ແຂວງດັກນົງ ແນະນຳຜະລິດຕະພັນເອກະລັກ ທີ່ກອງປະຊຸມສໍາມະນາການຄ້າ ຫວຽດນາມ - ລາວ

11:06 | 25/11/2023

ຍສໝ - ໃນຂອບເຂດກອງປະຊຸມສໍາມະນາ, ບັນດາວິສາຫະກິດຫວຽດນາມ ໄດ້ວາງສະແດງ ແລະແນະນຳບັນດາຜະລິດຕະພັນ, ສິນຄ້າຂອງຕົນ. ໃນນັ້ນ, ແຂວງ ດັກນົງ ໄດ້ນຳເອົາຫຼາຍຜະລິດຕະພັນທີ່ເປັນເອກະລັກຂອງແຂວງມາວາງສະແດງຢູ່ທີ່ກອງປະຊຸມສໍາມະນາ, ຄື: ແມັກຄາເດເມຍ, ໝາກຖົ່ວລຽນ...

ພິທີມອບຫຼຽນກາມິດຕະພາບ ໂດຍລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ອົງການກາແດງແຂວງ ແທງຮວາ ແລະ ກອນຕູມ (ຫວຽດນາມ) ພິທີມອບຫຼຽນກາມິດຕະພາບ ໂດຍລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ອົງການກາແດງແຂວງ ແທງຮວາ ແລະ ກອນຕູມ (ຫວຽດນາມ)
ກໍ່ສ້າງ ແລະພັດທະນາວັດທະນະທຳ ແລະຊາວຫວິງລອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ເຊື່ອມໂຍງ ກໍ່ສ້າງ ແລະພັດທະນາວັດທະນະທຳ ແລະຊາວຫວິງລອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ເຊື່ອມໂຍງ

ຫວ່າງແລ້ວນີ້, ຢູ່ແຂວງຈໍາປາສັກ (ລາວ) ໄດ້ດໍາເນີນກອງປະຊຸມສໍາມະນາເຜີຍແຜ່ເອກະສານນິຕິກໍາທີ່ກ່ຽວຂ້ອງເຖິງການຄ້າ ແລະການຄ້າຊາຍແດນ ຫວຽດນາມ-ລາວ; ການພົບປະແລກປ່ຽນການຄ້າຂອງວິສາຫະກິດຫວຽດນາມ - ລາວ.

ແຂວງດັກນົງ ແນະນຳຜະລິດຕະພັນເອກະລັກ ທີ່ກອງປະຊຸມສໍາມະນາການຄ້າ ຫວຽດນາມ - ລາວ

ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ແລະກະຊວງອຸດສາຫະກຳ ແລະການຄ້າ ລາວ ເປັນປະທານຮ່ວມກອງປະຊຸມສໍາມະນາ. ພາບ: baodaknong.vn

ທີ່ກອງປະຊຸມສໍາມະນາ, ຜູ້ຕາງໜ້າ ກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ແລະກະຊວງອຸດສາຫະກຳ ແລະການຄ້າລາວ ໄດ້ສະເໜີຂໍ້ມູນຂ່າວກ່ຽວກັບສັນຍາການຄ້າຊາຍແດນຫວຽດນາມ - ລາວ. ສອງຝ່າຍໄດ້ສຸມໃສ່ວິເຄາະກົດລະບຽບນິຕິກໍາກ່ຽວກັບການຄ້າ ແລະການຄ້າຊາຍແດນລະຫວ່າງສອງປະເທດ. ຜູ້ຕາງໜ້າບັນດາແຂວງຊາຍແດນຂອງສອງປະເທດໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຕົວຈິງຂອງການເຄື່ອນໄຫວການຄ້າຊາຍແດນຫວຽດນາມ - ລາວ ຈາກມູມມອງຂອງຕົນ. ບັນດາຜູ້ແທນທີ່ມາຈາກສອງປະເທດໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະປຶກສາຫາລືກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງການຄ້າຊາຍແດນ.

ແຂວງດັກນົງ ແນະນຳຜະລິດຕະພັນເອກະລັກ ທີ່ກອງປະຊຸມສໍາມະນາການຄ້າ ຫວຽດນາມ - ລາວ

ແຂວງດັກນົງ ນຳເອົາຜະລິດຕະພັນທີ່ເປັນເອກະລັກຈຳນວນໜຶ່ງມາວາງສະແດງຢູ່ກອງປະຊຸມສໍາມະນາ. ພາບ: baodaknong.vn

ໃນຂອບເຂດກອງປະຊຸມສໍາມະນາ, ບັນດາວິສາຫະກິດຫວຽດນາມ ໄດ້ວາງສະແດງ ແລະແນະນຳບັນດາຜະລິດຕະພັນ, ສິນຄ້າຂອງຕົນ. ໃນນັ້ນ, ແຂວງ ດັກນົງ ໄດ້ນຳເອົາຫຼາຍຜະລິດຕະພັນທີ່ເປັນເອກະລັກຂອງແຂວງມາວາງສະແດງຢູ່ທີ່ກອງປະຊຸມສໍາມະນາ, ຄື: ແມັກຄາເດເມຍ, ໝາກຖົ່ວລຽນ...

ຕາມການນໍາພະແນກອຸດສາຫະກຳ-ການຄ້າແຂວງດັກນົງ ແລ້ວ, ກອງປະຊຸມສໍາມະນາການຄ້າກັບກຳປູເຈຍ ແລະລາວ ໄດ້ຈັດຂຶ້ນໃນທ້າຍເດືອນພະຈິກ 2023 ແມ່ນມີຄວາມໝາຍທີ່ສຸດ. ກອງປະຊຸມສໍາມະນາແມ່ນໂອກາດ ເພື່ອຊ່ວຍໃຫ້ຂະແໜງອຸດສາຫະກຳ ແລະການຄ້າຂອງທຸກຝ່າຍເພີ່ມທະວີຄວາມຮູ້ກ່ຽວກັບການຄ້າຊາຍແດນ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ບັນດາວິສາຫະກິດຂອງບັນດາແຂວງ ແລະປະເທດບ້ານໃກ້ເຮືອນຄຽງໄດ້ມີໂອກາດພົບປະແລກປ່ຽນ, ເຊື່ອມໂຍງ ເພື່ອກ້າວໄປເຖິງການຮ່ວມມືດ້ານການຄ້າໃຫ້ເລິກເຊິ່ງກວ່າອີກໃນອະນາຄົດ.

ບູນມີ

ເຫດການ
302 Found

Found

The document has moved here.