ເລີ່ມ​ຕົ້ນໂຄງການໂຄສະນາ ຫວຽດນາມ ຢູ່ ອີຕາລີ

12:00 | 27/11/2023

ຍສໝ - ວັນ​ທີ 24 ພະຈິກ​ນີ້, ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ສົມທົບ​ກັບບໍລິສັດໃຫຍ່ການຄຸ້ມ​ຄອງ​ສະໜາມ​ບິນ Milan, ອຳນາດການປົກຄອງນະຄອນ Milan ​ແລະ ຫ້ອງການການ​ຄ້າ ອີ​ຕາ​ລີ - ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ເລີ່ມ​ຕົ້ນ​ໂຄງການໂຄສະນາ ຫວຽດນາມ ຢູ່ Milan.

50 ປີແຫ່ງການພົວພັນຫວຽດນາມ - ອີຕາລີ: ຂົວເຊື່ອມຕໍ່ວັດທະນະທຳຂອງປະຊາຊົນສອງປະເທດ 50 ປີແຫ່ງການພົວພັນຫວຽດນາມ - ອີຕາລີ: ຂົວເຊື່ອມຕໍ່ວັດທະນະທຳຂອງປະຊາຊົນສອງປະເທດ
ກະຊວງຕຳຫຼວດຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືດ້ານຕຸລາການ, ຕ້ານອາດຊະຍາກຳ ກະຊວງຕຳຫຼວດຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືດ້ານຕຸລາການ, ຕ້ານອາດຊະຍາກຳ

ໂຄງການ​ເພື່ອ​ແນ​ໃສ່​ແນະນຳ ​ແລະ ໂຄສະນາ ຮູບພາບ​ຂອງ​ຫວຽດນາມ ຢູ່​ນະຄອນ Milan, ນະຄອນຫຼວງ​ຂອງ​ພາກ​ພື້ນ Lombardy, ​ແມ່ນ​ສູນ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​ຂອງ ອີ​ຕາ​ລີ, ພ້ອມກັນນັ້ນກໍ່ແມ່ນ​ການ​ເຄື່ອນ​ໄຫວນອນໃນການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອິຕາລີ (1973-2023).

ກ່າວ​ຄຳ​ເຫັນ​ທີ່​ພິທີເລີ່ມ​ຕົ້ນໂຄງການ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ນາງ ຫງວຽນ​ມີງ​ຮັ່ງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ກັບ ອີ​ຕາ​ລີ, ຖື​ນີ້​ແມ່ນ​ພື້ນຖານ​ເພື່ອ​ພັດທະນາ​ການ​ພົວພັນ​ແບບ​ຍືນ​ຍົງ ​ແລະ ຍາວ​ນານ​ໃນ​ໄລຍະ​ຈະ​ມາ​ເຖິງ.

ເລີ່ມ​ຕົ້ນໂຄງການໂຄສະນາ ຫວຽດນາມ ຢູ່ ອີຕາລີ
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ນາງ ຫງວຽນ​ມີງ​ຮັ່ງ ກ່າວ​ຄຳ​ເຫັນ​ທີ່​ພິທີເລີ່ມ​ຕົ້ນ​ໂຄງການ. (ພາບ: ເຢືອງຮວາ/VNA).

​ໃນ​ຍຸດ​ທະ​ສາດ​ພັດທະນາ​ການທ່ອງທ່ຽວ​ຂອງ​ຫວຽດນາມ, ອີ​ຕາ​ລີ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ຈຸດສຸມ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ເພື່ອ​​ຂຸດ​ຄົ້ນ ​ເພາະວ່າ​ປະ​ເທດ​ນີ້​ມີ​ປະຫວັດສາດ​ອັນຍາວ​ນານ ​ແລະ ມີ​ມໍລະດົກ​ວັດທະນະທຳຫຼາຍ​ທີ່​ສຸດ​ໂດຍ​ອົງການການສຶກສາ, ວິທະຍາສາດ ເເລະ ວັດທະນະທຳ​ຂອງສະ​ຫະ​ປະ​ຊາ​ຊາດ (UNESCO) ​ຮັບ​ຮອງເອົາ.

ດ້ວຍ​ທີ່​ຕັ້ງ​ທີ່​ສະດວກ​ສະບາຍ​ຂອງ​ສະໜາມ​ບິນ Milan, ຈຸດ​ຜ່ານ​ແດນ​ແຖວ​ໜ້າ​ຂອງ ອີ​ຕາ​ລີ ​ແລະ ​ເອີ​ລົບ, ທ່ານ​ຮອງ​ລັດຖະມົນຕີ ນາງ ຫງວຽນມີງຮັ່ງ ຫວັງ​ວ່າ 2 ຝ່າຍ​ຈະ​ຄົ້ນຄວ້າ ​ແລະ ດຳ​ເນີນ​ການ​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ລະຫວ່າງ Milan ກັບ ຫວຽດນາມ ​ໂດຍ​ໄວ, ຜ່ານ​ນັ້ນ​ ກໍ່ຊຸກຍູ້, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນສອງ​ປະ​ເທດ​ໃນການໄປມາ.

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ນາງ ຫງວຽນ​ມີງ​ຮັ່ງ ປາດ​ຖະໜາ​ວ່າ ບັນດາ​ອົງການ​ຫວຽດນາມ ​ແລະ ອີ​ຕາ​ລີ ຈະ​ເພີ່ມ​ທະວີ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ, ​ໂຄສະນາການທ່ອງທ່ຽວ ​ເພື່ອ​ແນ​ໃສ່​ຍູ້​ຍິ່ແຮງການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ການ​ພົບ​ປະ​ແລກປ່ຽນປະຊາຊົນ, ວັດທະນະທຳ​ລະຫວ່າງ 2 ປະ​ເທດໃຫ້ຫຼາຍກວ່າອີກ.

ທ່ານ​ຮອງ​ປະທານບໍລິສັດໃຫຍ່ການຄຸ້ມ​ຄອງ​ສະໜາມ​ບິນ Milan - ທ່ານ Andrea Tucci ຕີ​ລາຄາ​ສູງ​ຂໍ້ຄິດປະດິດສ້າງໂຄສະນາ ຫວຽດນາມ ຢູ່ Milan, ຖື​ວ່າ ນີ້​ຈະ​ແມ່ນ​ຫຼັກໝາຍ​​ຊຸກຍູ້​ການ​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ຕະຫຼາດ​ທ່ອງ​ທ່ຽວ​ທີ່​ມີ​ຄວາມສາມາດບົ່ມຊ້ອນ​ລະຫວ່າງ 2 ປະ​ເທດ ອີ​ຕາ​ລີ ​ແລະ ຫວຽດນາມ.

ດີງເລື້ອງ

302 Found

Found

The document has moved here.