ອົງການປົກປັກຮັກສາສິ່ງແວດລ້ອມ ຊູແອັດ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ເພື່ອພັດທະນາຕົວເມືອງແບບຍືນຍົງ

11:14 | 25/11/2023

ຍສໝ - ທ່ານ Åke Mikaelsson, ທີ່​ປຶກສາ​ຂັ້ນສູງ ​ແລະ ຜູ້​ອຳ​ນວຍ​ການ​ໂຄງການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມຂອງ​ຊູ​ແອັດ ກັບ ລັດ​ເຊຍ, ພາກ​ພື້ນ Barents, ອາ​ເມ​ລິ​ກາ, ກາ​ນາ​ດາ ​ແລະ ຫວຽດນາມ ​ໄດ້ແບ່ງປັນຄືນັ້ນຢູ່ການ​ພົບ​ປະແລກປ່ຽນ​ກັບ​ທ່ານ​ຮອງເລຂາ​​ຄະນະພັກນະຄອນ ​ໂຮ່ຈີ​ມິນ ຫງວຽນໂຮ່ຫາຍ ​ໃນວັນທີ 24 ພະຈິກ ທີ່ປະເທດ ຊູ​ແອັດ.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ
ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ

ຢູ່​ທີ່​ນີ້, ບັນດາພະນັກງານຈາກ​ອົງການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊູ​ແອັດ ​ໄດ້​ແບ່ງປັນ​ປະສົບ​ການ, ນະ​ໂຍບາຍ​ ກໍ່ຄືເປົ້າ​ໝາຍລະອຽດ​ຂອງ​ຊູ​ແອັດ​ໃນ​ການປັບຕົວຝຫ້​ເໝາະສົມກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫຼຸດຜ່ອນປ່ອຍ​ອາຍ​ພິດ​​, ພັດທະນາ​ພະລັງງານທົດແທນ, ບັນດາມາດ​ຕະການ​ໜູນ​ຊ່ວຍ​ປະຊາຊົນ​ ແລະ​ ວິ​ສາ​ຫະກິດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ຫັນເປັນສີຂຽວ.

ອົງການປົກປັກຮັກສາສິ່ງແວດລ້ອມ ຊູແອັດ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ເພື່ອພັດທະນາຕົວເມືອງແບບຍືນຍົງ
ຄະນະ​ຜູ້​ແທນນະຄອນ ໂຮ່ຈີມິນ ​ໄດ້ຊອກຮູ້ກັບ​ຂະ​ບວນການ​ວາງ​ແຜນ ​ແລະ ພັດທະນາ​ທ່າ​ກຳ​ປັ່ນທະເລ ພະບໍລົມວົງສານຸວົງ ຊູແອັດ ...

ທ່ານ​ນາງ Isabella Hjorth, ​ພະນັກງານ​ຮັບຜິດຊອບບັນດາ​ໂຄງການ​ສິ່ງ​ແວດ​ລ້ອມ ​ແລະ ​ດິນຟ້າອາກາດ​ປະ​ເທດ​ບຣາຊິນ, ອິນ​ເດຍ ​ແລະ ຫວຽດນາມ ​ໄດ້​ແບ່ງປັນ​ວິທີ​ທີ່​ລັດຖະບານ ຊູ​ແອັດ ໜູນ​ຊ່ວຍ​ຊາວທ້ອງຖິ່ນ​ Sápmi ຢູ່​ພາກ​ເໜືອ​ຂອງ ຊູ​ແອັດ ດັດປັບໃຫ້ເໝາະກັບ​ຂະບວນວິວັດ​ຫັນປ່ຽນ​ສີຂຽວ.

ຄະນະ​ຜູ້​ແທນ​ຍັງ​ໄດ້​ໄປ​ຢ້ຽມຢາມ​ຕົວຈິງບັນດາປະຕູເກັບໂຮມ​ຂີ້​ເຫຍື້ອ​ອັດ​ຕະ​ໂນ​ມັດ, ​ໂຮງງານ​ເກັບໂຮມ​ຂີ້​ເຫຍື້ອ​ໂດຍ​ໃຊ້​ເຕັກ​ໂນ​ໂລ​ຊີ​ອັດ​ອາກາດ ​ແລະ ​ໄດ້​ຮ່ຳຮຽນກ່ຽວ​ກັບ​ຂະ​ບວນການ​ວາງ​ແຜນຜັງ ​ແລະ ພັດທະນາ​ທ່າ​ກຳ​ປັ່ນທະເລ ພະບໍລົມວົງສານຸວົງ ຊູແອັດ ...

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Åke Mikaelsson ​ໃຫ້​ຮູ້​ວ່າ: ​ເປົ້າ​ໝາຍ​ຂອງ​ຊູ​ແອັດ ​ແມ່ນ​ບັນລຸການ​​ປ່ອຍ​ອາຍ​ພິດ​ລົງເປັນ 0 ໃນ​ປີ 2045 ​ແລະ ປະລິມານປ່ອຍ​ອາຍ​ພິດ​ຮອດ​ປີ 2045 ​ເມື່ອ​ທຽບ​ໃສ່​ປີ 1990 ຈະ​ຫຼຸດ​ລົງ​ຢ່າງ​ໜ້ອຍ 85%. ບົດຮຽນປະສົບການຂອງ ຊູແອັດ ກໍ່ສະແດງໃຫ້ເຫັນວ່າ ການເພີ່ມ GDP ສາມາດໄປຄຽງຄູ່ກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ໂດຍສະເພາະ, GDP ສະເລ່ຍຕໍ່ຫົວຄົນຂອງ ຊູແອັດ ໃນປີ 2020 ເພີ່ມຂຶ້ນ 62% ເມື່ອທຽບໃສ່ປີ 1990 ແລະ ການປ່ອຍອາຍພິດຫຼຸດລົງ 37%.

ທ່ານ Åke Mikaelsson ຫວັງ​ວ່າ ​ອົງການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ ຊູ​ແອັດ ຈະສາມາດ​ຮ່ວມ​ມື​ກັບ​ຫວຽດນາມ ​ແລະ ນະຄອນ​ໂຮ່ຈິ​ມິນ ຊຸກຍູ້​ບັນດາ​ໂຄງການ​ພັດທະນາ​ຕົວ​ເມືອງ​ແບບ​ຍືນ​ຍົງ. ຄະ​ນະ​​ຜູ້​ຊ່ຽວ​ຊານ​ຂອງ​ອົງ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ຊູ​ແອັດ ຈະ​ມາ​ຢ້ຽມ​ຢາມ​ນະ​ຄອນ ໂຮ່​ຈິ​ມິນ ໃນ​ປີ 2024 ເພື່ອ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື.

ໂດຍຮັບຟັງການໃຫ້ຄຳປຶກສາ ແລະ ແລກປ່ຽນປະສົບການຕົວຈິງຈາກຝ່າຍເພື່ອນ, ທ່ານຮອງເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນໂຮ່ຫາຍ ໄດ້ຕີລາຄາສູງການປະກອບສ່ວນຂອງອົງການປົກ​ປັກ​ຮັກສາສິ່ງແວດລ້ອມ ຊູແອັດ ໃນການກໍ່ສ້າງ ແລະ ປະຕິບັດນະໂຍບາຍປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານ ຫງວຽນໂຮ່ຫາຍ ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຍົກ​ສູງ​ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃນ​ຫຼາຍ​ຂົງ​ເຂດ​ຄື: ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ຫັນປ່ຽນ​ພະລັງງານ, ພັດທະນາ​ເສດຖະກິດໝູນວຽນ...

ດີງເລື້ອງ

ເຫດການ
302 Found

Found

The document has moved here.