ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ຢ້ຽມຢາມຖາມຂ່າວບັນດານັກສຶກສາຢູ່ເຂດພາກໃຕ້

00:00 | 26/11/2023

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ ປະຈຳ Tel Aviv ​ແລ້ວ, ວັນ​ທີ 26 ພະຈິກ, ພາຍຫຼັງ​ການ​ຢຸດ​ຍິງລະຫວ່າງ​ກອງທັບ ອິດສະຣາ​ແອນ ​ແລະ ຂະບວນ​ການ​ອິດສະ​ລາມ Hamas ຢູ່​ເຂດ Gaza ​ມີຜົນ​ສັກສິດ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາ​ແອນ ນຳ​ໜ້າ​ໂດຍ​ ທ່ານ​ເອກ​ອັກຄະ​ລັດຖະທູດ ລີ໋ດືກຈູ່ງ ​ໄດ້​ຈັດ​ຕັ້ງ​ການ​ຢ້ຽມ​ຢາມ​ບັນດານັກບຳລຸງວິຊາຊີບ​ຢູ່​ສູນ​ຝຶກ​ອົບ​ຮົມ​ກະ​ສິ​ກຳ​ສາ​ກົນ Arava (AICAT) ໃນ​ພາກ​ໃຕ້​ຂອງ​ອິດ​ສະ​ຣາ​ເອນ.

ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ
ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ

ທ່ານ​ເອກ​ອັກຄະ​ລັດຖະທູດ ລີ໋ດືກຈູ່ງ ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ກຳໄດ້ຂໍ້​ມູນ​ລະອຽດ​ກ່ຽວຂ້ອງເຖິງຄວາມປອດ​ໄພ​ຂອງ​ບັນດາ​ນັກ​ສຶກສາ ຫວຽດນາມ; ປຸກລະດົມ​ບັນດາ​ນັກ​ສຶກສາຮັກສາການຕິດ​ຕໍ່​​ກັບ​ບັນດາ​ຫົວໜ່ວຍ​ຮັບຜິດຊອບ​ໃນ​ທົ່ວ​ປະ​ເທດ ​ແລະ ຍາດ​ພີ່ນ້ອງ; ປະຕິບັດຕາມບັນດາການຮຽກຮ້ອງຂອງໂຮງຮຽນກ່ຽວກັບຕາຕະລາງການເຮັດວຽກ ແລະ ການສຶກສາເຊັ່ນດຽວກັນກັບຄຳກ່າວເຕືອນຈາກອຳນາດການປົກຄອງທ້ອງຖິ່ນ ເພື່ອຮັບປະກັນຄວາມ ໝັ້ນຄົງ ແລະ ຄວາມປອດໄພ; ອຸ່ນອ່ຽນໃຈ, ​ ຍົກສູງນ້ຳ​ໃຈ​ສາມັກຄີ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ໜູນຊ່ວຍ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ສືບ​ຕໍ່ຊຸດຮ່ຳຮຽນ ເເລະ ​ແນະນຳການປະກອບອາຊີບ​ຢູ່ ອິດສະຣາ​ແອນ ໃຫ້ສຳເລັດ.

ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ຢ້ຽມຢາມຖາມຂ່າວບັນດານັກສຶກສາຢູ່ເຂດພາກໃຕ້
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອນ ລີ໋ດືກຈູ່ງ (ຜູ້ທີ​ສອງ, ຈາກ​ຂວາ) ແລະ ບັນ​ດາພະນັກງານ​ສະ​ຖານ​ທູດ ທີ່​ເຮັດ​ວຽກ​ກັບ​ການ​ນຳ​ສູນ AICAT. (ພາບ: VNA)

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ລີ໋ດືກຈູ່ງ ​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ລະອຽດກັບສູນ ​​ເພື່ອ​ໜູນ​ຊ່ວຍ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ບັນດາ​ນັກ​ບຳລຸງວິຊາຊີບ; ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີຈຳນວນ​ນັກ​ສຶກ​ສາ​ຫວຽດ​ນາມ ມາ​ຮ່ຳ​ຮຽນ​ຢູ່​ສູນໃນ​ໄລ​ຍະ​ຈະ​ມາ​ເຖິງ.

ປະຈຸ​ບັນ, ສູນ AICAT ມີ​ນັກບຳລຸງວິຊາຊີບ​ຫວຽດນາມ ປະມານ 80 ຄົນ​ພວມ​ຮ່ຳຮຽນ, ນອກຈາກນັ້ນ ກໍ່ຍັງມີ​ບັນດາ​ນັກບຳລຸງວິຊາຊີບທີ່ມາ​ຈາກ​ຫຼາຍ​ປະ​ເທດ​ອາຊີ ​ແລະ ອາ​ຟຼິກກາ. ມາ​ຮອດ​ປະ​ຈຸ​ບັນ, ນັກ​ບຳລຸງວິຊາຊີບ​ຫວຽດ​ນາມ​ທຸກ​ຄົນ​ທີ່​ຮ່ຳ​ຮຽນ​ຢູ່​ທີ່​ນີ້​ລ້ວນ​ແຕ່​ມີ​ສຸ​ຂະ​ພາບ​​ແຂງແຮງ, ປອດ​ໄພ.

ຫວ່າງ​ມໍ່ໆ​ມາ​ນີ້, ສະຖານທູດ​ຫວຽດນາມ ປະຈຳ ອິດສະຣາ​ແອນ ສືບ​ຕໍ່​ຮັກສາບັນດາໜ່ວຍງານແຈ້ງຂໍ້ມູນ​ຂ່າວ​ສານ​ກັບ​ບັນດາ​ນັກບຳລຸງວິຊາຊີບ​ຜ່ານ​ເຄືອ​ຂ່າຍ​ສັງຄົມ, ຈັດ​ຕັ້ງ​ບັນດາ​ກອງປະຊຸມ​ທາງອອນໄລ ​ເພື່ອອັບເດດຂໍ້ມູນ​ສະພາບ​ການ ​ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ທັງ​ຊີວິດອິນຊີ ​ແລະ ຊັບ​ສິນດ້ວຍຕົນເອງ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.