ຍສໝ - ວັນທີ 20 ມັງກອນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ສະມາຄົມຊາວ ຫວຽດນາມ ອາໄສຢູ່ Fukuoka, ສະຫະສະມາຄົມສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ ຢູ່ Kyushu ໄດ້ສົມທົບກັນຈັດວັນບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເພື່ອຕ້ອນຮັບບຸນເຕັດປີມະໂຣງ 2024.
ຍສໝ - ໂດຍສືບຕໍ່ວາລະຢ້ຽມຢາມ ຣູມານີ ຢ່າງເປັນທາງການ, ວັນທີ 21 ມັງກອນ ຜ່ານມາ, ທີ່ນະຄອນຫຼວງ ບູຄາເລດ, ທ່ານນາຍົກລົດຖະມົນຕີຫວຽດນາມ ຟາມມິງຈິ້ງ ໄດ້ພົບປະກັບບັນດາສະມາຄົມ, ອົງການຈັດຕັ້ງ, ເພື່ອນມິດ ຣູມານີ.
ຍສໝ - ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສົ່ງຄໍາອວຍພອນດີງາມທີ່ສຸດມາຍັງເອກອັກຄະລັດຖະທູດ, ທີ່ປຶກສາາຝ່າຍທະຫານ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ ແລະຫ້ອງການທີ່ປຶກສາຝ່າຍທະຫານ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ.
ຍສໝ - ໃນລາຍການມີຫຼາຍການເຄື່ອນໄຫວວັດທະນະທຳທີ່ຟົດຟື້ນມ່ວນຊື່ນ, ເຕັມໄປດ້ວຍຈຸດຄວາມງາມໃນຮີດຄອງປະເພນີຂອງປະຊາຊົນ ຢູ່ເຂດຊາຍແດນ, ຄື: ຫໍ່ເຂົ້າຕົ້ມ, ກໍ່ກອງໄຟຕັ້ງຄ້າຍ, ແຂ່ງຂັນກັນຕຳເຂົ້າໜົມໄຢ່, ລາຍການສະແດງສິລະປະ...
ຍສໝ - ວັນທີ 16 ມັງກອນນີ້, ຢູ່ເມືອງວັງວຽງ, ແຂວງວຽງຈັນ, ໄດ້ຈັດພິທີມອບ-ຮັບກິດຈະກຳ ສຳນັກງານກອງບັນຊາການກອງພົນທະຫານບົກເລກ 1 ກອງທັບປະຊາຊົນລາວ. ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ທີ່ມອບໃຫ້ກະຊວງປ້ອງກັນປະເທດລາວ.
ຍສໝ - ວັນທີ 6 ພະຈິກນີ້, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ສົມທົບກັບອົງການສະຫະປະຊາຊາດ ເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ເສີມຂະຫຍາຍສິດຂອງແມ່ຍິງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງໂຄງການປະຕິບັດງານແຫ່ງຊາດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.
ຍສໝ - ໃນວັນທີ 19 ມັງກອນ, ຢູ່ສູນກອງປະຊຸມແຫ່ງຊາດ, ນະຄອນຫຼວງ ວຽງຈັນ, ໄດ້ຈັດພິທີມິດຕິງລະດັບຊາດ, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ (20 ມັງກອນ 1949 – 20 ມັງກອນ 2024).
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານເອກອັກຄະລັດຖະທູດ ຣູມານີ ປະຈຳ ຫວຽດນາມ ນາງ Cristina Romila ກ່ອນການໄປຢ້ຽມຢາມ ຣູມານີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ການຢ້ຽມຢາມ ໄດ້ດຳເນີນເນື່ອງໃນໂອກາດທີ່ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກ (WEF).
ຍສໝ - ທ່ານພົນໂທ ຝຸ່ງສີ໊ເຕີນ ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ລາວ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຊຸກຍູ້ ແລະຜັນຂະຫຍາຍຢ່າງມີປະສິດທິຜົນ, ພິເສດແມ່ນໃນບັນດາຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນ (ພິເສດແມ່ນຄະນະຜູ້ແທນຂັ້ນສູງ), ການບຳລຸງສ້າງຊັບພະຍາກອນມະນຸດ, ການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີລະຫວ່າງສອງປະເທດ ແລະສອງກອງທັບ, ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ..
ຍສໝ - ຕອນບ່າຍວັນທີ 20 ທັນວາ, ຢູ່ ໂຕກຽວ (ຍີ່ປຸ່ນ), ທ່ານພົນຈັດຕະວາ ຫວູຈຸງກຽນ, ຮອງຜູ້ບັນຊາການກົດໝາຍຕຳຫຼວດທະເລ ຫວຽດນາມ ແລະ ທ່ານພົນເຮືອຕີ Watanabe Yasunori, ຮອງຜູ້ບັນຊາການຍຸດທະການກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໄດ້ເປັນປະທານຮ່ວມທີ່ກອງປະຊຸມສອງຝ່າຍຄັ້ງທີ 10 ລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ.
ຍສໝ - ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອພັກ, ລັດ ແລະປະຊາຊົນສອງປະເທດຍາມໃດກໍ່ພ້ອມກັນປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ.
ຍສໝ - ແຕ່ວັນທີ 19 - 22 ກຸມພາ, ກອງປະຊຸມຂັ້ນລັດຖະມົນຕີອົງການອາຫານ ແລະ ການກະເສດ ສປຊ (FAO) ພາກພື້ນ ອາຊີ - ປາຊີຟິກ (APRC) ຄັ້ງທີ 37 ດຳເນີນໄປຢູ່ນະຄອນ Colombo, ປະເທດ ສີລັງກາ, ດ້ວຍໂຄງການດຳເນີນງານສຸມໃສ່ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຫັນປ່ຽນລະບົບອາຫານ, ທັນຍາຫານ.
ຍສໝ - ນີ້ກໍ່ແມ່ນໂອກາດເພື່ອໃຫ້ລຸ້ນໜຸ່ມຂອງສອງປະເທດໄດ້ພົບປະແລກປ່ຽນ ແລະຮຽນຮູ້ຜ່ານການເຄື່ອນໄຫວວັດທະນະທຳ, ສິລະປະ.
ຍສໝ - ຕອນບ່າຍວັນທີ 17 ມັງກອນ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Davos ປະເທດສະວິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານ Okonjo-Iweala ຜູ້ອຳນວຍການໃຫຍ່ WTO.
ຍສໝ - ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງ, ນັກຂ່າວໄດ້ມີການສຳພາດ ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນເຢຍລະມັນ.
ຍສໝ - ຕອນບ່າຍວັນທີ 18 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານ ກຳມາທິການ ການຄ້າສາກົນ ຂອງລັດຖະສະພາ ເອີລົບ Bernd Lange.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ເມືອງວຽງໄຊ, ແຂວງຫົວພັນ (ທາງພາກເໜືອຂອງລາວ), ໄດ້ຈັດຕັ້ງພິທີເປີດ ແລະ ມອບໝາຍການກໍ່ສ້າງສວນສາທາລະນະມິດຫວຽດນາມ - ລາວ. ນີ້ແມ່ນຂອງຂວັນທີ່ຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ໃຫ້ແກ່ຄະນະພັກ ແລະ ລັດຖະບານເມືອງວຽງໄຊ ແຂວງຫົວພັນ, ລາວ ເພື່ອສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ.
ຍສໝ - ຕອນເຊົ້າວັນທີ 16 ມັງກອນ, ຢູ່ຮ່າໂນ້ຍ, ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳຫວຽດນາມ (EuroCham) ໄດ້ຈັດພິທີໄຂງານວາງສະແດງປຶ້ມຂາວປະຈຳປີ ຄັ້ງທີ 15.
ຍສໝ - ໂດຍໄດ້ຮູ້ວ່າ ຕະຫຼາດຊາຍແດນ ນໍ້າກັ່ນ ໄດ້ຮັບການກໍ່ສ້າງມາແຕ່ດົນນານແລ້ວ, ສະແດງໃຫ້ເຫັນນໍ້າໃຈມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ. ນອກຈາກການຊື້-ຂາຍສິນຄ້າ, ປະຊາຊົນ ແລະນັກທ່ອງທ່ຽວຫຼາຍຄົນຍັງມາຕະຫຼາດເພື່ອຢ້ຽມຢາມ ແລະຊອກຮູ້ວັດທະນະທຳ, ອາຫານການກິນຂອງປະຊາຊົນເຂດພູດອຍສອງປະເທດ.
ຍສໝ - ຄາດວ່າ ໃນຖ້ຽວການໄປປະຕິບັດງານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເປັນປະທານ, ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ບັນດາເຫດການໃນຂອບເຂດກອງປະຊຸມ WEF Davos 2024.