ການພົວພັນລະຫວ່າງຫວຽດນາມ - ແດນມາກ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ

10:34 | 27/11/2023

ການພົວພັນລະຫວ່າງຫວຽດນາມ - ແດນມາກ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ

ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກຳປູເຈຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກຳປູເຈຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ
ຂະແໜງການທູດຫວຽດນາມ ໄດ້ເປັນເຈົ້າການໃນການຜັນຂະຫຍາຍວຽກງານການທູດເສດຖະກິດຢ່າງຮອບດ້ານ ແລະມີປະສິດທິຜົນ ຂະແໜງການທູດຫວຽດນາມ ໄດ້ເປັນເຈົ້າການໃນການຜັນຂະຫຍາຍວຽກງານການທູດເສດຖະກິດຢ່າງຮອບດ້ານ ແລະມີປະສິດທິຜົນ

ກ່ອນການຢ້ຽມຢາມແດນມາກ ຢ່າງເປັນທາງການຂອງທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ຕາມຄໍາເຊີນຂອງທ່ານນາງ Mette Frederiksen ນາຍົກລັດຖະມົນຕີແດນມາກ, ນັກຂ່າວໄດ້ສໍາພາດທ່ານ ເລືອງແທັງງິ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາຊະອານາຈັກ ແດນມາກ. ຕໍ່ໄປນີ້ແມ່ນເນື້ອໃນການສໍາພາດ.

ການພົວພັນລະຫວ່າງຫວຽດນາມ - ແດນມາກ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ

ທ່ານ ເລືອງແທັງງິ້ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາຊະອານາຈັກແດນມາກ. ພາບ: TTXVN

Đại sứ Việt Nam tại Đan Mạch Lương Thanh Nghị.

ນັກຂ່າວ: ຮຽນທ່ານເອກອັກຄະລັດຖະທູດ, ທ່ານຕີລາຄາແນວໃດກ່ຽວກັບຄວາມຄືບໜ້າໃນການພົວພັນສອງຝ່າຍ ຫວຽດນາມ - ແດນມາກ ໃນໄລຍະມໍ່ໆມານີ້?

ທ່ານເອກອັກຄະລັດຖະທູດ ເລືອງແທັງງິ້: ນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1971, ພິເສດແມ່ນນັບແຕ່ພາຍຫຼັງທີ່ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ໃນປີ 2013, ບັນດາຂົງເຂດຮ່ວມມື ຫວຽດນາມ - ແດນມາກ ນັບມື້ນັບໄດ້ຮັບການເປີດກວ້າງ ແລະເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ. ໄປຄຽງຄູ່ກັບການເພີ່ມທະວີບັນດາກົນໄກຮ່ວມມືທີ່ເປັນມູນເຊື້ອໃນບັນດາຂົງເຂດ ຄື: ການເມືອງ-ການຕ່າງປະເທດ, ເສດຖະກິດ-ການຄ້າ, ສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ..., ສອງປະເທດ ຍັງຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີລັກສະນະຍຸດທະສາດຄື ພະລັງງານ, ການຫັນເປັນສີຂຽວ, ການພັດທະນາແບບຍືນຍົງ.

ບາງໝາກຜົນທີ່ພົ້ນເດັ່ນໃນຂົງເຂດຮ່ວມມືລະອຽດ ຄືດັ່ງລຸ່ມນີ້:

ທີໜຶ່ງແມ່ນ, ສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈໍາ, ພິເສດແມ່ນການຢ້ຽມຢາມ, ພົບປະຂັ້ນສູງ, ທັງສະແດງໃຫ້ເຫັນການຖືເປັນສໍາຄັນບົດບາດຂອງກັນ, ທັງມີລັກສະນະກໍານົດທິດໃຫ້ແກ່ບັນດາເນື້ອໃນຮ່ວມມືລະອຽດ.

ວັນທີ 1 ພະຈິກ ທີ່ຜ່ານມາ, ນາຍົກລັດຖະມົນຕີສອງປະເທດ ໄດ້ດໍາເນີນການສົນທະນາທາງໂທລະສັບ ແລະຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ - ແດນມາກ ດ້ວຍ 10 ກຸ່ມຂົງເຂດຮ່ວມມືທີ່ມີລັກສະນະກວມລວມ, ມີຄວາມໝາຍບໍ່ພຽງແຕ່ຕໍ່ກັບການພັດທະນາແບບຍືນຍົງຂອງຫວຽດນາມ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄໍາໝັ້ນສັນຍາ ແລະການຕັດສິນໃຈຂອງສອງປະເທດໃນການຮ່ວມແຮງຮ່ວມໃຈແກ້ໄຂໜຶ່ງໃນບັນດາສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດຂອງມະນຸດໃນປັດຈຸບັນອີກດ້ວຍ, ນັ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ ແລະການຊຸດໂຊມຂອງສິ່ງແວດລ້ອມ. ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດ ແມ່ນໃຫຍ່ຫຼວງທີ່ສຸດ, ຍັງມີຄວາມສາມາດບົ່ມຊ້ອນເພື່ອພັດທະນາ, ສະນັ້ນ ຈາກແງ່ມູມສອງຝ່າຍ, ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດສີຂຽວ ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມື ຫວຽດນາມ -ແດນມາກ.

ທີສອງແມ່ນ, ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ໃນ 10 ປີຜ່ານມາ ໄດ້ພັດທະນາຢ່າງເຂັ້ມແຂງ, ບັນລຸໝາກຜົນທີ່ເປັນໜ້າຊື່ນຊົມ. ລວມຍອດວົງເງິນການຄ້າສອງຝ່າຍ ໃນ 10 ປີຜ່ານມາ ໄດ້ເພີ່ມຂຶ້ນທົບເກືອບສອງເທົ່າ, ຈາກ 480 ລ້ານໂດລາສະຫະລັດ ໃນປີ 2013 ຂຶ້ນເປັນເກືອບ 900 ລ້ານໂດລາສະຫະລັດ ໃນປີ 2022. ນັບມື້ນັບມີຫຼາຍນັກລົງທຶນແດນມາກ ມີຄວາມສົນໃຈມາຊອກຫາໂອກາດ, ເປີດກວ້າງການດໍາເນີນທຸລະກິດ, ທຳການຜະລິດຢູ່ຫວຽດນາມ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນບັນດາວິສາຫະກິດຂະໜາດໃຫຍ່ທີ່ມາລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ສ່ວນຫຼາຍພວມຕັ້ງໜ້າປະຕິບັດການຫັນເປັນສີຂຽວ ແລະພັດທະນາແບບຍືນຍົງ, ປະຕິບັດຄວາມຮັບຜິດຊອບທາງສັງຄົມຕາມມາດຕະຖານຂອງລັດຖະບານ ແດນມາກ.

ທີສາມແມ່ນ, ບັນດາໂຄງການຮ່ວມມືຍຸດທະສາດຕາມຂົງເຂດ (SSC), ຈຸດສຸມແມ່ນສິ່ງແວດລ້ອມ, ກະສິກໍາ, ສາທາລະນະສຸກ, ການສຶກສາ ແລະສະຖິຕິເຊິ່ງສອງປະເທດ ກໍ່ພວມຜັນຂະຫຍາຍຢ່າງມີປະສິດທິຜົນ. ຄຽງຂ້າງນັ້ນ, ການຮ່ວມມືໃນຂົງເຂດອື່ນອີກຈຳນວນໜຶ່ງ ຄື ວິທະຍາສາດ-ເຕັັກໂນໂລຊີ, ດ້ານຍຸຕິທໍາ, ການພົບປະແລກປ່ຽນປະຊາຊົນ, ວັດທະນະທໍາ... ກໍນັບມື້ນັບແທດຈິງ ແລະມີປະສິດທິຜົນ.

ທີສີ່ແມ່ນ, ຈາກແງ່ມູມຫຼາຍຝ່າຍ, ຫວຽດນາມ ແລະແດນມາກ ໄດ້ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນເປັນປະຈໍາ ຄື: ສປຊ ແລະບັນດາອົງການຈັດຕັ້ງຂອງ ສປຊ, ເວທີປາໄສການຮ່ວມມື ອາຊີ-ເອີລົບ (ASEM), ອາຊຽນ-ອີຢູ, ຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍທົ່ວໂລກ 2030 (P4G)..., ທັງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງລະຫວ່າງສອງປະເທດ, ທັງສະແດງໃຫ້ເຫັນວ່າແດນມາກ ຖືເປັນສຳຄັນ ແລະຕີລາຄາຢ່າງຕັ້ງໜ້າຕໍ່ນະໂຍບາຍການຕ່າງປະເທດຂອງຫວຽດນາມ ຕໍ່ໜ້າບັນຫາສາກົນ ແລະພາກພື້ນ.

ນັກຂ່າວ: ສໍາລັບສັນຍານທີ່ປະເອີບໃຈນັ້ນ, ທ່ານໃຫ້ຂໍ້ສັງເກດຄືແນວໃດຕໍ່ຄວາມໝາຍ ແລະຄວາມສໍາຄັນຂອງການຢ້ຽມຢາມ ແດນມາກ ຂອງທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ?

ທ່ານເອກອັກຄະລັດຖະທູດ ເລືອງແທັງງິ້: ໃນສະພາບການພົວພັນ ຫວຽດນາມ - ແດນມາກ ພວມມີການພັດທະນາຢ່າງຕັ້ງໜ້າຄືໃນປັດຈຸບັນ, ການຢ້ຽມຢາມຂອງທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ໃນຄັ້ງນີ້ມີຄວາມໝາຍສໍາຄັນທີ່ສຸດ, ໂດຍສະເພາະແມ່ນໃນຈຸດເວລາທີ່ສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ແລະດໍາເນີນພາຍຫຼັງທີ່ສອງປະເທດ ຫາກໍ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ - ແດນມາກ. ບົນເນື້ອໃນຈິດໃຈດັ່ງກ່າວນັ້ນ, ຂ້າພະເຈົ້າ ຢາກເນັ້ນໜັກບາງຈຸດດັ່ງນີ້:

ທີໜຶ່ງ, ການຢ້ຽມຢາມສືບຕໍ່ຢັ້ງຢືນຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງການນໍາ ແລະປະຊາຊົນສອງປະເທດ, ປະກອບສ່ວນປັບປຸງ ແລະເຮັດໃຫ້ການພົວພັນທັງມີລັກສະນະຮອບດ້ານ, ທັງມີລັກສະນະຍຸດທະສາດ ຫວຽດນາມ - ແດນມາກ ເລິກເຊິ່ງຂຶ້ນກວ່າອີກ.

ການພົວພັນ ຫວຽດນາມ - ແດນມາກ ໄດ້ຮັບການສ້າງຕັ້ງບໍ່ພຽງແຕ່ອີງໃສ່ຜົນປະໂຫຍດຊ້ຳຊ້ອນຂອງສອງປະເທດເທົ່ານັ້ນ ຫາກຍັງໄດ້ຮັບການເພີ່ມພູນຄູນສ້າງບົນນໍ້າໃຈມິດຕະພາບລະຫວ່າງສອງຊາດ ແລະສາຍເຊື່ອມຕໍ່ຄວາມຮັກແພງອັນພິເສດລະຫວ່າງການນໍາ ແລະປະຊາຊົນສອງປະເທດ.

ທີສອງ, ໃນໄລຍະພຽງບໍ່ຮອດໜຶ່ງເດືອນ ພາຍຫຼັງທີ່ນາຍົກລັດຖະມົນຕີຂອງສອງປະເທດ ຮັບຮອງເອົາຖະແຫຼງການວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ - ແດນມາກ (ວັນທີ 1 ພະຈິກ 2023), ທ່ານນາງ ຮອງປະທານປະເທດ ຫວໍທິແອັງຊວນ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ກໍໄດ້ໄປຢ້ຽມຢາມ ແດນມາກ ຢ່າງເປັນທາງການ ດ້ວຍແຜນການເຄື່ອນໄຫວທີ່ມີຫຼາຍເນື້ອໃນລະອຽດ, ແທດຈິງ, ສະແດງໃຫ້ເຫັນການຕັດສິນໃຈຜັນຂະຫຍາຍຄໍາໝັ້ນສັນຍາຂອງການນໍາສອງປະເທດ ຕໍ່ກັບການຍູ້ແຮງການຮ່ວມມືທີ່ກ່ຽວຂ້ອງເຖິງການຫັນເປັນສີຂຽວ ແລະການພັດທະນາແບບຍືນຍົງຢ່າງມີປະສິດທິຜົນ.

ທີສາມ, ການເຄື່ອນໄຫວພົບປະຂອງທ່ານນາງຮອງປະທານປະເທດ ກັບວິສາຫະກິດແຖວໜ້າຈໍານວນໜຶ່ງຂອງແດນມາກ ກໍປະກອບສ່ວນຢັ້ງຢືນຄໍາໝັ້ນສັນຍາຂອງຫວຽດນາມ ໃນການສ້າງສະພາບແວດລ້ອມທີ່ເປັນປົກກະຕິ, ສະດວກ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ແດນມາກ, ຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ, ປະກອບສ່ວນຫັນແຜນນະໂຍບາຍຈາກ “ປະລິມານ” ໄປສູ່ “ຄຸນນະພາບ” ໃນວຽກງານສົ່ງເສີມການລົງທຶນ, ດຶງດູດຫຼາຍໂຄງການລົງທຶນສີຂຽວ, ມີຄຸນນະພາບສູງຂອງວິສາຫະກິດແດນມາກ ຕື່ມອີກເພື່ອມາລົງທຶນຢູ່ຫວຽດນາມ ໃຫ້ປະກົດຜົນເປັນຈິງ.

ນັກຂ່າວ: ຮຽນສະເໜີທ່ານໃຫ້ຮູ້ກ່ຽວກັບການຢ້ຽມຢາມຄັ້ງນີ້, ຄາດວ່າສອງຝ່າຍຈະແລກປ່ຽນກ່ຽວກັບເນື້ອໃນຫຍັງແດ່?

ທ່ານເອກອັກຄະລັດຖະທູດ ເລືອງແທັງງິ້: ຕາມແຜນການ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຈະພົບປະກັບເຈົ້າຊາຍ Frederik ຜູ້ສືບລາຊະບັນລັງ ແດນມາກ, ດໍາເນີນການພົບປະສອງຝ່າຍກັບທ່ານນາງ Mette Frederiksen ນາຍົກລັດຖະມົນຕີ ແດນມາກ ແລະພົບປະກັບທ່ານ Søren Gade ປະທານສະພາແຫ່ງຊາດ ແດນມາກ; ເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ໂດຍ ສະພານະຄອນ Copenhagen ຮ່ວມກັບສະຖານທູດຫວຽດນາມ ປະຈໍາ ແດນມາກ ຈັດຕັ້ງ; ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ແດນມາກ ແລະຢ້ຽມຢາມ, ເຮັດວຽກກັບວິສາຫະກິດ ແດນມາກ ທີ່ພວມເຄື່ອນໄຫວໃນຂົງເຂດການເຕີບໂຕສີຂຽວ ແລະພັດທະນາແບບຍືນຍົງ.

ຄາດວ່າ, ໃນການພົບປະກັບການນໍາຂັ້ນສູງ ແດນມາກ, ໄປຄຽງຄູ່ກັບການແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈແລ້ວ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຈະສຸມໃສ່ແລກປ່ຽນກັບການນໍາ ແດນມາກ ກ່ຽວກັບມາດຕະການຕ່າງໆ ເພື່ອແນໃສ່ປັບປຸງ ແລະເຮັດໃຫ້ການພົວພັນທີ່ເປັນມູນເຊື້ອ, ມິດຕະພາບ ຫວຽດນາມ - ແດນມາກ ເລິກເຊິ່ງຂຶ້ນຕື່ມ, ກໍຄື ປຶກສາຫາລືບັນດາເນື້ອໃນຮ່ວມມືໃໝ່ທີ່ມີມູນຄ່າຕໍ່ການພັດທະນາແບບຍືນຍົງຂອງຫວຽດນາມ.

ດ້ວຍແຜນການເຄື່ອນໄຫວຄືແນວນັ້ນ ທັງມີຄວາມຫຼາກຫຼາກ ທັງມີຈຸດສຸມ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມແດນມາກ ຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນເຂົ້າໃນການປັບປຸງ, ຍົກລະດັບຮອບດ້ານກ່ຽວກັບເນື້ອໃນຮ່ວມມືລະຫວ່າງຫວຽດນາມ ແລະແດນມາກ ເພື່ອການພັດທະນາຂອງປະເທດ ກໍຄື ຍົກສູງຖານະບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ ໃນການແກ້ໄຂບັນຫາທົ່ວໂລກກ່ຽວກັບສິ່ງແວດລ້ອມ, ການຫັນເປັນສີຂຽວ ແລະການພັດທະນາແບບຍືນຍົງ.

ນັກຂ່າວ: ຂໍຂອບໃຈທ່ານທູດ!

ບູນມີ

302 Found

Found

The document has moved here.