ພິທີມອບຫຼຽນກາມິດຕະພາບ ໂດຍລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ອົງການກາແດງແຂວງ ແທງຮວາ ແລະ ກອນຕູມ (ຫວຽດນາມ)

15:56 | 24/11/2023

ຍສໝ - ສະພາກາແດງແຂວງ ແທງຮ໋ວາ ແລະ ສະພາກາແດງແຂວງ ກອນຕູມ ໄດ້ມານະພະຍາຍາມຢ່າງມີປະສິດທິຜົນ ແລະ ປະກອບສ່ວນເຂົ້າໃນການເຄື່ອນໄຫວຮ່ວມມືມິດຕະພາບກັບສູນກາງອົງການກາແດງລາວ.

ແຂວງດຽນບຽນ ແລະ ແຂວງຫຼວງພະບາງ ໄດ້ແລກປ່ຽນປະສົບການໃນວຽກງານຂອງອົງການກາແດງ ແຂວງດຽນບຽນ ແລະ ແຂວງຫຼວງພະບາງ ໄດ້ແລກປ່ຽນປະສົບການໃນວຽກງານຂອງອົງການກາແດງ
ແຂວງ ປາກເຊ ມອບຫຼຽນກາມິດຕະພາບໃຫ້ ຫົວໜ້າກົງສຸນໃຫຍ່ ສສ ຫວຽດນາມ ແຂວງ ປາກເຊ ມອບຫຼຽນກາມິດຕະພາບໃຫ້ ຫົວໜ້າກົງສຸນໃຫຍ່ ສສ ຫວຽດນາມ

ວັນທີ 22 ພະຈິກ, ຢູ່ຮ່າໂນ້ຍດ ສູນກາງສະພາກາແດງ ຫວຽດນາມ ໄດ້ຈັດພິທີຮັບຫຼຽນໄຊມິດຕະພາບ ຈາກລັດຖະບານ ແຫ່ງ ສປປ.ລາວ. ການເຄື່ອນໄຫວຖືກດຳເນີນເນື່ອງໃນໂອກາດອົງການກາແດງແຫ່ງຊາດລາວ ມາຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສະພາກາແດງ ແລະ ຊິກວົງເດືອນແດງສາກົນ ອາຊີ - ປາຊີຟິກ ຄັ້ງທີ 11 ຢູ່ ຫວຽດນາມ.

ທີ່ພິທີ, ທ່ານ ພູທອນ ເມືອງປາກ, ປະທານອົງການກາແດງແຫ່ງຊາດລາວ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ 03 ໝູ່ຄະນະ: ຄະນະພົວພັນຕ່າງປະເທດ ແລະ ພັດທະນາ ສູນກາງສະພາກາແດງ ຫວຽດນາມ, ສະພາກາແດງແຂວງ ແທັງຮວ໊າ ແລະ ສະພາກາແດງແຂວງ ກອນຕູມ. ທ່ານພູທອນ ເມືອງປາກ ກ່າວວ່າ: “ຫຼຽນ​ໄຊ​ຄັ້ງ​ນີ້​ເປັນ​ຂີດ​ໝາຍ ​ແລະ ​ເປັນ​ກຽດ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ກາ​ແດງ ຫວຽດນາມ ​ແລະ ລາວ. ນີ້​ແມ່ນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ພັກ ​ແລະ ສອງ​ລັດ.”

ພິທີມອບຫຼຽນກາມິດຕະພາບ ໂດຍລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ອົງການກາແດງແຂວງ ແທງຮວາ ແລະ ກອນຕູມ (ຫວຽດນາມ)

ພິທີມອບຫຼຽນກາມິດຕະພາບ ໂດຍລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ອົງການກາແດງແຂວງ ແທງຮວາ ແລະ ກອນຕູມ (ຫວຽດນາມ)

ຕາງໜ້າໃຫ້ບັນດາໝູ່ຄະນະທີ່ໄດ້ຮັບຫຼຽນໄຊຄັ້ງນີ້, ທ່ານ ຫງວຽນກວັກແທັງ, ປະທານສະພາກາແດງ ແຂວງ ແທັງຮວ໊າ ໃຫ້ຮູ້ວ່າ: ຂອງຂວັນອັນສູງສົ່ງ ເຊິ່ງລັດຖະບານ ລາວ ມອບໃຫ້ບັນດາທ້ອງຖິ່ນ, ຫົວໜ່ວຍຕ່າງໆນັ້ນ ແມ່ນການລະດົມກຳລັງໃຈຢ່າງໃຫຍ່ຫຼວງ, ແມ່ນການຮັບຮູ້ທີ່ສຳຄັນສຳລັບຄວາມມານະພະຍາຍາມສູ້ຊົນຂອງໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບການເຊີດຊູໃນວຽກງານສະພາກາແດງ, ການເຄື່ອນໄຫວມະນຸດສະທຳສາກົນ:

“ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງອົງການກາແດງແຫ່ງຊາດ ລາວ ແລະ ສູນກາງສະພາກາແດງ ຫວຽດນາມ ສຳລັບຂອງຂວັນອັນສູງສົ່ງນີ້. ພວກຂ້າພະເຈົ້າຂໍໝັ້ນໝາຍວ່າ ຈະເພີ່ມທະວີການສົມທົບກັນຈັດຕັ້ງ, ຜັນຂະຫຍາຍບັນດາການເຄື່ອນໄຫວມະນຸດສະທຳສາກົນໃຫ້ຫຼາຍກວ່າອີກ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ, ຄວາມສະໜິດຕິດພັນລະຫວ່າງສອງປະເທດກວ່າອີກ”.

ໃນຫຼາຍປີຜ່ານມາ, ຄະນະພົວພັນຕ່າງປະເທດ ແລະ ພັດທະນາ ສູນກາງສະພາກາແດງ ຫວຽດນາມ, ສະພາກາແດງແຂວງ ແທັງຮວ໊າ ແລະ ສະພາກາແດງແຂວງ ກອນຕູມ ໄດ້ມີຫຼາຍຄວາມມານະພະຍາຍາມທີ່ມີປະສິດທິຜົນ ແລະ ປະກອບສ່ວນໃຫ້ແກ່ການເຄື່ອນໄຫວຮ່ວມມືມິດຕະພາບ ລະຫວ່າງອົງການກາແດງແຫ່ງຊາດ ລາວ ກັບສະພາກາແດງບັນດາແຂວງຢູ່ເຂດຊາຍແດນລາວ, ເປັນຕົ້ນແມ່ນບັນດາການເຄື່ອນໄຫວກໍ່ສ້າງ, ຝຶກອົບຮົມໃຫ້ພະນັກງານອົງການກາແດງ ລາວ ຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດາການເຄື່ອນໄຫວກ່ຽວກັບການເບິ່ງແຍງດູແລສຸຂະພາບ, ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າ, ການໜູນຊ່ວຍວິທີຫາເງິນລ້ຽງຊີບ ແລະ ວຽກງານສັງຄົມ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.