ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ.

13:50 | 24/11/2023

ຍສໝ - ວັນ​ທີ 21 ພະຈິກ​ນີ້ (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ບຸຍວັນຫງີ້ ​ໄດ້​ມີ​ການ​ປຶກສາ​ຫາລື ​ແລະ ​ເຮັດ​ວຽກ​ກັບ​ທ່ານ Inácio Arruda, ອະດີດ​ສະມາຊິກ​ສະພາ​ສູງ, ຮອງ​ລັດຖະມົນຕີຜູ້​ປະຈຳການ ກະຊວງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ການປ່ຽນແປງໃໝ່ ບຣາຊິນ (MCTI), ພ້ອມທັງ​ເປັນ​ປະທານ​ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ ແລະ ທ່ານ Pedro de Oliveira, ເລຂາທິການສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET).

ທ່ານເອກອັກຄະລັດຖະທູດ EU ຄົນໃໝ່ກ່າວວ່າ: “ຂ້າພະເຈົ້າເຫັນໄດ້ຢ່າງຈະແຈ້ງວ່າຈຸດເວລາຂອງຫວຽດນາມມາເຖິງແລ້ວ” ທ່ານເອກອັກຄະລັດຖະທູດ EU ຄົນໃໝ່ກ່າວວ່າ: “ຂ້າພະເຈົ້າເຫັນໄດ້ຢ່າງຈະແຈ້ງວ່າຈຸດເວລາຂອງຫວຽດນາມມາເຖິງແລ້ວ”
ອົດສະຕຣາລີ ສະໜັບສະໜູນອຸປະກອນ ເຕັກໂນໂລຊີ ເຂົ້າໃນລະບົບພັດທະນາວິຊາຊີບຄູ ຂອງ ສປປ ລາວ ອົດສະຕຣາລີ ສະໜັບສະໜູນອຸປະກອນ ເຕັກໂນໂລຊີ ເຂົ້າໃນລະບົບພັດທະນາວິຊາຊີບຄູ ຂອງ ສປປ ລາວ

2 ຝ່າຍ​ໄດ້​ແລກປ່ຽນ​ຫຼາຍຢ່າງກ່ຽວກັບບັນດາຄວາມສາມາດບົ່ມຊ້ອນ​​ໃນການຮ່ວມ​ມື​ດ້ານ​ການ​ເມືອງ - ການ​ທູດ, ​ເສດຖະກິດ - ການ​ຄ້າ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ຜ່ານ​ບັນດາ​ຊ່ອງ ​​ພັກ, ຊ່ອງ​​ ລັດຖະບານ ​ແລະ ການຕ່າງປະ​ເທດປະຊາຊົນ.

ພິ​ເສດ, ບັນດາ​ໝາກຜົນປະສົບຜົນ​ສຳເລັດທີ່​ບັນລຸ​ໄດ້​ໃນ​ໄລຍະ​ຢ້ຽມຢາມ ​ບຣາຊິນ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງ​ຈີ໋ງ ​ແມ່ນປະຖົມປັດໄຈ​​ສຳຄັນ​ເພື່ອ​ປັບປຸງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່​ຫຼາຍ​ຢ່າງ.

ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ.
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບຸຍວັນຫງີ້ ໄດ້​ມອບຮູບ​​ຂອງ​ໝູ່​ບ້ານ​ຫວຽດ​ນາມ ໃຫ້​ທ່ານ Inácio Arruda . (ແຫຼ່ງຂ່າວ: ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ)

ທ່ານ​ເອກ​ອັກຄະ​ລັດຖະທູດ ບຸຍວັນຫງີ້ ​ແລະ ອະດີດ​ສະມາຊິກ​ສະພາ​ສູງ, ຮອງ​ລັດຖະມົນຕີ Inácio Arruda ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ຂໍ້​ກຳນົດ​ເພື່ອ​ສືບ​ຕໍ່​ຊຸກຍູ້​ການ​ຂຸດ​ຄົ້ນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ສອງ​ຝ່າຍ​ໄດ້​ລົງ​ນາມ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ດ້ານ​ການ​ຄ້າ ຫວຽດນາມ - ບຣາຊິນ.

ຄຽງຂ້າງນັ້ນ ກໍ່​ຊຸກຍູ້​ການເເນະ​ນຳ​ບັນດາຜະລິດ​ຕະພັນ​ສົ່ງ​ອອກ​ທີ່ມີທ່າແຮງ​ຂອງ​ສອງ​ປະ​ເທດ​ຄື: ການ​ນຳ​ເຂົ້າ​ຈາກ ​ບຣາຊິ​ລ ເເມ່ນຖົ່ວ​ເຫຼືອງ, ສາລີ, ຝ້າຍ​ທຸກ​ຊະນິດ, ນ້ຳຕານ, ຊີ້ນ​ງົວ, ໜັງ, ​ແລະ ບັນດາ​ເຄື່ອງອາໄຫຼ່ເຄື່ອງຈັກກໍ່ສ້າງ​ທຸກ​ປະ​ເພດ, ເຮືອບິນ; ສົ່ງ​ອອກໄປຫາ ບຣາຊິນ ເເມ່ນຄອມ​ພິວ​ເຕີ, ໂທລະສັບສະມາດໂຟນ, ເຄື່ອງອາໄຫຼ່, ຜະລິດຕະພັນຕັດຫຍິບ, ເກີບ​ໜັງ, ຜະລິດ​ຕະພັນເຄື່ອງປັ້ນດິນເຜົາ​​ທຸກ​ປະ​ເພດ, ຜະລິດ​ຕະພັນ​ກະ​ເສດ, ຜະລິດ​ຕະພັນຫັດຖະກຳສິລະປະກຳ, ​ເຄື່ອງ​ທີ່ເຮັດດ້ວຍໄມ້​... ການ​ພັດທະນາ​ບັນດາຮູບແບບຮ່ວມທຸລະກິດ​ການ​ຮ່ວມ​ມື​ຢູ່​ສອງ​ປະ​ເທດ​ ກໍ່ຍັງ​ຕ້ອງ​ໄດ້​ຮັບ​ການ​ຄົ້ນຄວ້າ ​ແລະ ຜັນ​ຂະຫຍາຍເພື່ອເພີ່ມ​ທະວີລະດັບ​ແຊກຊຶມເຂົ້າຕະຫຼາດ ເຊິ່ງ​ບໍ່​ພຽງ​ແຕ່​ລະດັບ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ລະດັບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ, ພິ​ເສດ​ແມ່ນ​ບັນດາ​ກຸ່ມ​ຕະຫຼາດ​ຮ່ວມ MERCOSUR.

ນອກ​ນີ້, ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບເລື່ອງຄວນ​​ຕ້ອງມຸ່ງໄປເຖິງຂັ້ນຕອນການ​ນຳ​ເຂົ້າ - ສົ່ງ​ອອກ​ໂດຍ​ກົງ, ຫຼີກລ້ຽງການໄປຜ່ານ​ຝ່າຍ​ທີ​ສາມ.

ຄາດ​ວ່າ​ຈະ​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ໃນ​ປີ 2024, ເຊິ່ງແມ່ນ​ປີ​ທີ່​ສອງ​ປະ​ເທດ​ສະ​ເຫຼີມ​ສະ​ຫຼອງ​ 35 ປີແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (8 ພຶດສະພາ 1989 – 8 ພຶດສະພາ 2024) , ສະ​ເຫຼີມ​ສະ​ຫຼອງ 17 ປີ ແຫ່ງການພົວພັນຄູ່ຮ່ວມມືຮອບດ້ານ (ເດືອນພຶດສະພາ 2007 – ພຶດສະພາ 2024), ພ້ອມດຽວກັນ ກໍ່ຍັງເປັນປີທີ່ ບຣາຊິນ ດຳລົງຕຳແໜ່ງປະທານ G20.

ດີງເລື້ອງ

302 Found

Found

The document has moved here.