ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນເຢຍລະມັນ: ສາຍພົວພັນຫວຽດນາມ-ເຢຍລະມັນ ສືບຕໍ່ເຂົ້າສູ່ລວງເລິກ ແລະພັດທະນາຢ່າງແທ້ຈິງ

00:00 | 19/01/2024

ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນເຢຍລະມັນ: ສາຍພົວພັນຫວຽດນາມ-ເຢຍລະມັນ ສືບຕໍ່ເຂົ້າສູ່ລວງເລິກ ແລະພັດທະນາຢ່າງແທ້ຈິງ

ຊຸກຍູ້ການຮ່ວມມືພັດທະນາຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ເຢຍລະມັນ ແລະຫວຽດນາມ ຊຸກຍູ້ການຮ່ວມມືພັດທະນາຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ເຢຍລະມັນ ແລະຫວຽດນາມ
ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz

ພາຍຫຼັງ 1 ກວ່າປີທີ່ທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເດືອນພະຈິກ ປີ 2022, ທ່ານ Frank-Walter Steinmeier ປະທານາທິບໍດີສະຫະພັນເຢຍລະມັນ ພ້ອມດ້ວຍພັນລະຍາ Elke Büdenbender ໄດ້ມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນຊຸມວັນຕົ້ນປີ 2024. ເນື່ອງໃນໂອກາດນີ້, ນັກຂ່າວໄດ້ມີການສຳພາດ ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນເຢຍລະມັນ.

ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນເຢຍລະມັນ: ສາຍພົວພັນຫວຽດນາມ-ເຢຍລະມັນ ສືບຕໍ່ເຂົ້າສູ່ລວງເລິກ ແລະພັດທະນາຢ່າງແທ້ຈິງ

ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານຕີລາຄາຄືແນວໃດ ກ່ຽວກັບຄວາມຄືບໜ້າໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະສະຫະພັນເຢຍລະມັນ ໃນໄລຍະມໍ່ໆມານີ້, ພິເສດແມ່ນນັບແຕ່ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz ໃນເດືອນພະຈິກ ປີ 2022?

ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນເຢຍລະມັນ: ໃນຊຸມປີມໍ່ໆມານີ້, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະສະຫະພັນເຢຍລະມັນ ສືບຕໍ່ເຂົ້າສູ່ລວງເລິກໃນຫຼາຍຂົງເຂດ, ພິເສດແມ່ນນັບແຕ່ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz ໃນເດືອນພະຈິກ ປີ 2022. ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ສືບຕໍ່ໄດ້ຮັບການເພີ່ມທະວີໂດຍຜ່ານການພົບປະຂັ້ນສູງ ແລະທຸກຂັ້ນຫຼາຍຄັ້ງ. ເຢຍລະມັນ ຍັງຄົງເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ສະຫະພາບເອີລົບ (ອີຢູ) ແລະຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງເຢຍລະມັນ ຢູ່ອາຊີຕາເວັນອອກສ່ຽງໃຕ້. ວົງເງິນການຄ້າສອງຝ່າຍໃນປີ 2023 ບັນລຸກວ່າ 11 ຕື້ໂດລາສະຫະລັດ ຕາມຕົວເລກສະຖິຕິຂອງຫວຽດນາມ ແລະບັນລຸ 17,12 ຕື້ໂດລາສະຫະລັດ ຕາມຕົວເລກສະຖິຕິຂອງອົງການສະຖິຕິສະຫະພັນ ເຢຍລະມັນ - Destatis.

ຫວຽດນາມ ມີ 37 ໂຄງການລົງທຶນ ຢູ່ຕະຫຼາດເຢຍລະມັນ ທີ່ຍັງມີຜົນສັກສິດ, ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 283,3 ລ້ານໂດລາສະຫະລັດ. ພິເສດ, ສອງຝ່າຍໄດ້ມີຫຼາຍບາດກ້າວພັດທະນາໃໝ່ເພື່ອແນໃສ່ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈໃນສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຢ່າງແຮງ, ໃນນັ້ນ ມີການປະຕິບັດແຜນການຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດໃນໄລຍະຕ່າງໆ ແລະຫວ່າງແລ້ວນີ້ ແມ່ນການລົງນາມໃນຂໍ້ຕົກລົງແຜນການດໍາເນີນງານຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ ໄລຍະ 2023-2025, ລົງນາມ ແລະຜັນຂະຫຍາຍບາງກອບການຮ່ວມມືໃໝ່ ຄື: ບົດບັນທຶກຊ່ວຍຈໍາ (MOU) ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ,… ກໍຄືຕັ້ງໜ້າແລກປ່ຽນຄະນະຜູ້ແທນທຸກຂັ້ນ. ບັນດາຂອບເຂດຜັນຂະຫຍາຍການທູດເສດຖະກິດ ກໍໄດ້ຮັບການເພີ່ມທະວີ ແລະເປີດກວ້າງດ້ວຍຫຼາຍບາດກ້າວທີ່ສຳຄັນ.

ຂົງເຂດສຳຄັນອື່ນອີກທີ່ສອງຝ່າຍບັນລຸໄດ້ຜົນງານແຫ່ງການຮ່ວມມືຫຼາຍຢ່າງ ນັ້ນແມ່ນການພັດທະນາສີຂຽວ, ການຫັນປ່ຽນພະລັງງານ ແລະຕ້ານການປ່ຽນແປງຂອງດິນຟ້າອາກາດ, ເມື່ອສະຫະພັນເຢຍລະມັນ ສືບຕໍ່ໜູນຊ່ວຍຢ່າງຕັ້ງໜ້າເພື່ອໃຫ້ ຫວຽດນາມ ຜັນຂະຫຍາຍຄຳໝັ້ນສັນຍາໃນຂອບເຂດຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທໍາ (JETP) ແລະ ວິສາຫະກິດຂອງສອງປະເທດ ເປັນເຈົ້າການກໍາແໜ້ນບັນດາກາລະໂອກາດຮ່ວມມືໃນຂົງເຂດນີ້. ພວກເຮົາດີໃຈທີ່ສຸດເມື່ອເຫັນບັນດາໝາກຜົນສຳຄັນໃນຂົງເຂດການທູດວັດທະນະທຳ, ການພົວພັນຕ່າງປະເທດ ແລະການພົບປະແລກປ່ຽນປະຊາຊົນດ້ວຍຫຼາຍກິດຈະກຳ ໄດ້ຮັບການຈັດຕັ້ງຢູ່ທັງສອງປະເທດ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດຕີລາຄາຄືແນວໃດຕໍ່ຄວາມໝາຍ ແລະຄວາມສຳຄັນຂອງການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງປະທານາທິບໍດີສະຫະພັນເຢຍລະມັນ Frank-Walter Steinmeier ຄັ້ງນີ້?

ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນເຢຍລະມັນ: ການຢ້ຽມຢາມສຸດທີ່ສໍາຄັນຄັ້ງນີ້ຂອງປະທານາທິບໍດີສະຫະພັນເຢຍລະມັນ Frank-Walter Steinmeier ພ້ອມດ້ວຍພັນລະຍາ ດຳເນີນໄປໃນສະພາບການພົວພັນສອງຝ່າຍສືບຕໍ່ເຂົ້າສູ່ລວງເລິກ ແລະມີບາດກ້າວພັດທະນາຢ່າງແທ້ຈິງໃນຫຼາຍຂົງເຂດ. ດ້ວຍມູນເຊື້ອຂອງຫວຽດນາມ, ຫວັງວ່າ ການຕ້ອນຮັບແຂກທີ່ມາຈາກແດນໄກໃນຕົ້ນປີໃໝ່ ແລະກ່ອນບຸນປີໃໝ່ປະຈໍາຊາດ 2024 ຈະນຳມາເຊິ່ງຫຼາຍສິ່ງທີ່ດີງາມ ແລະສ້າງກຳລັງແຮງໃໝ່ໃຫ້ແກ່ການພົວພັນສອງຝ່າຍ ຫວຽດນາມ - ເຢຍລະມັນ ໃນໄລຍະຈະມາເຖິງ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ຂໍໃຫ້ຮູ້ເນື້ອໃນພົ້ນເດັ່ນໃນການຢ້ຽມຢາມຄັ້ງນີ້ແມ່ນຫຍັງແດ່?

ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນເຢຍລະມັນ: ໜຶ່ງໃນບັນດາເນື້ອໃນສຳຄັນຂອງການຢ້ຽມຢາມແມ່ນການຮ່ວມມືດ້ານເສດຖະກິດ ແລະການຄ້າ, ເພາະວ່າ ຮ່ວມເດີນທາງພ້ອມກັບປະທານາທິບໍດີ Frank-Walter Steinmeier ແມ່ນຄະນະວິສາຫະກິດໃຫຍ່ຂອງເຢຍລະມັນ ທີ່ດຳເນີນທຸລະກິດໃນຫຼາຍຂະແໜງອາຊີບ.

ຫວຽດນາມ ໄດ້ກາຍເປັນສະຖານທີ່ດຶງດູດແຖວໜ້າຕໍ່ກັບວິສາຫະກິດຂອງເຢຍລະມັນ. ພະລັງງານທົດແທນ, ການຫັນເປັນສີຂຽວ ແລະການພັດທະນາແບບຍືນຍົງ, ອຸດສາຫະກຳການປະດິດສ້າງ, ການບໍລິການ, ພະລາທິການ, ການສຶກສາ... ແມ່ນບຸລິມະສິດຮ່ວມມືຂອງທັງສອງຝ່າຍ.

ອີກຂົງເຂດໜຶ່ງທີ່ສອງຝ່າຍມີຄວາມສົນໃຈທີ່ສຸດ ແມ່ນການຮ່ວມມືບໍາລຸງສ້າງວິຊາອາຊີບ ແລະສົ່ງຜູ້ອອກແຮງງານທີ່ມີສີມືແຮງງານດີຂອງຫວຽດນາມ ໄປເຮັດວຽກຢູ່ເຢຍລະມັນ ໃນສະພາບທີ່ເຢຍລະມັນ ຂາດແຄນຄົນງານຢ່າງຮ້າຍແຮງ. ຄາດວ່າ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ແລະລັດຖະມົນຕີກະຊວງແຮງງານ ແລະສັງຄົມເຢຍລະມັນ ຈະລົງນາມໃນຈົດໝາຍເຫດ ວ່າດ້ວຍການຮ່ວມມືດ້ານແຮງງານລະຫວ່າງສອງປະເທດໃນການຢ້ຽມຢາມຄັ້ງນີ້.

ນອກຈາກນັ້ນ, ປະທານາທິບໍດີ ແລະຄະນະ ກໍ່ໄປຢ້ຽມຢາມ ແລະສຳຫຼວດບາງໂຄງການ “ຫໍປະພາຄານ” ຂອງເຢຍລະມັນ ຢູ່ນະຄອນໂຮ່ຈີມິນ ແລະ ຂົງເຂດອ້ອມຂ້າງໃນໄລຍະຜ່ານມາ, ເຊັ່ນ: ເຮືອນເຢຍລະມັນ, ມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ ຫຼື ເສັ້ນທາງລົດໄຟ Metro ເລກ 2. ນອກຈາກນັ້ນ, ການຢ້ຽມຢາມຄັ້ງນີ້ຍັງມີບາງກິດຈະກຳທາງດ້ານວັດທະນະທຳ ແລະ ການທູດປະຊາຊົນທີ່ເປັນເອກະລັກສະເພາະອີກດ້ວຍ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.