ເພີ່ມພູນຄູນສ້າງສາຍພົວພັນສາມັກຄີມິດຕະພາບແບບພິເສດຫວຽດນາມ ແລະລາວ

18:12 | 19/01/2024

ເພີ່ມພູນຄູນສ້າງສາຍພົວພັນສາມັກຄີມິດຕະພາບແບບພິເສດຫວຽດນາມ ແລະລາວ

ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ
ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ

ຕອນເຊົ້າວັນທີ 19 ມັງກອນ 2024, ຢູ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງ, ສະຫາຍ ຫງວຽນຈ້ອງເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ມີການພົບປະ ແລະເຮັດວຽກກັບສະຫາຍນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ.

ເພີ່ມພູນຄູນສ້າງສາຍພົວພັນສາມັກຄີມິດຕະພາບແບບພິເສດຫວຽດນາມ ແລະລາວ
ສະຫາຍ ຫງວຽນຈ້ອງເຫງ້ຍ ແລະສະຫາຍນາງ ຄໍາເພົາ ເອີນທະວັນ.ພາບ: dangcongsan.vn

ທີ່ການຕ້ອນຮັບ, ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອພັກ, ລັດ ແລະປະຊາຊົນສອງປະເທດຍາມໃດກໍ່ພ້ອມກັນປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ. ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ, ເຊິ່ງແມ່ນໜ້າທີ່ຍຸດທະສາດ, ມີຄວາມໝາຍເປັນຕາຍຕໍ່ຄວາມໝັ້ນຄົງ ແລະການພັດທະນາຂອງແຕ່ລະປະເທດ.

ເພີ່ມພູນຄູນສ້າງສາຍພົວພັນສາມັກຄີມິດຕະພາບແບບພິເສດຫວຽດນາມ ແລະລາວ

ບັນຍາກາດທີ່ການຕ້ອນຮັບ. ພາບ: tuyengiao.vn

ໃນໄລຍະຈະມາເຖິງ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດ, ກໍ່ຄືຂໍ້ຕົກລົງການຮ່ວມມືລະຫວ່າງສອງຄະນະ ໄລຍະ 2022 – 2026 ຢ່າງມີປະສິດທິຜົນ; ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ປະສົບການ ແລະບຳລຸງສ້າງພະນັກງານ, ໂດຍສະເພາະແມ່ນວຽກງານໂຄສະນາເຜີຍແຜ່ກ່ຽວກັບການຜັນຂະຫຍາຍນະໂຍບາຍ, ແນວທາງຂອງແຕ່ລະພັກ; ...

ສະຫາຍນາງ ຄໍາເພົາ ເອີນທະວັນ ຢືນຢັນວ່າ ການພົວພັນສາມັກຄີລະຫວ່າງ ລາວ-ຫວຽດນາມ ແມ່ນການພົວພັນມີໜຶຶ່ງບໍ່ມີສອງໃນປະຫວັດສາດໂລກ; ພ້ອມກັນນັ້ນ, ກໍ່ຂໍຂອບໃຈບັນດາການນຳພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອ ແລະຄຽງບ່າຄຽງໄຫຼ່ພ້ອມກັບປະເທດລາວ ນັບແຕ່ຊຸມປີແຫ່ງການຕໍ່ສູ້ປົດປ່ອຍຊາດທີ່ຫຍຸ້ງຍາກລຳບາກ ຕະຫຼອດເຖິງໄລຍະສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ.

ສະຫາຍນາງ ຄໍາເພົາ ເອີນທະວັນ ປາດຖະໜາຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອ, ສົມທົບກັນຈາກຄະນະໂຄສະນາສຶກສາສູນກາງ ຫວຽດນາມ ເພື່ອປະຕິບັດສຳເລັດໜ້າທີ່ທີ່ພັກ ແລະລັດ ລາວ ມອບໝາຍໃຫ້, ປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ໃຫ້ພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.