ການພົບປະແລກປ່ຽນປະຊາຊົນຢ່າງແໜ້ນແຟ້ນ ແມ່ນພື້ນຖານຂອງການພົວພັນ ຫວຽດນາມ - ຣູມານີ

10:14 | 20/01/2024

ຍສໝ - ນີ້​ແມ່ນຄຳ​ປາໄສຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມາ​ນີ ປະ​ຈຳ ​ຫວຽດ​ນາມ ​ນາງ Cristina Romila ກ່ອນການໄປຢ້ຽມ​ຢາມ ຣູ​ມາ​ນີ ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວຽດ​ນາມ ຟ້າມ​ມິງ​ຈິງ. ການ​ຢ້ຽມ​ຢາມ ​ໄດ້​ດຳ​ເນີນ​ເນື່ອງໃນ​ໂອ​ກາດ​ທີ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 54 ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF).

ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງຫວຽດນາມ ແລະ ຣູມານີ ຍັງມີຫຼາຍຄຳໝັ້ນສັນຍາ ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງຫວຽດນາມ ແລະ ຣູມານີ ຍັງມີຫຼາຍຄຳໝັ້ນສັນຍາ
HUFO ສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດ ຣູມານີ ຄົບຮອບ 104 ປີ HUFO ສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດ ຣູມານີ ຄົບຮອບ 104 ປີ

ໂດຍແລກປ່ຽນກັບນັກ​ຂ່າວ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ນາງ Cristina Romila ໄດ້ໃຫ້ຂໍ້ສັງເກດ​ວ່າ: ການ​ຢ້ຽມຢາມ​ແມ່ນ​ໂອກາດ​ເພື່ອ​ຊຸກຍູ້​ການພົບປະສົນທະນາຂັ້ນ​ນາຍົກລັດຖະມົນຕີລະຫວ່າງ ຣູມາ​ນີ ​ແລະ ຫວຽດນາມ. ການ​ຢ້ຽມຢາມ​ຍັງ​ມີລັກສະນະເປັນ​ສັນຍາ​ລັກ, ​ເນັ້ນ​ໃຫ້​ເຫັນ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ທີ່ແໜ້ນ​ແຟ້ນ, ໂດຍໄດ້​ກາຍ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງຝ່າຍ​ໃນ​ຕະຫຼອດ 74 ປີຜ່ານມາ ນັບ​ແຕ່​ສອງ​ປະ​ເທດໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ວັນ​ທີ 3 ກຸມພາ 1950.

“ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ອາດ​ນຳ​ມາ​ເຊິ່ງຄຸນຄ່າ​ເພີ່ມທະວີ​ໃຫ້​ແກ່​ບັນດາ​ການພັດທະນາຢ່າງຕັ້ງໜ້າທີ່​ພວກ​ເຮົາ​ໄດ້ຮັບຮູ້​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ໄດ້ສະແດງມຫ້ເຫັນຜ່ານ​ການສົນທະນາ​ສອງ​ຝ່າຍ, ບັນດາຂໍ້ຕົກລົງ​ຮ່ວມ​ມືກໍຄືໃນ​ຂົງ​ເຂດ​ເສດຖະກິດ.

ການພົບປະແລກປ່ຽນປະຊາຊົນຢ່າງແໜ້ນແຟ້ນ ແມ່ນພື້ນຖານຂອງການພົວພັນ ຫວຽດນາມ - ຣູມານີ
ທ່ານ​​ເອກ​ອັກຄະ​ລັດຖະທູດ ​ນາງ Cristina Romila

ການຢ້ຽມຢາມຄັ້ງນີ້ຈະກາຍເປັນຂີດໝາຍທີ່ສຳຄັນໃນການພົວພັນທາງການທູດ ຫວຽດນາມ - ຣູມານີ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ຝ່າຍກາຍເປັນແທດຈິງ ແລະ ເລິກເຊິ່ງກ່ວາອີກ, ຊ່ວຍເພີ່ມທະວີຄວາມເຂົ້າໃຈກ່ຽວກັບບັນດາບຸລິມະສິດ ແລະ ຜົນປະໂຫຍດຂອງແຕ່ລະຝ່າຍ”, ທ່ານເອກອັກຄະລັດຖະທູດ ​ນາງ Cristina Romila ກ່າວ.

ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມເມື່ອທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ຮຽນ​ຈົບ​ມະຫາວິທະຍາ​ໄລກໍສ້າງ Bucharest ຢູ່ ຣູມານີ ແລະ ທ່ານ​ຍັງ​ໄດ້​ເຮັດ​ວຽກ​ຢູ່​ສະຖານທູດ ຫວຽດນາມ ປະຈຳ ຣູມານີ (1991 – 1994).

ເມື່ອທົບ​ທວນ​ຄືນ​ບາງ​​ຜົນ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ ​ຫວຽດ​ນາມ - ຣູ​ມາ​ນີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ໃຫ້ຮູ້ວ່າ: ຣູ​ມາ​ນີ​ ​ແມ່ນໜຶ່ງໃນບັນດາ​ປະ​ເທດ​ທຳ​ອິດ​ທີ່ສ້າງ​ຕັ້ງ​ການ​ພົວ​ພັນ​ກັບ ​ຫວຽດ​ນາມ. ນັບ​ແຕ່​ການໄປຢ້ຽມ​ຢາມຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ, ໃນໄລຍະ 5 ປີ​ຜ່ານ​ມາ ໄດ້​ຢືນ​ຢັນ​ຄືນຄວາມມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ ຜ່ານ​ການ​ຊຸກ​ຍູ້​ການ​ສົນທະນາຂັ້ນສູງ ແລະ ການ​ຮ່ວມ​ມື​ແກ້ໄຂບັນດາສິ່ທ້າທາຍໃຫຍ່​ເຊັ່ນ ໂລກ​ລະ​ບາດ Covid-19, ຫຼື​ບັນ​ດາ​ຄວາມ​ພະ​ຍາ​ຍາມ​ອົບພະຍົບພົນລະ​ເມືອງ ​ຫວຽດນາມ ກວ່າ 1,000 ຄົນອອກ​ຈາກ​ບັ້ນການ​ປະທະກັນ​ຢູ່​ ອູແກຣນ.

ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ ຍັງບັນລຸໄດ້ບາດກ້າວພັດທະນາ​ຢ່າງ​ຕັ້ງໜ້າ, ຊ່ວຍ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ການ​ສຶກສາ ​ແລະ ການດຳເນີນທຸລະ​ກິດ. ຜູ້ຕາງໜ້າ​ຂອງ​ມະຫາວິທະຍາ​ໄລ ຣູມານີ 30 ກວ່າ​ແຫ່ງ​ໄດ້​ມາ​ຢ້ຽມຢາມ ​ຫວຽດນາມ ​ໃນ 2 ປີຜ່ານມາ; ວົງດົນຕີປະສານສຽງ Bucharest ທີ່ມີຊື່ສຽງກໍ່ເຄີຍມາສະແດງຢູ່ຫວຽດນາມ ໃນປີ 2022 ແລະ 2023 ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ແລະ ດາລາດ.

ຄະ​ນະ​ຜູ້​ແທນ​ດ້ານ​ເສດ​ຖະ​ກິດ​ຈຳ​ນວນ​ຫນຶ່ງ​ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຊອກ​ຫາ​ກາ​ລະ​ໂອ​ກາດ​ໃໝ່​ເພື່ອເຮັດໃຫ້ການ​ຮ່ວມ​ມືດ້ານເສດ​ຖະ​ກິດ​ສອງ​ຝ່າຍເລິກເຊິ່ງ ແລະ ຫັນເປັນຫຼາຍຮູບຫຼາຍແບບກວ່າອີກ.

ໃນ​ອາຍຸການຢູ່​ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ນາງ Cristina Romila ໃຫ້ຮູ້ວ່າ ຝ່າຍ ຣູ​ມາ​ນີ ຈະ​ມີ​ບັນດາ​ບຸລິມະສິດ​ສຳຄັນ​ຄື: ​ເພີ່ມ​ທະວີ​ການ​ພົບປະດ້ານ​ການ​ເມືອງ ​ແລະ ການ​ທູດ​ຂັ້ນ​ສູງ, ຫັນເປັນຫຼາຍຮູບຫຼາຍແບບການ​ແລກປ່ຽນ​ດ້ານເສດຖະກິດ, ​ເພີ່ມ​ທະວີ​ການ​ພົວພັນ​ປະຊາຊົນ, ກໍ່ສ້າງບັນດາຂົວ​ໃໝ່ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານວິຊາການ

"ສາຍ​ພົວພັນ​​ທີ່​ເປັນ​ມູນ​ເຊື້ອ, ຄວາມມິດຕະພາບຢ່າງແໜ້ນແຟ້ນລະຫວ່າງ 2 ປະ​ເທດ, ພ້ອມກັບຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງລາຍການດຳເນີນງານ 2 ຝ່າຍ ໄດ້ຊ່ວຍສ້າງເງື່ອນໄຂສະດວກ ເພື່ອໃຫ້ 2 ປະເທດມຸ່ງໄປເຖິງອະນາຄົດທີ່​ເຕັມໄປດ້ວຍຄວາມຫວັງທີ່ທາງໜ້າ", ທ່ານ​ເອກ​ອັກຄະ​ລັດຖະທູດ ​ນາງ Cristina Romila ຕີລາຄາ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.