ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ WTO

07:51 | 19/01/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 17 ມັງກອນ, ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ນະຄອນ Davos ປະ​ເທດ​ສະ​ວິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Okonjo-Iweala ຜູ້ອຳນວຍການ​ໃຫຍ່ WTO.

ຫວຽດນາມ ຖືເປັນສຳຄັນບົດບາດຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍ ຫວຽດນາມ ຖືເປັນສຳຄັນບົດບາດຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍ
ຫວຽດ​ນາມ​ສະ​ໜັບ​ສະ​ໜູນ ແລະ ອວຍ​ພອນ​ທ່ານ​ນາງ Ngozi Okonjo-Iweala ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO ຫວຽດ​ນາມ​ສະ​ໜັບ​ສະ​ໜູນ ແລະ ອວຍ​ພອນ​ທ່ານ​ນາງ Ngozi Okonjo-Iweala ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO

ວັນທີ 18 ມັງກອນ, ທີ່ການພົບປະກັບທ່ານນາງ ອຳນວຍການໃຫຍ່ WTO Okonjo-Iweala ຢູ່ Davos, ສະວິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນເວົ້າລວມ ແລະ ເຊື່ອມໂຍງເສດຖະກິດສາກົນເວົ້າສະເພາະ, ຫວຽດນາມ ຍາມໃດກໍ່ໄດ້ຮັບການຕີລາຄາສູງ ການຮ່ວມມື, ໜູນຊ່ວຍຂອງ WTO.

ທ່ານນາຍົກລັດຖະມົນຕີ ສະແດງຄວາມວິຕົກກັງວົນຕໍ່ລັດທິອາລັກຂາ ແລະ ມາດຖານໃໝ່ທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ຍົກໃຫ້ເຫັນ ຄວາມຫຍຸ້ງຍາກຈາກບັນດາຮົ້ວກີດຂວາງ ເຊິ່ງບັນດາພື້ນຖານເສດຖະກິດພວມພັດທະນາຕ້ອງປະເຊີນໜ້າ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ ໃຫ້ WTO ປຶກສາຫາລືກັບບັນດາປະເທດພັດທະນາເພື່ອໜູນຊ່ວຍດ້ານເຕັກນິກ ໃຫ້ແກ່ບັນດາປະເທດພວມພັດທະນາ ແລະ ເນັ້ນໜັກວ່າຕ້ອງມີຂັ້ນຕອນທີ່ເໝາະສົມເພື່ອປະຕິບັດ.

ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ WTO

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Okonjo-Iweala ຜູ້ອຳນວຍການ​ໃຫຍ່ WTO

ສ່ວນທ່ານນາງ Okonjo-Iweala ໄດ້ຕີລາຄາວ່າ ຫວຽດນາມ ແມ່ນປະເທດປະສົບຜົນສຳເລັດກ່ຽວກັບການບືນຕົວຂຶ້ນພັດທະນາເສດຖະກິດ - ສັງຄົມ, ຕີລາຄາສູງການຮ່ວມມື ຂອງ WTO ກັບ ຫວຽດນາມ. ກ່ຽວກັບຄວາມສົນໃຈຂອງທ່ານນາຍົກລັດຖະມົນຕີ, ທ່ານນາງ Okonjo-Iweala ປະກາດວ່າ ຫວ່າງແລ້ວນີ້ ຫາກໍ່ມີຄະນະນັກຊ່ຽວຊານຂອງ ຄະນະກຳມະການເອີລົບ ເຮັດວຽກ ກັບ WTO, ຮັບຟັງຄຳເຫັນຂອງບັນດາປະເທດພວມພັດທະນາ ແລະ WTO ຈະໜູນຊ່ວຍດ້ານເຕັກນິກຖ້າມີຄວາມຈຳເປັນ.

ຄຳຮຸ່ງ

Tags: WTO
ເຫດການ
302 Found

Found

The document has moved here.