ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ Olivier Brochet

00:00 | 24/11/2023

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ Olivier Brochet

ຕອນບ່າຍວັນທີ 23 ພະຈິກ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Olivier Brochet ເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ຫວຽດນາມ ເນື່ອງໃນໂອກາດມາຮັບໜ້າທີ່ການທູດ ຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄໍ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ. ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ກໍ່ໄດ້ຮັບການຊຸກຍູ້ສອດຄ່ອງກັບຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຝຣັ່ງ, ຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ຝຣັ່ງ ໄລຍະ 2018 – 2028, ບັນລຸໝາກຜົນທີ່ຕັ້ງໜ້າຫຼາຍຢ່າງໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ຮັກສາກົນໄກເຈລະຈາຍຸດທະສາດ ແລະການຮ່ວມມືດ້ານປ້ອງກັນຊາດ, ບໍາລຸງສ້າງ, ຮັກສາສັນຕິພາບ ສປຊ, ເສນາຮັກ, ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນຂອບເຂດເວທີປາໄສຫຼາຍຝ່່າຍຢ່າງມີປະສິດທິຜົນ.

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ Olivier Brochet

ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານ Olivier Brochet ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ຫວຽດນາມ. ພາບ: qdnd.vn

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດຢ່າງມີປະສິດທິຜົນ, ໂດຍສຸມໃສ່ເນື້ອໃນ: ການແລກປ່ຽນ, ການພົບປະທຸກຂັ້ນ, ການປັບປຸງກອບນິຕິກໍາໃຫ້ແກ່ການຮ່ວມມືບໍາລຸງສ້າງ, ຜັນຂະຫຍາຍຂໍ້ຕົກລົງຮ່ວມມືສະເພາະຂະແໜງການທີ່ໄດ້ລົງນາມກ່ຽວກັບເສນາຮັກ, ການຮັກສາສັນຕິພາບ ສປຊ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່ທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະມີຄວາມຕ້ອງການ, ຕັ້ງໜ້າສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ. ທ່ານພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ ໃນຖານະຕໍາແໜ່ງໃໝ່ ທ່ານເອກອັກຄະລັດຖະທູດ ຈະມີການປະກອບສ່ວນສໍາຄັນເພື່ອຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ຝຣັ່ງ ໃນທຸກຂົງເຂດໃຫ້ຫຼາຍກວ່າອີກ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ສ່ວນທ່ານ Olivier Brochet ກໍສະແດງຄວາມຂອບໃຈທ່ານພົນເອກ ຟານວັນຢາງ ທີ່ໄດ້ສະຫຼະເວລາອັນມີຄ່າຕ້ອນຮັບຄະນະ; ພ້ອມທັງຕີລາຄາສູງຕໍ່ບົດບາດຂອງຫວຽດນາມ ໃນພາກພື້ນ, ໂດຍສະເພາະແມ່ນໃນກຸ່ມອາຊຽນ. ທ່ານ Olivier Brochet ສະແດງຄວາມປະທັບໃຈທີ່ດີງາມກ່ຽວກັບການສົນທະນາທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານ Emmanuel Macron ປະທານາທິບໍດີ ຝຣັ່ງ ທີ່ຜ່ານມາ ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ເນື່ອງໃນໂອກາດທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013-2023). ການສົນທະນາ ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຂອງການນໍໍາສອງປະເທດຕໍ່ກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ ແລະຄວາມປາດຖະໜາຂອງການນໍາສອງປະເທດກ່ຽວກັບການເພີ່ມທະວີການຮ່ວມມື ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກໃນໄລຍະໃໝ່.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.