມາດຕະຖານດ້ານເຕັກນິກ, ສິ່ງແວດລ້ອມ, ເຄື່ອງມືພາສີອາກອນ... ເພື່ອຈຳກັດການນຳໃຊ້ຊັບພະຍາກອນຫຼາຍເກີນໄປ, ຈຳກັດການປ່ອຍຂີ້ເຫຍື້ອໃນການຜະລິດ.
ທ່ານ ຫງວຽນເທຈິງ ເນັ້ນໜັກວ່າ "ພ້ອມກັບການປ່ຽນແປງໃໝ່ຮູບແບບການເຕີບໂຕເສດຖະກິດໂດຍອີງໃສ່ປະສິດທິພາບນຳໃຊ້ບັນດາປັດໄຈສົ້ນເຂົ້າ, ທຶນຮອນ ແລະແຮງງານ, ການເຕີບໂຕເສດຖະກິດແບບຍືນຍົງຕິດພັນກັບການນຳໃຊ້ຊັບພະຍາກອນຢ່າງປະຢັດ, ມີປະສິດທິຜົນ.
ລັດຄວນສົ່ງເສີມວິສາຫະກິດເຂົ້າຮ່ວມໃນການວາງແຜນຍຸດທະສາດການຜະລິດ, ການດຳເນີນທຸລະກິດແບບຍືນຍົງ, ໝູນໃຊ້ບັນດາຮູບແບບເສດຖະກິດໝູນວຽນ, ຜະລິດ, ດຳເນີນທຸລະກິດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ; ກຳນົດຄວາມຮັບຜິດຊອບຂອງວິສາຫະກິດສຳລັບສິ່ງເສດເຫຼືອໂດຍວິສາຫະກິດປ່ອຍອອກ".
ບູນມີ