ຍູ້ແຮງການຮ່ວມມືລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ

06:47 | 20/01/2024

ຍສໝ - ຕອນບ່າຍວັນທີ 20 ທັນວາ, ຢູ່ ໂຕກຽວ (ຍີ່ປຸ່ນ), ທ່ານພົນຈັດຕະວາ ຫວູຈຸງກຽນ, ຮອງຜູ້ບັນຊາການກົດໝາຍຕຳຫຼວດທະເລ ຫວຽດນາມ ແລະ ທ່ານພົນເຮືອຕີ Watanabe Yasunori, ຮອງຜູ້ບັນຊາການຍຸດທະການກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໄດ້ເປັນປະທານຮ່ວມທີ່ກອງປະຊຸມສອງຝ່າຍຄັ້ງທີ 10 ລະຫວ່າງ​ຕຳຫຼວດທະເລ ຫວຽດ​ນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສຸດ​ທ້າຍ​ຂອງ​ປີ 2023 ​ໃນບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່​ປຸ່ນ, 75 ປີ​ແຫ່ງ​ວັນມູນເຊື້ອກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ແລະ 25 ປີ​ແຫ່ງ​ວັນມູນເຊື້ອ​ຕຳຫຼວດທະເລ ຫວຽດນາມ.

ຕາມຜູ້ຕາງໜ້າພິ​ເສດ​ສຳ​ນັກ​ຂ່າວສານ​ ຫວຽດນາມ​ ປະຈຳ ໂຕ​ກຽວ ​ແລ້ວ, ກອງ​ປະຊຸມ​ດັ່ງກ່າວ ຢູ່ໃນຂອບ​ເຂດ​ການ​ໄປປະຕິບັດງານຢູ່ ​ຍີ່ປຸ່ນ ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຕຳຫຼວດທະເລ ຫວຽດນາມ ​ໂດຍທ່ານພົນຈັດຕະວາ ຫວູຈຸງກຽນ ເປັນຫົວໜ້າຄະນະ ໃນລະຫວ່າງວັນ​ທີ 19 - 22 ທັນວາ.

ຍູ້ແຮງການຮ່ວມມືລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ

ຄະນະ​ຜູ້​ແທນປະຕິບັດງານຕຳຫຼວດທະເລ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​​ຕີ​ລາຄາ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່​ພົ້ນ​ເດັ່ນ, ລວມ​ມີ: ການ​ສົ່ງກຳປັ່ນຂອງ​ກຳລັງສອງ​ປະ​ເທດ​ມາ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ​ແລະ ສົມທົບ​ການຝຶກຊ້ອມປອດການສູ້ລົບຢູ່​ທະ​ເລ; ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ສຳເລັດບັນດາລະບຽບການໂຄງການ/​ບໍ່​ເປັນໂຄງການທັງໝົດທີ່ ຍີ່ປຸ່ນ​ ໜູນຊ່ວຍຍົກສຸງກຳລັງຄວາມສາມາດໃນການປະຕິບັດ​ກົດໝາຍ​ຢູ່ທະເລ ໃຫ້ແກ່ຕຳຫຼວດທະເລ ຫວຽດນາມ ແລະ ກອງ​ປະຊຸມ​ສອງ​ຝ່າຍຄັ້ງ​ທີ 10 ລະຫວ່າງ​ສອງ​ຝ່າຍ.

ກ່າວຄຳປາໄສທີ່ກອງປະຊຸມ, ທ່ານພົນຈັດຕະວາ ຫວູຈຸງກຽນ ເນັ້ນໜັກວ່າ ບັນດາການເຄື່ອນໄຫວຮ່ວມມືທັງໝົດລະຫວ່າງສອງກຳລັງໃນປີ 2023 ໄດ້ຮັບການປະຕິບັດຢ່າງຈິງຈັງ, ມີປະສິດທິຜົນ; ປະກອບສ່ວນ​ຢ່າງແທດຈິງ​ເຂົ້າ​ໃນ​ຫຼາຍ​ກວ່າ 500 ກິດຈະກຳ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ. ຜ່ານນັ້ນ, ບັນດາ​ການ​ເຄື່ອນ​ໄຫວກໍ່​ຊ່ວຍ​ໃຫ້​ຕຳຫຼວດທະເລ ຫວຽດນາມ ກໍຄືກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ຍົກສູງຄວາມສາມາດປະຕິບັດກົດໝາຍຢູ່ທະເລ.

ທ່ານ​ຮອງຜູ້ບັນຊາການກົດໝາຍຕຳຫຼວດທະເລ ຫວຽດນາມ ກໍ່​ແບ່ງປັນ​ວ່າ ໃນ​ການ​ຢ້ຽມຢາມ ຍີ່ປຸ່ນ ​ເມື່ອ​ບໍ່​ດົນ​ມາ​ນີ້​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ, ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ຍົກລະດັບການ​ພົວພັນຂຶ້ນເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ເພື່ອ​ສັນຕິພາບ ​ແລະ ວັດທະນາຖາວອນ​ຢູ່ ​ອາຊີ ​ແລະ ​ໃນ​ໂລກ” ແລະ ໃນຖະແຫຼງການຮ່ວມຂອງ​ການ​ຢ້ຽມຢາມ​ໄດ້​ໄດ້ເຕື້ອງເຖິງວຽກສອງ​ຝ່າຍ "ເຫັນ​ດີ​ເປັນເອກະພາບຊຸກຍູ້​ການ​ຮ່ວມ​ມືກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງ​ຢູ່​ທະ​ເລ​ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ລວມມີ ການຝຶກຊ້ອມຮ່ວມ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ແລະ ຍົກສູງຄວາມ​ສາມາດ​ຂອງ​ກຳລັງ​ຕຳຫຼວດທະເລສອງປະເທດ". ນີ້​ແມ່ນ​ຫຼັກຖານພະຍານທີ່​ຈະ​ແຈ້ງ​ທີ່​ສຸດ​ເພື່ອ​ໃຫ້​ການ​ນຳ​ສອງ​ປະ​ເທດ​ ຫວຽດນາມ - ຍີ່ປຸ່ນ ​ໄດ້ຮອງຮັບການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ກຳລັງ ​ແລະ ຍາມ​ໃດ​ກໍ່​ມີ​ຄວາມ​ສົນ​ໃຈ​ເຖິງການພັດທະນາ​ການ​ພົວພັນ​ຮ່ວມ​ມື​ນີ້​ໃນ​ອະນາຄົດ ເພື່ອເປົ້າ​ໝາຍ​ຮ່ວມ​ມື​ກໍ່ສ້າງ​ເຂດ​ທະ​ເລທີ່​ໝັ້ນຄົງ, ​ປອດ​ໄພ, ສັນ​ຕິ​ພາບ, ມີການ​ຮ່ວມ​ມື, ມິດ​ຕະ​ພາບ​ ແລະ​ ການ​ພັດ​ທະ​ນາ.

ສິ້ນ​ສຸດ​ກອງ​ປະຊຸມ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ປີ 2024, ລວມມີການຈັດ​ຕັ້ງ​ກອງ​ປະຊຸມ 2 ຝ່າຍ ຄັ້ງ​ທີ 11 ລະຫວ່າງ​ 2 ກຳລັງ ຢູ່ ຫວຽດນາມ.

ກໍ​ໃນ​ຂອບ​ເຂດ​ການໄປ​ປະຕິບັດງານ, ຄະນະ​ຜູ້​ແທນ​ຕຳຫຼວດທະເລ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບຜູ້ບັນຊາການກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ, ພົບ​ປະ​ກັບ​ອະດີດ​ຮອງ​ຜູ້​ບັນຊາ​ການ​ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ແລະ ຢ້ຽມຢາມຫົວໜ່ວຍ, ​ກຳ​ປັ່ນ​ຈຳໜ່ວຍໜຶ່ງຂອງປ້ອມກຳລັງປ້ອງກັນຝັ່ງທະເລ Yokohama.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.