ນັ້ນແມ່ນຄຳກ່າວປາໄສຂອງສະຫາຍ ນາງ ພັນໂທ ແພງດີ ສົມສະນິດ, ຫົວໜ້າຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ໃນໂອກາດຢ້ຽມຢາມ ແລະເຮັດວຽກຢູ່ກອງພັນໃຫຍ່ 916, ກອງພົນ 371, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໃນວັນທີ 24 ພະຈິກ.
ເຂົ້າຮ່ວມຄະນະມີສະຫາຍ ນາງ ພັນເອກພິເສດ ຫງວຽນທິທູຮ່ຽນ, ຮອງຫົວໜ້າຄະນະແມ່ຍິງກອງທັບ. ເປັນປະທານພິທີຕ້ອນຮັບ ແລະເຮັດວຽກກັບຄະນະມີສະຫາຍ ພັນເອກພິເສດ ຟ້າມຈີແທ່ງ, ຮອງຫົວໜ້າການເມືອງ ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ.
![]() |
ຊົມເຊີຍຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງພັນໃຫຍ່ 916. ພາບ: qdnd.vn |
ແນະນຳກ່ຽວກັບປະຫວັດສາດ ແລະຜົນງານຂອງກົມກອງພາຍຫຼັງເກືອບເຄິ່ງສະຕະວັດແຫ່ງການກໍ່ສ້າງ ແລະເຕີບໃຫຍ່, ສະຫາຍ ພັນເອກ ຫງວຽນແທ່ງບິ່ງ, ຮອງຫົວໜ້າການເມືອງ ກອງພັນໃຫຍ່ 916 ໃຫ້ຮູ້ວ່າ ໃນຫຼາຍປີຜ່ານມາ, ກອງພັນໃຫຍ່ຍາມໃດກໍ່ປະຕິບັດໜ້າທີ່ການເມືອງຈຸດສຸມເປັນຢ່າງດີ ນັ້ນແມ່ນການຝຶກຊ້ອມກຽມພ້ອມສູ້ຮົບ, ສູ້ຮົບ ແລະຮັບໃຊ້ການສູ້ຮົບ, ກໍ່ຄືບັນດາໜ້າທີ່ຄົ້ນຫາກູ້ຊີບ, ກູ້ໄພ, ຮັບມືກັບໄພທຳມະຊາດ, ພາຍຸນ້ຳຖ້ວມ... ເຊິ່ງພັກ, ລັດ ແລະປະຊາຊົນທ້ອງຖິ່ນໄດ້ຮັບຮູ້, ເຊື່ອໝັ້ນ ແລະຕີລາຄາສູງ...
ເມື່ອໄປຢ້ຽມຢາມຮູບແບບການເຄື່ອນໄຫວຂອງສະມາຄົມແມ່ຍິງກອງພັນໃຫຍ່ 916 ແລະຊົມລາຍການຟ້ອນລຳໂດຍສະມາຊິກສະມາຄົມແມ່ຍິງກອງພັນໃຫຍ່ 916 ສະແດງ, ສະຫາຍ ນາງ ພັນໂທ ແພງດີ ສົມສະນິດ ໄດ້ຊົມເຊີຍວ່າ: ພວກເພື່ອນມີບັນດາຮູບແບບເຄື່ອນໄຫວທີ່ໜ້າປະທັບໃຈ! ແມ່ຍິງກອງທັບປະຊາຊົນຫວຽດນາມ ມີຄວາມຊໍານິຊໍານານ ແລະມີຫົວຄິດປະດິດສ້າງ.
ລາຍການຢ້ຽມຢາມ ແລະເຮັດວຽກຢູ່ກອງພັນໃຫຍ່ 916 ຂອງຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ປະສົບຜົນສໍາເລັດຢ່າງຈົບງາມ. ຜ່ານນັ້ນ, ໄດ້ຊ່ວຍໃຫ້ພະນັກງານແມ່ຍິງຂອງປະເທດລາວ ມີຄວາມເຂົ້າໃຈເລິກເຊິ່ງກວ່າກ່ຽວກັບໜ້າທີ່ຂອງກອງພັນໃຫຍ່; ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ໂດຍສະເພາະແມ່ນຄວາມເຂົ້າໃຈ, ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງແມ່ຍິງກອງທັບສອງປະເທດ.

ບູນມີ
ຂ່າວທີ່ກ່ຽວຂ້ອງ

ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູງ ໄດ້ໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດລາວ

ສະເຫຼີມສະຫຼອງວັນຊາດ ຫວຽດນາມຄົບຮອບ 80 ປີ ຢູ່ນະຄອນຫຼວງ Minsk: ເບລາຣຸດ ແມ່ນເພື່ອນມິດຂອງ ຫວຽດນາມ ຕະຫຼອດໄປ

ຫວຽດນາມ ຢືນຢັນຄຳໝັ້ນສັນຍາຕໍ່ອະນາຄົດຂອງການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ
ທ່ານອາດຈະມັກ

ວັນເຊີດຊູພາສາຫວຽດນາມ ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ ຢູ່ພາກຕາເວັນອອກເໜືອຂອງປະເທດໄທ

ມິດຕະພາບຫວຽດນາມ - ຈີນ: ຄວາມເປັນຫນີ້ນ້ຳໃຈທີ່ແກ່ຍາວມາ 2 ສະຕະວັດ

Kadrinka Kadrinova - ນັກຂ່າວ ບຸນກາຣີ ແລະ ສອງທົດສະວັດຂອງການຂຽນກ່ຽວກັບ "ຄວາມມະຫັດສະຈັນຂອງຫວຽດນາມ"

ການພົວພັນຫວຽດນາມ - ກຳປູເຈຍ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດຊາດ

ຫວຽດນາມ ຂອບອົກຂອບໃຈການຊ່ວຍເຫຼືອສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ.
