ນັກສຶກສາຫວຽດນາມ - ຍີ່ປຸ່ນ ຈຳນວນ 320 ຄົນ ໄດ້ພົບປະແລກປ່ຽນມິດຕະພາບຢູ່ຮ່າໂນ້ຍ

06:49 | 25/11/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 24 ພະຈິກ, ຢູ່​ໂຮງຮຽນ​ປະຖົມ ຫງວຽນ​ບ໋າຫງອກ (ຮ່າ​ໂນ້ຍ), ຄະນະ​ກຳມະການ​ແຫ່ງ​ຊາດ​ ກ່ຽວກັບ​ຊາວ​ໜຸ່ມຫວຽດນາມ, ຄະນະ​ຊາວ​ໜຸ່ມ​ເມືອງ ບາ​ດິ່ງ (ຮ່າ​ໂນ້ຍ) ​ແລະ ສູນ​ກາງພັດທະນາ​​​​ການ​ຮ່ວມ​ມື​ສາກົນຊາວ​ໜຸ່ມ​ ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ໂຄງການ​ແລກປ່ຽນ​ນັກຮຽນ​ຫວຽດນາມ - ຍີ່ປຸ່ນ ດ້ວຍ​ຫົວ​ຂໍ້. "ໄມຕີຈິດມິດຕະພາບ".

ຊາວໜຸ່ມຫວຽດນາມ - ຍີ່ປຸ່ນ 100 ຄົນ ຮຽນທັກສະການທູດ ຊາວໜຸ່ມຫວຽດນາມ - ຍີ່ປຸ່ນ 100 ຄົນ ຮຽນທັກສະການທູດ
ແນະນຳເລື່ອງພາບ Ehon ສອງພາສາຫວຽດນາມ - ຍີ່ປຸ່ນ ຈຳນວນ 100 ຫົວ ໃຫ້ແກ່ເດັກນ້ອຍຫວຽດນາມ ແນະນຳເລື່ອງພາບ Ehon ສອງພາສາຫວຽດນາມ - ຍີ່ປຸ່ນ ຈຳນວນ 100 ຫົວ ໃຫ້ແກ່ເດັກນ້ອຍຫວຽດນາມ

ໂຄງການ​ດັ່ງກ່າວ​ແມ່ນ​ຢູ່​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ຊາວ​ໜຸ່ມ ​ແລະ ນັກຮຽນ ຍີ່ປຸ່ນ - ອາຊີ​ຕາ​ເວັນ​ອອກ 2023 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນັກ​ສຶກສາ 320 ກວ່າ​ຄົນທີ່​ມາຈາກບັນດາໂຮງຮຽນ​ປະຖົມ ​ແລະ ມັດ​ທະ​ຍົມ​ຫວຽດນາມ ​ແລະ ໂຮງຮຽນ​ມັດທະຍົມ​ປາຍ Sumiyoshi (ຍີ່ປຸ່ນ).

ນັກສຶກສາຫວຽດນາມ - ຍີ່ປຸ່ນ ຈຳນວນ 320 ຄົນ ໄດ້ພົບປະແລກປ່ຽນມິດຕະພາບຢູ່ຮ່າໂນ້ຍ
ບັນດາ​ນັກ​ສຶກສາ​ຮ້ອງບົດເພງ​ມິດຕະພາບ ຍີ່​ປຸ່ນ - ຫວຽດນາມ “Tomodachi - ຄວາມຮັກໝູ່ເພື່ອນ”. (ພາບ: doanthanhnien.vn)

ຢູ່​ທີ່​ນີ້, ​ເດັກນ້ອຍ​ໄດ້​ຊົມ​ການ​ສະ​ແດງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງ​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ທາງ​ດ້ານ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ​ເຊັ່ນ: Mashup “ເດັກນ້ອຍຮູ້ຄວາມ”, “ຄວາມຮັກໝູ່ເພື່ອນທີ່​ມະຫັດສະຈັນ”, ການ​ຟ້ອນ​ພື້ນ​ເມືອງຂອງປະເທດ ​ຍີ່ປຸ່ນ “Kawachi Ondo”…

ບັນດານັກຮຽນໄດ້ພ້ອມກັນຮ້ອງເພງສອງພາສາ "Tomodachi - ຄວາມຮັກໝູ່ເພື່ອນ". ນີ້​ແມ່ນ​ບົດ​ເພງ​ຍ້ອງຍໍມິດຕະພາບ ​ຍີ່ປຸ່ນ - ຫວຽດນາມ ດ້ວຍ​ເນື້ອ​ໃນກ່ຽວກັບຄວາມຮັກແພງ​ທີ່​ສະ​ເໝີ​ພາບ ໂດຍ​ບໍ່​ຈຳແນກ​ໄລຍະຫ່າງ, ອາຍຸ, ຊົນ​ເຜົ່າ, ສີ​ຜິວ, ພຽງແຕ່ພວກ​ເຮົາ​ສາມັກຄີ, ​ເຂົ້າ​ໃຈ, ກໍ່ຈະພ້ອມ​ກັນ​ສ້າງ​ໂລກ​ທີ່​ດີງາມ, ມີ​ຄວາມ​ຜາ​ສຸກ. .

ນອກຈາກ​ນັ້ນ, ບັນດາ​ນັກ​ສຶກສາ ​ແລະ ບັນດາ​ຜູ້​ແທນກໍ່ໄດ້​ພ້ອມ​ກັນ​ແຕ້ມຕື່ມສີສັນ ​ແລະ ເຮັດສຳເລັດພາບກ່ຽວ​ກັບ​ຄວາມ​ງາມ​ຂອງ​ວັດທະນະທຳ ​ແລະ ມິດຕະພາບ​ລະຫວ່າງ 2 ປະ​ເທດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ.

ຜູ້ຕາງໜ້າ​ກຸ່ມ​ນັກຮຽນ​ຍີ່ປຸ່ນ ກໍ່ໃຫ້ຮູ້ວ່າ: ລາຍການ​ດັ່ງກ່າວ​ມີ​ຫຼາຍການ​ເຄື່ອນ​ໄຫວແລກປ່ຽນ​ທີ່​ມ່ວນ​ຊື່ນ ​ແລະ ມີ​ຄວາມ​ໝາຍ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຊຸກ​ຍູ້​ມູນເຊື້ອ​ປົກ​ປັກ​ຮັກ​ສາ​ການ​ພົວ​ພັນ​ທີ່​ດີ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ”.

ທ່ານ​ນາງ ຟ້າ​ມທິທຽນ​ງາ, ຜູ້ອຳນວຍການ​ໂຮງຮຽນ​ປະຖົມ ຫງວຽນ​ບ໋າຫງອກ (ບ່າ​ດິ່ງ, ຮ່າ​ໂນ້ຍ) ​ໃຫ້​ຮູ້​ວ່າ: ​ໂຮງຮຽນ​ມີ​ຄວາມ​ສົນ​ໃຈ​ໃນ​ການບຳລຸງ​ທາງດ້ານຄວາມຮູ້ສຶກ ​ແລະ ຄວາມ​ງາມ​ໃຫ້​ແກ່​ນັກຮຽນ, ​ໃນ​ນັ້ນ ​ມີ​ບຳລຸງ​ນ້ຳໃຈຂອງບັນດານ້ອງນັກຮຽນ​ກັບ​ໝູ່​ເພື່ອນ ​ແລະ ປະຊາຊົນ​ຍີ່ປຸ່ນ. ທ່ານ​ຫວັງ​ວ່າ ​ໃນ​ຕໍ່ໜ້າ, ບັນດາ​ໂຮງຮຽນ​ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຫຼາຍ​ກວ່າ​ອີກ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ນັກ​ສຶກສາ 2 ປະ​ເທດ.

ດີງເລື້ອງ

302 Found

Found

The document has moved here.